ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຫລ ຟ້ອງ​ອະດີດ ຫົວໜ້າ ​ບໍລິຫານ ​ບໍລິສັດ ວົກສວາ​ເກນ ຖານຫຼອກລວງ


ລັດວົກສວາເກນລຸ້ນ Atlas SUV ຖືກນໍາມາວາງສະແດງ ຢູ່ງານວາງສະແດງລົດໂອໂຕ ຂອງຂົງເຂດ ອາເມຣິກາເໜືອ ໃນວັນທີ 9 ປີ 2017 ໃນນະຄອນດີ​ທຣອຍ, ລັດ​ມິ​ຊິ​ແກນ (Michigan)
ລັດວົກສວາເກນລຸ້ນ Atlas SUV ຖືກນໍາມາວາງສະແດງ ຢູ່ງານວາງສະແດງລົດໂອໂຕ ຂອງຂົງເຂດ ອາເມຣິກາເໜືອ ໃນວັນທີ 9 ປີ 2017 ໃນນະຄອນດີ​ທຣອຍ, ລັດ​ມິ​ຊິ​ແກນ (Michigan)

ຄະນະຕຸລາການ​ ທີ່​ນະຄອນດີ​ທຣອຍ, ລັດ​ມິ​ຊິ​ແກນ (Michigan) ​ໄດ້ຟ້ອງ​ອະດີດຫົວ
ໜ້າຜູ້​ບໍລິຫານ ຂອງ​ບໍລິສັດວົກສວາ​ເກນ (Volkswagen) ທ່ານ​ມາ​ຕິນ ວິນ​ເທີ​ຄອນ
(Martin Winterkorn) ຖານ​ສົມຮູ້​ຮ່ວມ​ຄິດ​ກັນແລະວາງ ແຜນສໍ້ໂກງ​ໃນການ​ສ້າງ​ລົດ ​
ເພື່ອໃຊ້​ກົນອຸບາຍ​ຫລອກ​ລວງ ຕໍ່ການກວດການໃນ​ປ່ອຍ​ອາຍ​ເສຍ ​ໂດຍຈັກແລ່ນນໍ້າ
ມັນ​ກາ​ຊວນ​.

ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາສະຫະລັດ, ທ່ານ ​ແຈຟ ​ແຊ​ສ​ຊັນສ໌ ກ່າວ​ໃນ​ວັນ​ພະຫັດວານນີ້
ວ່າ "ຖ້າ​ຫາກ​ພວກ​ທ່ານ​ພະຍາຍາມ ​ທີ່ຈະ​ຕົບ​ຕາ​ສະຫະລັດ​ແລ້ວ​ພວກ​ທ່ານ​ກໍ​ຈະ​ຕ້ອງ
​ໄດ້​ຮັບ​ໂທດ ຢ່າງໜັກ.”
ສຳນວນຟ້ອງທີ່ເປີດ​ເຜີຍ​ໃນມື້ວານນີ້ ​ໄດ້​ກ່າວ​ຫາວ່າ ​ແຜນ​ຂອງ
ບໍລິສັດວົກສວາ​ເກນ ທີ່​ເປັນ​ການ​ຫລອກ​ລວງ​ເພື່ອ​ຈະຫລີກ​ລ້ຽງການ​ປະຕິບັດ​ຕາມ ​ຂໍ້ບັງ
ຄັບຂອງກົດໝາຍ​ແມ່ນ​ໄດ້​ດໍາ​ເນີນ​ກັນ​ນັບ​ແຕ່​ຂັ້ນລຸ່ມ​ຈົນ​ເຖິງ​ຂັ້ນສູງ​ສຸດຂອງ​ບໍລິສັດ."

ທ່ານ​ ວິນ​ເທີ​ຄອນ (Winterkorn) ຖືກ​ກ່າວ​ຫາ​ວ່າ​ໄດ້​ສົມຮູ້​ຮ່ວມ​ຄິດ​ກັບຫົວໜ້າຂັ້ນສູງ​
ຄົນ​ອື່ນໆ ຢູ່​ໃນບໍລິສັດວົກສວາ​ເກນ ​ເພື່ອ​ຫລອກ​ລວງ​ລັດຖະບານ​ສະຫະ ລັດ ​ແລະ​ຜູ້​ຊົມ​
ໃຊ້ ​ໂດຍ​ໄດ້​ກ່າວ​ອ້າງ​ແບບ​ບໍ່ຈິງ​ວ່າ​ ບໍລິສັດ​ໄດ້​ປະຕິບັດ​ຕາມ​ກົດ ໝາຍດ້ານ​ອາກາດ​ທີ່​
ສະອາດ.

ບໍລິສັດວົກສວາ​ເກນ​ໄດ້​ຍອມຮັບ​ແລ້​ວວ່າ ຕົນ​ໄດ້​ຕິດຕັ້ງອຸປະກອນ ​ໃສ່ລົດ​ລຸ້ນແລ່ນດ້ວຍ​
ນໍ້າ​ມັນ​ກາ​ຊວນ ​ທີ່​ອອກ​ແບບ​ມາ​ ​ໃຫ້​ມັນເປີດ​ອຸປະກອນຄວບ​ຄຸມ​ມົນ​ລະ​ພິດ​ຂຶ້ນ ​ໃນເວລາ​
ທີ່​ມີ​ການ​ກວດ​ການ​ປ່ອຍ​ອາຍ​ເສຍອອກ​ມາ ​ແລະ​ມອດມັນ​ໄວ້​ເມື່ອ​ລົດ​ຂັບ​ໄປ​ຕາມ​ທາງ​ດ່ວນ.

ບໍລິສັດວົກສວາ​ເກນຖືກ​ປັບ​ໄໝ​ເປັນ​ເງິນ 2.5 ຕື້​ໂດ​ລາ ​ແລະ​ຖືກ​ສັ່ງ​ໃຫ້​ເອີ້ນລົດ​ທີ່​ໄດ້​ຮັບ​
ຜົນ​ກະທົບ​ນັ້ນ ຄືນໝົດ.

ທ່ານ​ ວິນ​ເທີ​ຄອນ (Winterkorn) ​ເປັນ​ຫົວໜ້າບໍລິຫານ​ຂອງບໍລິສັດວົກສວາ​ເກນ ຄົນທີ
9 ຫລື​ເປັນ​ພະນັກງານ​ຄົນ​ນຶ່ງ​ທີ່​ຖືກ​ກ່າວ​ຫາ. ​ແຕ່​ວ່າ ປັດຈຸບັນ​ນີ້ທ່ານ​ອາ​ໄສ​ຢູ່ໃນ​ປະ​ເທດ​
ເຢຍຣະມັນ, ​ແລະ​ບໍ່ໜ້າຈະ​ມາ​ປາກົດ​ໂຕ​ຢູ່​ໃນ​ສານຂອງ​ສະຫະລັດ​ເລີຍ.

ອ່ານຂ່າວນີ້ເພີ້ມເປັນພສາອັງກິດ

XS
SM
MD
LG