ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ອາຟຣິກາກາງ ປົດຕໍາແໜ່ງ ເຈົ້າໜ້າທີ່ສຳຄັນ 2 ທ່ານ


ປະທານາທິບໍດີສາທາລະນະລັດອາຟຣິກາກາງ ທ່ານ Francois Bozize ກ່າວຄຳປາໄສຕໍ່ຝູງຊົນ ທີ່ນະຄອນຫຼວງ Bangui ເມື່ອວັນທີ 27 ທັນວາ ຜ່ານມານີ້.
ປະທານາທິບໍດີສາທາລະນະລັດອາຟຣິກາກາງ ທ່ານ Francois Bozize ກ່າວຄຳປາໄສຕໍ່ຝູງຊົນ ທີ່ນະຄອນຫຼວງ Bangui ເມື່ອວັນທີ 27 ທັນວາ ຜ່ານມານີ້.
ປະທານາທິບໍດີ Francois Bozize ແຫ່ງສາທາລະນະລັດ
ອາຟຣິກາກາງ ຫລື C.A.R. ໄດ້ປົດລູກຊາຍຂອງທ່ານ ອອກ ຈາກຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ
ປົດເສນາທິການກອງທັບ ລຸນຫລັງທີ່ກຳລັງຂອງພວກກະບົດ
ໄດ້ຮັບໄຊຊະນະຈຳນວນນຶ່ງ.

ການປົດບຸກຄົນທັງສອງອອກຈາກຕໍາແໜ່ງ ແມ່ນໄດ້ປະກາດໃຫ້
ຊາບ ຢູ່ໃນດຳລັດສະບັບນຶ່ງ ທີ່ອ່ານອອກວິທະຍຸຂອງລັດຖະບານ
ໃນວັນພຸດວານນີ້. ດຳລັດດັ່ງກ່າວລະບຸວ່າ ທ່ານ Bozize ຈະກໍາ ຕໍາແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດດ້ວຍຕົວເອງ.

ແນວໂຮມພວກກຸ່ມກະບົດທີ່ເອີ້ນວ່າ Seleka ໄດ້ຍຶດເອົາເມືອງ
ໃຫຍ່ນ້ອຍຫຼາຍໆເມືອງ ໃນເດືອນແລ້ວນີ້ ແລະໄດ້ຕັ້ງທີ່ໝັ້ນຢູ່ ຫ່າງຈາກນະຄອນຫລວງບັງກີບໍ່ຮອດ 200 ກິໂລ ແມັດ.

ໃນຕອນເຊົ້າຂອງວັນພຸດວານນີ້ ກໍາລັງປະຈໍາຂົງເຂດຂອງອາຟຣິກາກາງ ໄດ້ສ້າງເຂດກັນ ຊົນຂຶ້ນ ລະຫວ່າງນະຄອນຫລວງ ແລະເຂດທີ່ໝັ້ນຂອງພວກກະບົດທີ່ເມືອງ Sibut. ນາງ Anne Look ຜູ້ສື່ຂ່າວ VOA ທີ່ຢູ່ໃນສາທາລະນະອາຟຣິກາກາງ ລາຍງານວ່າ ທະຫານ ປະມານ 500 ຄົນຈາກປະເທດ Chad, Gabon ແລະສາທາລະນະລັດຄອງໂກ ໄດ້ເຕົ້າ ໂຮມກຳລັງ ໃນວັນພຸດວານນີ້ ຢູ່ເມືອງ Damara.

ຫົວໜ້າກອງກໍາລັງປະຈໍາຂົງເຂດອາຟຣິກາກາງ, ນາຍພົນ Jean Felix Akaga ໄດ້ ເຕືອນພວກກະບົດໃນວັນພຸດມື້ດຽວກັນນີ້ວ່າ ການໂຈຕີເມືອງ Damara ຈະເທົ່າກັນກັບ ວ່າເປັນການ “ປະກາດສົງຄາມ” ຕໍ່ 10 ປະເທດ ໃນກຸ່ມປະຊາຄົມເສດຖະກິດຂອງບັນດາ ປະເທດໃນອາຟຣິກາກາງ.

ທ່ານຍັງໄດ້ກ່າວອີກເຊັ່ນກັນວ່າ ທະຫານຂອງລັດຖະບານຈະບໍ່ເຄື່ອນກຳລັງກາຍຂອບ ເຂດເມືອງ Damara ເພື່ອໂຈມຕີພວກກະບົດ.

ທັງຝ່າຍກະບົດ ແລະຝ່າຍລັດຖະບານ ໃນສາທາລະນະລັດອາຟຣິກາກາງ ຕ່າງກໍໄດ້ສະ ແດງຮ່ອງຮອຍໃຫ້ເຫັນວ່າ ຕົນພ້ອມແລ້ວທີ່ຈະທໍາການເຈລະຈາສັນຕິພາບ. ພວກຜູ້ນໍາຢູ່ ໃນຂົງເຂດ ກໍາລັງພະຍາຍາມຈັດໃຫ້ມີການເຈລະຈາ ຊຶ່ງຈະມີຂຶ້ນທີ່ປະເທດ Gabon ໃນ ວັນທີ 10 ມັງກອນ ກໍຄືທ້າຍອາທິດໜ້ານີ້.
XS
SM
MD
LG