ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ຟ​ຣ​ິ​ກາ​ກາງ ໄວ້​ທຸກ 3 ມື້ ໃຫ້​ພວກ​ເຄາະ​ຮ້າຍ ໃນ​ການ​ສັງ​ຫານ​ໝູ່



ປະ​ທາ​ນາ​ທິ​ບໍ​ດີໂຟ​ສ​ຕິນ ອາກ​ຊັງ ຕົວ​ເດ​ຣາ (Faustin-Archange Touadera) ແຫ່ງ​ສາ​ທາ​ລະ​ນະ​ລັດ ອາ​ຟ​ຣິ​ກາ​ກາງ ກ່າວ​ຕໍ່​ພວກ​ນັກ​ຂ່​າວ ທີ່​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ສະ​ວິດ​ເຊີ​ແລນ. (ວັນ​ທີ 27 ກັນ​ຍາ ປີ 2017)
ປະ​ທາ​ນາ​ທິ​ບໍ​ດີໂຟ​ສ​ຕິນ ອາກ​ຊັງ ຕົວ​ເດ​ຣາ (Faustin-Archange Touadera) ແຫ່ງ​ສາ​ທາ​ລະ​ນະ​ລັດ ອາ​ຟ​ຣິ​ກາ​ກາງ ກ່າວ​ຕໍ່​ພວກ​ນັກ​ຂ່​າວ ທີ່​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ສະ​ວິດ​ເຊີ​ແລນ. (ວັນ​ທີ 27 ກັນ​ຍາ ປີ 2017)

ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ປະ​ກາດ​ໄວ້​ອາ​ໄລ​ຢ່າງ​ເປັນ​ທ​າງ​ການ ເປັນ​ເວ​ລາ 3 ມື້ ໃຫ້ ແກ່ພວກ​ທີ່​ເສຍ​ຊີ​ວິດ​ ໃນ​ການ​ສັງ​ຫານ​ໝູ່​ຫຼາຍກວ່າ 50 ຄົນ ທີ່​ເມືອງ​ແຫ່ງ​ນຶ່ງ​ໃກ້ໆ​ກັບຊາຍ​ແດນ​ຂອງ​ປະ​ເທດຊາດ​ (Chad).

ປະ​ທາ​ນາ​ທິ​ບໍ​ດີໂຟ​ສ​ຕິນ ອາກ​ຊັງ ຕົວ​ເດ​ຣາ (Faustin-Archange Touade-ra) ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ດັ່ງ​ກ່າວ ໄວ້​ອາ​ໄລ​ໃຫ້​ແກ່​ແມ່​ຊີ ອາ​ຍຸ 77 ປີຊຶ່ງ​ຮ່າງ​ກາຍ​ຂອງ​ເພິ່ນ​ທີ່​ຖືກ​ຕັດ​ອອກ​ເປັນ​ຕ່ອນໆໄດ້​ຖືກ​ພົບ​ເຫັນ​ຢູ່​ທາງ​ພາກ​ຕ​າ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ປະ​ເທດ​ອາ​ຟ​ຣິ​ກາ​ກາງ.

ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ກາງ ໄດ້​ຖິ້ມ​ໂທດ​ການ​ສັງ​ຫານ​ໝູ່​ຄັ້ງ​ນີ້ ໃສ່​ກຳ​ລັງ​ທະຫານ​ບ້ານທີ່​ຮູ້​ກັນ​ໃນ​ຊື່​ກຸ່ມ 3R ແລະ​ທວງ​ໃຫ້​ມອບ​ຕົວ​ພວກ​ຜູ້​ນຳທີ່​ຮັບ​ຜິດ​ຊອບໃນ​ການ​ສັງ​ຫານ​ໝູ່​ດັ່ງ​ກ່າວ ໃຫ້​ແກ່​ທາງ​ການ.

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ເພີ້ມ​ການ​ລາດ​ຕະ​ເວັນ ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ​ເມືອງ​ປາ​ອູ​ອາ (Paoua.)

ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດແລ້ວ ກຳ​ລັງ​ທະ​ຫານ​ບ້ານ 3R ​ໄດ້​ຮຽກ​ປະ​ຊຸມ​ປະ​ຊາ​ຊົນ​ໃນ​ບ້ານ​ທີ່​ຢູ່​ໃກ້​ຄຽງ ຫຼັງ​ຈາກນັ້ນ ກໍ​ລະ​ດົມ​ຍິງເຂົ້າ​ໃສ່ເຂົາ​ເຈົ້າ. ຈຸດ​ປະ​ສົງ​ໃນ​ການ​ຍິງ​ສັງ​ຫານ​ດັ່ງ​ກ່າວແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ.

ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ​ໄດ້​ເຊັນ​ສັນ​ຍາ​ສັນ​ຕິ​ພາບໃນ​ເດືອນກຸມ​ພາ​ປີນີ້ ກັບ 14 ກຸ່ມ​ກຳ​ລັງ​ທະ​ຫານ​ບ້ານ​ປະ​ກອບ​ອາ​ວຸດ ຮວມ​ທັງ​ກຸ່ມ 3R ຊຶ່ງ​ທັງ​ໝົດ​ນີ້​ແມ່ນ​ພວມ​ທຳ​ການ​ຕໍ່​ສູ້ ເພື່ອ​ເຂົ້າ​ຄວບ​ຄຸມ​ຄວາມ​ອຸ​ດົມ​ຮັ່ງ​ມີ​ໃນ​ດ້ານແຮ່​ທາດ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ເລ​ຂາ​ທິ​ການ​ໃຫຍ່​ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ອານ​ໂຕ​ນີ​ໂອ ກິວ​ເຕ​ເຣ​ສ ໄດ້​ຮຽກ​ຮ້ອງ​ໃຫ້​ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ສືບ​ສວນ​ເບິ່ງ​ການ​ໂຈມ​ຕີ​ເຫຼົ່າ​ນີ້ ແລະ​ນຳ​ເອົາ​ໂຕ​ພວກ​ທີ່​ຮັບ​ຜິດ​ຊອບ​ມາ​ລົງ​ໂທດ​ໂດຍ​ໄວ້ ໂດຍ​ເວົ້າ​ວ່າ ການໂຈມ​ຕີ​ຕໍ່​ພົນ​ລະ​ເຮືອນ ອາດ​ເປັນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ອີງ​ຕາມ​ຄຳ​ເວົ້າຂອງ​ທ່ານ​ສ​ເຕ​ຟານ ດູ​ຈາ​ຣິກ ໂຄ​ສົກ​ຂອງ​ເລ​ຂາ​ທິ​ການ​ໃຫຍ່.

ການ​ສູ້​ລົບ​ກັນ​ໄດ້​ເລີ້ມ​ຂຶ້ນ ເວ​ລາ​ພວກ​ກະ​ບົດ​ມຸ​ສ​ລິມ​ບຸກ​ເຂົ້າ​ຢຶດ​ເອົາ​ນະ​ຄອນ​ຫຼວງ​ຂອງ​ປະ​ເທດ​ໃນ​ປີ 2013 ຊຶ່ງ​ໄດ້​ພາ​ໃຫ້​ມີ​ການ​ຕອບ​ໂຕ້​ຄືນ ໂດຍ​ກຸ່ມ​ກຳລັງ​ທະ​ຫານ​ບ້ານ​ຄ​ຣິ​ສ​ຕຽນ ແລະ​ອື່ນໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG