ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດ ຂູ່ວ່າ ຈະບຸກເຂົ້າໄປ ໃນນະຄອນຫຼວງ ບັງກີ


ຜູ້ຄົນພາກັນຢືນຢູ່ກ້ອງຮູບຂອງປະທານາທິບໍດີ Francois Bozize ສາທາລະນະລັດອາຟຣິກາກາງ ຫລື C.A.R. ໃນນະຄອນຫລວງບັງກີ ໃນວັນທີ 28 ທັນວາ 2012
ຜູ້ຄົນພາກັນຢືນຢູ່ກ້ອງຮູບຂອງປະທານາທິບໍດີ Francois Bozize ສາທາລະນະລັດອາຟຣິກາກາງ ຫລື C.A.R. ໃນນະຄອນຫລວງບັງກີ ໃນວັນທີ 28 ທັນວາ 2012
ປະຊາຊົນພາກັນສະຫລອງປີໃໝ່ ຢ່າງມີຄວາມກະວົນກະວາຍ
ໃຈ ຢູ່ໃນສາທາລະນະລັດອາຟຣິກາກາງ ຫລື C.A.R. ບ່ອນທີ່ ມີການປະເຊີນໜ້າກັນຢ່າງເຄັ່ງຕຶງ ລະຫວ່າງລັດຖະບານ ແລະ
ພວກກະບົດ ທີ່ຂູ່ວ່າຈະບຸກເຂົ້າໄປໃນນະຄອນຫລວງບັງກີນັ້ນ.

ການຫ້າມອອກນອກເຮືອນຢ່າງເຄ່ງຄັດ ແຕ່ເຊົ້າຈົນຄໍ່າ ຍັງສືບຕໍ່
ມີມາ ຢູ່ໃນນະຄອນຫລວງ ໃນວັນຄານມື້ນີ້.

ພວກນັກລົບຂອງແນວໂຮມພວກກະບົດສາມກຸ່ມ ທີ່ເອີ້ນວ່າ Seleka ໄດ້ຕັ້ງທີ່ໝັ້ນຢູ່ຫ່າງ ຈາກນະຄອນຫລວງປະມານ 75 ກິໂລແມັດ. ພວກກະບົດເວົ້າວ່າ ພວກເຂົາເຈົ້າ ອາດຈະ ບຸກຄືບໜ້າເຂົ້າໄປຍັງນະຄອນຫລວງ ເຖິງແມ່ນວ່າ ປະທານາທິບໍດີ Francois Bozize ໄດ້ສະເໜີໃຫ້ຈັດຕັ້ງລັດຖະບານປະສົມຂຶ້ນກໍຕາມ.

ໃນວັນຈັນວານນີ້ ປະທານາທິບໍດີຝຣັ່ງ ທ່ານ Francois Holland ຮຽກຮ້ອງໃຫ້ມີການ ເປີດການເຈລະຈາ ລະຫວ່າງລັດຖະບານ ແລະ “ຜູ້ຕາງໜ້າທຸກຝ່າຍ” ລວມທັງ ພວກກະ ບົດ.

ໃນຂະນະດຽວກັນ ທາງສະຫະລັດເວົ້າວ່າ ຕົນມີຄວາມເປັນຫ່ວງຢ່າງເລິກເຊິ່ງ ນໍາສະຖາ ນະການດ້ານຄວາມໝັ້ນຄົງ ທີ່ເຊື່ອມໂຊມລົງ” ໃນ C.A.R. ນັ້ນ. ຢູ່ໃນຖະ ແຫລງການ ທີ່ ນໍາອອກເຜີຍແຜ່ໃນວັນຈັນວານນີ້ ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານນາງ Victoria Nuland ເວົ້າວ່າ ສະຫະລັດຊຸກຍູ້ໃຫ້ ກໍາລັງຂອງລັດຖະບານ ຈົ່ງນັບຖືສິດທິ ມະນຸດ ແລະໃຫ້ພວກກະບົດ ຈົ່ງ “ຢຸດການຕໍ່ສູ້ ແລະການເຄື່ອນກໍາລັງເຂົ້າໄປຍັງນະ ຄອນຫລວງ” ນັ້ນເສຍ.
XS
SM
MD
LG