ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກພົນລະເຮືອນ ແລະ ທະຫານຮັກສາ ສັນຕິພາບ ຂອງ UN ຖືກສັງຫານ


ພາບນີ້ ສາມາດເຫັນໄດ້ວ່າ ພວກທະຫານຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ ກຳລັງ ລາດຕະເວນ ຢູ່ໃນ
ນະຄອນຫລວງ Bangui ຂອງສາທາລະນະລັດ ອາຟຣິກາ
ກາງ, ວັນທີ 14 ກຸມພາ 2016.
ພາບນີ້ ສາມາດເຫັນໄດ້ວ່າ ພວກທະຫານຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ ກຳລັງ ລາດຕະເວນ ຢູ່ໃນ ນະຄອນຫລວງ Bangui ຂອງສາທາລະນະລັດ ອາຟຣິກາ ກາງ, ວັນທີ 14 ກຸມພາ 2016.

ເມື່ອສອງສາມມື້ຜ່ານມານີ້ ພວກທະຫານບ້ານຕິດອາວຸດ ຈຳນວນນຶ່ງ ໄດ້ແນເປົ້າໝາຍ
ໃສ່ພວກຊາວມຸສລິມ ຢູ່ໃນເມືອງ Bangassou ຂອງສາທາລະນະລັດ ອາຟຣິກາກາງ
ຫຼື CAR ທີ່ຢູ່ຫ່າງໄກສອກຫລີກ ແລະໄດ້ສັງຫານພົນລະເຮືອນຫຼາຍເຖິງ 30 ຄົນ ພ້ອມ
ດ້ວຍ ພວກຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ 6 ຄົນ.

ພາລະກິດການຮັກສາສະຖຽນລະພາບຫຼາຍລະດັບຮ່ວມກັນ ຂອງອົງການສະຫະ
ປະຊາຊາດ ໃນສາທາລະນະລັດ ອາຟຣິກາກາງ ຫຼື MINUSCA ກ່າວວ່າ ຕົນຈະສົ່ງ
ກຳລັງໜູນ ໄປຍັງເມືອງ ບັງກາຊູ ບ່ອນທີ່ຕົນກ່າວວ່າ ໄດ້ເຮັດໃຫ້ພົນລະເຮືອນ ຫລົບໜີ
ອອກຈາກເຮືອນຊານ ເພື່ອຊອກຫາບ່ອນຫລີ້ໄພຢູ່ໃນວັດອິສລາມ ໂບດ ແຄໂທຣລິກ
ແລະ ໂຮງໝໍຂອງອົງການທ່ານໝໍບໍ່ມີພົບແດນ.

ຫົວໜ້າ ອົງການ MINUSCA ທ່ານ Parfait Onanga-Anyanga ໄດ້ບອກອົງການ
ຂ່າວ Reuters ວ່າ “ສະຖານະການ ແມ່ນເປັນຕາເວດທະນາແທ້ໆ ແລະ ພວກເຮົາ
ກຳລັງເຮັດທຸກສິ່ງທຸກຢ່າງ ເພື່ອຍຶດເອົາການຄວບຄຸມເມືອງ ບັງກາຊູ ຄືນມາ ຢ່າງ
ຮີບດ່ວນ.”
ທ່ານໄດ້ກ່າວອີກວ່າ ພວກທະຫານທີ່ເປັນເດັກນ້ອຍ ຜູ້ທີ່ປາກົດວ່າ ເມົາ
ຢາຢູ່ນັ້ນ ແມ່ນລວມຢູ່ໃນພວກໂຈມຕີ.

ຖະແຫລງການສະບັບວັນອາທິດ ຈາກ ທ່ານ Antonio Guterres ເລຂາທິການໃຫຍ່
ອົງການສະຫະປະຊາຊາດ ໄດ້ກ່າວວ່າ ທ່ານ “ໂມໂຫຫຼາຍ” ຍ້ອນການໂຈມຕີ ຕໍ່ພວກ
ພົນລະເຮືອນ ແລະ ພວກຮັກສາສັນຕິພາບ ໃນເມືອງ ບັງກາຊູ. ທ່ານໄດ້ກ່າວຕື່ມວ່າ
ການໂຈມຕີ ຕໍ່ພວກຮັກສາສັນຕິພາບ “ຖືເປັນວ່າເປັນອາດຊະຍາກຳສົງຄາມ.”

ປະທານາທິບໍດີ ຂອງ CAR ທ່ານ Faustin Touadera ໄດ້ກ່າວໃນວັນອາທິດວານນີ້
ວ່າ ທ່ານຕັ້ງໃຈວ່າ ຈະເດີນທາງໄປເມືອງ ບັງກາຊູ “ເພື່ອໃຫ້ການສະໜັບສະໜູນ ຕໍ່ພວກພົນລະເມືອງ ທີ່ໄດ້ຮັບບາດເຈັບ.” ທ່ານໄດ້ກ່າວອີກວ່າ CAR ຈະ “ບໍ່ປ່ອຍ
ປະລະເລີຍ ໃນນ້ຳມືການເຂັ່ນຂ້າ ໂດຍພວກຜູ້ທີ່ປະຕິເສດ ຕໍ່ຂະບວນການສັນ
ຕິພາບທັງມວນ.”

ບັນດາພະນັກງານຊ່ວຍເຫຼືອ ໃນ CAR ໄດ້ເຕືອນວ່າ ປະເທດນີ້ ອາດຈະກັບຄືນ ກາຍ
ໄປເປັນບັນຫາຂັດແຍ້ງອີກ. ປະຊາຊົນຫຼາຍສິບພັນຄົນ ໄດ້ພາກັນຫລົບໜີ ຄວາມຮຸນ
ແຮງ ຢູ່ເຂດຊົນນະບົດ ໃນຕະຫຼອດໄລຍະ 6 ເດືອນຜ່ານມາ. ພົນລະເມືອງ ຂອງ
ປະເທດ ຫຼາຍກວ່າເຄິ່ງນຶ່ງ ກາງຕໍ່ການຊ່ວຍເຫຼືອດ້ານມະນຸສະທຳ ແຕ່ອົງການສະຫະ
ປະຊາຊາດ ກ່າວວ່າ ຄວາມພະຍາຍາມບັນເທົາທຸກ ແມ່ນຂາດແຄນທຶນຮອນ ຢ່າງ
ຮ້າຍແຮງ.

ຄວາມຮຸນແຮງດັ່ງກ່າວ ຫວນຄືນ ໄປເປັນການຕໍ່ສູ້ ແລະການປະທະກັນ ໄດ້ເຮັດໃຫ້
ປະເທດ ຕົກສູ່ຄວາມວຸ້ນວາຍ ເກືຶອບ 4 ປີ ຜ່ານມາ. ບັນດາພະນັກງານຊ່ວຍເຫຼືອ ກ່າວ
ວ່າ ຄວາມຮຸນແຮງທີ່ເລີ່ມຂຶ້ນໃໝ່ນີ້ ໄດ້ເຮັດໃຫ້ສັນຕິພາບປະສົບກັບຄວາມລົ້ມແຫລວ.

ນຶ່ງສ່ວນຫ້າ ຂອງປະຊາກອນຂອງປະເທດ ໃນປັດຈຸບັນນີ້ ແມ່ນໄດ້ຖືກພັດພາກຈາກ
ຖິ່ນຖານ.ອົງການທ່ານໝໍບໍ່ມີພົມແດນ ກ່າວວ່າ ພວກພົນລະເຮືອນ ໄດ້ຖືກໂຈມຕີ ໃນ
ລະດັບທີ່ບໍ່ເຄີຍເຫັນມາກ່ອນ ໃນຫຼາຍປີຜ່ານມາ.

ປະເທດສາທາລະນະລັດ ອາຟຣິກາກາງ ແມ່ນປະເທດນຶ່ງ ທີ່ທຸກຍາກທີ່ສຸດ ໃນໂລກ.

CAR Violence
please wait
Embed

No media source currently available

0:00 0:02:37 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG