ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ອາຟຣິກາກາງ ເຕັມໃຈ ທີ່ຈະເຂົ້າຮ່ວມ ລັດຖະບານປະສົມ ກັບຝ່າຍກະບົດ (ສະໄລດ໌)


ປະທານາທິບໍດີຂອງ ສາທາລະນະລັດອາຟຣິກາກາງ ທ່ານ Francois Bozize (ຊຸດຂາວ) ໄປເຖິງສະຖານທີ່ ພົບປະກັບ ຫົວໜ້າສະຫະພາບອາຟຣິກາ ທ່ານ Thomas Yayi Boni ທີ່ກໍາລັງຢ້ຽມຢາມປະເທດນັ້ນ ຢູ່ສະໜາມບິນນະຄອນຫລວງ Bangui ໃນວັນທີ 30 ທັນວາ 2012.
ປະທານາທິບໍດີຂອງ ສາທາລະນະລັດອາຟຣິກາກາງ ທ່ານ Francois Bozize (ຊຸດຂາວ) ໄປເຖິງສະຖານທີ່ ພົບປະກັບ ຫົວໜ້າສະຫະພາບອາຟຣິກາ ທ່ານ Thomas Yayi Boni ທີ່ກໍາລັງຢ້ຽມຢາມປະເທດນັ້ນ ຢູ່ສະໜາມບິນນະຄອນຫລວງ Bangui ໃນວັນທີ 30 ທັນວາ 2012.
ປະທານາທິບໍດີຂອງສາທາລະນະລັດອາຟຣິກາກາງ ຫລື
C.A.R ທ່ານ Francois Bozize ເວົ້າວ່າ ທ່ານເຕັມໃຈທີ່ຈະ ເຂົ້າຮ່ວມຈັດຕັ້ງລັດຖະບານປະສົມ ກັບພວກກະບົດ ທີ່ໄດ້ຢຶດ
ເອົາປະມານ ນຶ່ງສ່ວນສາມຂອງປະເທດແລ້ວນັ້ນ ແລະຂະນະ
ນີ້ ແມ່ນຕັ້ງທ່າ ຢູ່ນອກນະຄອນຫລວງບັງກີ ເພື່ອຈະບຸກເຂົ້າ
ຍຶດເອົາ.

ທ່ານ Bozize ໄດ້ໃຫ້ຄໍາເຫັນດັ່ງກ່າວຢູ່ໃນກອງປະຊຸມຖະ
ແຫລງຂ່າວໃນວັນອາທິດວານນີ້ ລຸນຫລັງທີ່ໄດ້ປະຊຸມກັບຫົວ
ໜ້າສະຫະພາບອາຟຣິກາ ທ່ານ Thomas Yayi Boni ທີ່
ກໍາລັງຢ້ຽມຢາມປະເທດນັ້ນຢູ່.

ກ່ອນໜ້ານັ້ນ ໃນມື້ດຽວກັນ ຜູ້ຕາງໜ້າກຸ່ມພັນທະມິດ Seleka
ຂອງພວກກະບົດ ໄດ້ເຕືອນວ່າ ພວກເຂົາເຈົ້າຈະເຄື່ອນກໍາລັງບຸກເຂົ້າໄປຍັງນະຄອນ ຫລວງ ໃນໄວໆນີ້ ເຖິງແມ່ນໄດ້ຕົກລົງທີ່ຈະພົບປະເຈລະຈາໂດຍບໍ່ມີເງື່ອນໄຂ ກັບລັດຖະ ບານ ຂອງທ່ານ Bozize ໃນຕົ້ນເດືອນໜ້າ ກໍຕາມ.

ຄໍາຂູ່ດັ່ງກ່າວ ໄດ້ມີຂຶ້ນໃນເວລາສາມອາທິດ ລຸນຫລັງທີ່ພວກກະບົດໄດ້ເລີ້ມທໍາການລຸກ ຮື້ຂຶ້ນ. ໃນໄລຍະນັ້ນ ແນວໂຮມຂອງກຸ່ມກະບົດສາມກຸ່ມໄດ້ຕີກອງກໍາລັງທະຫານ ຂອງ ລັດຖະບານ C.A.R ໃຫ້ຖອຍໄປຍັງເມືອງ Damara ຊຶ່ງເປັນເມືອງໃຫຍ່ແຫ່ງສຸດທ້າຍ ກ່ອນຈະໄປຮອດນະຄອນຫລວງບັງກີ ທີ່ຢູ່ໄກອອກໄປ ປະມານ 75 ກິໂລແມັດນັ້ນ.

ໃນວັນອາທິດວານນີ້ ຖະໜົນຫົນທາງຕ່າງໆໃນນະຄອນຫລວງ ສ່ວນໃຫຍ່ແມ່ນເປົ່າປ່ຽວ ແລະຊາວເມືອງເວົ້າວ່າ ພວກເຂົາເຈົ້າໄດ້ສະສົມອາຫານໄວ້ ຕໍ່ໜ້າຄວາມເປັນໄປໄດ້ຂອງ ການບຸກໂຈມຕີຂອງພວກກະບົດ.

ແນວໂຮມຂອງກຸ່ມກະບົດກ່າວຫາທ່ານ Bozize ວ່າ ບໍ່ປະຕິບັດຕາມສັນຍາທີ່ເຊັນກັນໃນປີ
2007 ທີ່ລວມມີຂໍ້ກໍານົດວ່າ ຈະຕ້ອງເອົາພວກນັກລົບຂອງຝ່າຍກະບົດ ໂຮມເຂົ້າໃນກອງ ທັບ ແລະຈ່າຍເງິນເດືອນໃຫ້ເຂົາເຈົ້າ ລຸນຫລັງທີ່ເຂົາເຈົ້າວາງອາວຸດຈາກການລຸກຮື້ຂຶ້ນ ໃນຄັ້ງກ່ອນນັ້ນ.

XS
SM
MD
LG