ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະຊາຊົນ ເວເນຊູເອລາ ຈັດການປະທ້ວງ ຕໍ່ຕ້ານ ປະທານາທິບໍດີ


ພວກປະທ້ວງຮ້ອງຄຳຂວັນຕໍ່ຕ້ານປະທານາທິບໍດີ ເວເນ
ຊູເອລາ ທ່ານ Nicolas Maduro ໃນລະຫວ່າງການ
ປະທ້ວງໃນນະຄອນຫຼວງ Caracas, 8 ເມສາ, 2017.
ພວກປະທ້ວງຮ້ອງຄຳຂວັນຕໍ່ຕ້ານປະທານາທິບໍດີ ເວເນ ຊູເອລາ ທ່ານ Nicolas Maduro ໃນລະຫວ່າງການ ປະທ້ວງໃນນະຄອນຫຼວງ Caracas, 8 ເມສາ, 2017.

ຕຳຫຼວດໃນນະຄອນຫຼວງ Caracas ຂອງປະເທດ ເວເນຊູເອລາ ໄດ້ຍິງແກ໊ສນໍ້າຕາ
ແລະ ລູກປືນຢາງ ໃສ່ພວກປະທ້ວງຕໍ່ຕ້ານລັດຖະບານໃນວັນເສົາວານນີ້ ຫຼັງຈາກລັດຖະ
ບານຂອງປະທານາທິບໍດີ ທ່ານ Nicolas Maduro ໄດ້ຫ້າມຄະນະຜູ້ແທນພັກຝ່າຍຄ້ານ
ຈາກການເຂົ້າດຳລົງຕຳແໜ່ງ.

ເຈົ້າເມືອງຄົນໜຶ່ງຂອງນະຄອນຫຼວງໄດ້ກ່າວວ່າ ປະຊາຊົນຢ່າງໜ້ອຍ 17 ຄົນໄດ້ຖືກນຳ
ໄປປິ່ນປົວ ສຳລັບອາການບາດເຈັບຂອງພວກເຂົາເຈົ້າ.

ພວກປະທ້ວງບາງຄົນໄດ້ພັງສິ່ງກີດຂວາງຂອງຕຳຫຼວດ ຢູ່ໃກ້ໆກັບຕຶກສານສູງສຸດ ແລະ ໄດ້ໃຊ້ວັດຖຸຕ່າງໆຈາກສະຖານທີ່ກໍ່ສ້າງທີ່ຢູ່ໃກ້ຄຽງເພື່ອທຳລາຍຊັບສິນ ແລະ ຈູດຫ້ອງ
ການບາງແຫ່ງຂອງສານ.

ປະເທດດັ່ງກ່າວໄດ້ຮັບຄວາມເສຍຫາຍໂດຍຄວາມບໍ່ສະຫງົບມາ ດົນກວ່າໜຶ່ງສັບປະດາ
ມາແລ້ວ, ລຸນຫຼັງສານໄດ້ພະຍາຍາມທີ່ຈະກຳຈັດອຳນາດຂອງນິຕິບັນຍັດທີ່ຖືກຄວບຄຸມ
ໂດຍພັກຝ່າຍຄ້ານ. ການກະທຳດັ່ງກ່າວໄດ້ຖືກຍົກເລີກ ພາຍຫຼັງທີ່ມີການວິພາກວິຈານ ຈາກສາກົນ ແລະ ການປະທ້ວງພາຍໃນປະເທດຢ່າງກວ້າງຂວາງ.

ຕຳຫຼວດຍິງແກ໊ສນໍ້າຕາໃສ່ປະຊາຊົນໃນລະຫວ່າງການປະທ້ວງໃນນະຄອນຫຼວງ Caracas, ປະເທດ ເວເນຊູເອລາ. 8 ເມສາ 2017.
ຕຳຫຼວດຍິງແກ໊ສນໍ້າຕາໃສ່ປະຊາຊົນໃນລະຫວ່າງການປະທ້ວງໃນນະຄອນຫຼວງ Caracas, ປະເທດ ເວເນຊູເອລາ. 8 ເມສາ 2017.

ມັນບໍ່ມີສັນຍານແມ່ນແຕ່ໜ້ອຍດຽວ ວ່າການປະທ້ວງ, ເຊິ່ງໄດ້ເກີດຂຶ້ນໃນນະຄອນຫຼວງ Caracas ແລະ ເມືອງອື່ນໆອີກຫຼາຍແຫ່ງ, ຈະຫຼຸດຜ່ອນລົງໃນໄວໆນີ້.

ໃນວັນສຸກທີ່ຜ່ານມາ, ຫ້ອງການຂອງຜູ້ກວດສອບບັນຊີ ເວເນຊູເອລາ ໄດ້ອ້າງວ່າ
“ຄວາມ ບໍ່ສະໝໍ່າສະເໝີຂອງລັດຖະບານ” ແມ່ນເຫດຜົນສຳລັບການຫ້າມຜູ້ປົກຄອງ
ລັດ Miranda ທ່ານ Henrique Capriles ຈາກການເຂົ້າດຳລົງຕຳແໜ່ງເປັນເວລາ
15 ປີ. ທ່ານ Capriles ໄດ້ຜ່າຍແພ້ການເລືອກຕັ້ງປະທານາທິບໍດີ ໃຫ້ແກ່ທ່ານ
Maduro ຢ່າງຫວຸດຫວິດໃນປີ 2013 ແລະ ຄາດວ່າຈະແຂ່ງຂັນກັບທ່ານອີກໃນການ
ເລືອກຕັ້ງຄັ້ງຕໍ່ໄປທີ່ມີກຳນົດຈັດຂຶ້ນໃນປີໜ້າ.

ລັດຖະບານ ເວເນຊູເອລາ ໄດ້ກ່າວຫາພວກສະມາຊິກພັກຝ່າຍຄ້ານ, ລວມທັງທ່ານ
Capriles ກ່ຽວກັບ ການສະໜັບສະໜູນການປະທ້ວງທີ່ໃຊ້ຄວາມຮຸນແຮງ. ກຸ່ມສິດທິ
ມະນຸດຊື່ວ່າ Penal Forum ກ່າວວ່າ ປະຊາຊົນເກືອບ 100 ຄົນໄດ້ຖືກຈັບກຸມໃນຄວາມ
ບໍ່ສະຫງົບຄັ້ງຫຼ້າສຸດແລະ ເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງກໍຖືກຈັັບກຸມ ຫຼັງຈາກຜູ້ຊາຍອາຍຸ
19 ປີໄດ້ຖືກຍິງຕາຍໃນວັນພະຫັດທີ່ຜ່ານມາ, ອີງຕາມລາຍງານຂອງອົງການຂ່າວ
Reuters.

XS
SM
MD
LG