ກຸ່ມພວກຍົກຍ້າຍຖິ່ນຖານ ຈາກທະວີບອາເມຣິກາກາງ ປະມານ 50 ຄົນ ພະຍາຍາມ ທີ່
ຈະມອບໂຕ ແກ່ເຈົ້າໜ້າທີ່ກວດກາຊາຍແດນ ສະຫະລັດ ໃນວັນອາທິດ ວານນີ້ ຫຼັງຈາກ
ທີ່ໄດ້ໃຊ້ເວລາເດີນທາງນຶ່ງເດືອນ ໃນຂະບວນລົດຜ່ານປະເທດເມັກຊິໂກ ເພື່ອສະແຫວງ
ຫາການຂໍລີ້ໄພ ໃນສະຫະລັດ.
ມັນບໍ່ເປັນທີ່ຈະແຈ້ງວ່າ ພວກເຂົາເຈົ້າ ອາດຈະຕ້ອງລໍຖ້າອີກດົນປານໃດ ທີ່ຈະໄດ້ພົບ
ກັບພວກເຈົ້າໜ້າທີ່ກວດກາຊາຍແດນ ຫຼັງຈາກທີ່ ກົມພາສີ ແລະ ໜ່ວຍລາດຕະເວນ
ຊາຍແດນ ສະຫະລັດ ໄດ້ປະກາດວ່າ ດ່ານເຂົ້າເມືອງ ແຊນ ອີຊີໂດຣ ນັ້ນ ເຕັມອັດຕາ
ແລ້ວ.
ພວກໜີເຂົ້າເມືອງ ຊຶ່ງຫຼາຍຄົນແມ່ນແມ່ຍິງ ແລະເດັກນ້ອຍ ແລະເປັນພາກສ່ວນນຶ່ງ
ຂອງກຸ່ມຫຼາຍໆຮ້ອຍຄົນ ຈາກປະເທດ ຮອນດູຣັສ ຈາກ ກົວເຕມາລາ ແລະ ແອລ
ຊາລວາດໍ ໄດ້ພາກັນໄປເຖິງ ເມືອງ ທີຮົວນາ ປະເທດ ເມັກຊິກໂກ ແລ້ວ.
ພວກເຂົາເຈົ້າພາກັນຍ່າງໄປ ເມືອງ ແອລ ຊາປາຣາລ ໃນວັນອາທິດວານນີ້ ຍ່າງຂ້າມ
ໄປດ້ວຍຜ້າມັດແຂນສີຂາວ ເພື່ອຈຳແນກຕົວເອງ ວ່າ ບໍ່ແມ່ນພວກອື່ນ ທີ່ຢູ່ຊາຍແດນ
ຊຶ່ງອັ່ງແໜ້ນໄປດ້ວຍຝູງຊົນນັ້ນ.
ທ່ານນາງ ນິໂກລ ຣາມົສ ທະນາຍຄວາມຜູ້ນຶ່ງ ທີ່ເຮັດວຽກຢູ່ກັບພວກຫຼົບໜີເຂົ້າເມືອງ
ເວົ້າວ່າ ພວກເຂົາເຈົ້າ ມີແຜນການ ວ່າຈະບອກພວກເຈົ້າໜ້າທີ່ຄວບຄຸມຊາຍແດນວ່າ
ພວກເຂົາເຈົ້າຢ້ານກົວ ທີ່ຈະກັບຄືນບ້ານເມືອງຂອງພວກເຂົາເຈົ້າ.
ສ່ວນປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ບັນດາສະມາຊິກຄະນະ
ລັດຖະບານຂອງທ່ານ ໄດ້ຕິດເບິ່ງຂະບວນລົດຂອງພວກຍົກຍ້າຍຖິ່ນຖານ ໂດຍເອີ້ນ
ການກະທຳນັ້ນ ເປັນໄພຂົ່ມຂູ່ຕໍ່ສະຫະລັດ ນັບຕັ້ງແຕ່ມັນ ໄດ້ເລີ້ມຕົ້ນຂຶ້ນ ເມື່ອວັນທີ 25
ເດືອນມີນາ ຜ່ານມາ ຢູ່ໃນເມືອງ ຕາປາຈູລາ ຂອງເມັກຊິໂກ ຢູ່ຕິດກັບຊາຍແດນ ຂອງ
ກົວເຕມາລາ.