ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກກະບົດ ໃນ ອາຟຣິກາກາງ ຕົກລົງ ຢຸດຍິງ


1989中国档案油画(美国之音记者国符拍摄)
1989中国档案油画(美国之音记者国符拍摄)
ພວກກະບົດໃນສາທາລະນະລັດອາຟຣິກາກາງກ່າວວ່າ ເຂົາເຈົ້າ
ໄດ້ຕົກລົງຮັບເອົາການຢຸດຍິງຊົ່ວຄາວ ກັບລັດຖະບານ.

ບັນດາຜູ້ຕາງໜ້າຂອງກຸ່ມແນວໂຮມກະບົດ Seleka ເວົ້າວ່າ ເຂົາ
ເຈົ້າໄດ້ບັນລຸການຕົກລົງໃນວັນພະຫັດວານນີ້ ໃນຂະນະທີ່ມີການ
ເຈລະຈາ ກັບລັດຖະບານ ແລະບັນດາຜູ້ນໍາຝ່າຍຄ້ານ ທີ່ນະຄອນ
ຫຼວງ Libreville ປະເທດ Gabon.

ມີລາຍງານວ່າ ການຢຸດຍິງແມ່ນນຶ່ງອາທິດ. ຍັງບໍ່ທັນມີຄວາມເຫັນ
ໃດໆໃນທັນທີ ຈາກລັດຖະບານເທື່ອ.

ຄະນະເຈລະຈາ ເລີ້ມການເຈລະຈາສັນຕິພາບ ໃນມື້ວັນພຸດຜ່ານ
ມາ ໂດຍແນໃສ່ເພື່ອຍຸຕິການກໍ່ກະບົດ ເປັນເວລານຶ່ງເດືອນທີ່ກຸ່ມ
ແນວໂຮມກະບົດ Seleka ໄດ້ຍຶດເອົາປະມານນຶ່ງສ່ວນສາມຂອງພື້ນທີ່ທັງໝົດໃນສາທາ ລະນະລັດອາຟຣິກາກາງ.

ກຸ່ມແນວໂຮມກະບົດປັດຈຸບັນຢູ່ຫ່າງຈາກນະຄອນຫຼວງ Bangui ປະມານ 85 ກິໂລແມັດ. ກໍາລັງປະສົມນາໆຊາດຈາກອາຟຣິກາ ທີ່ມີທະຫານຫລາຍຮ້ອຍຄົນ ກໍາລັງຢູ່ທາງກາງລະ ຫວ່າງກຸ່ມດັ່ງກ່າວແລະນະຄອນຫລວງ.

ພວກກະບົດ ໄດ້ຮຽກຮ້ອງໃຫ້ປະທານາທິບໍດີ Francois Bozize ລາອອກ. ເຖິງຢ່າງໃດ ກໍດີປະທານນາທິບໍດີ ກ່າວວ່າ ທ່ານໄດ້ທຳການຜ່ອນສັ້ນຜ່ອນຍາວຫລາຍສົມຄວນແລ້ວ ແລະທ່ານມີຄວາມຕັ້ງໃຈທີ່ຈະຢູ່ໄປຈົນໜົດສະໄໝການດຳລົງຕຳແໜ່ງຂອງທ່ານ ຊຶ່ງຈະ ສິ້ນສຸດລົງ ໃນປີ 2016.
XS
SM
MD
LG