ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ອາຟຣິກາກາງ ກັບຝ່າຍກະບົດຈະເຈລະຈາກັນ ໃນເດືອນໜ້າ


ໃນວັນທີ 27 ທັນວາ 2012 ປະທານາທິບໍດີ Francois Bozize ກ່າວຄໍາປາໄສຕໍ່ຝູງຊົນ ທີ່ນະຄອນຫລວງ Bangui ຂອງສາທາລະນະລັດອາຟຣິກາກາງ ຫລື C.A.R. ເພື່ອຮຽກຮ້ອງ
ໃຫ້ຝຣັ່ງ ແລະບັນດາປະເທດມະຫາອໍານາດອື່ນໆ ຊ່ວຍປ້ອງກັນ ບໍ່ໃຫ້ພວກກະບົດເຂົ້າຢຶດເອົາ ນະຄອນຫລວງ Bangui ຢ່າງຮີບດ່ວນ (AP Photo/APTN)
ໃນວັນທີ 27 ທັນວາ 2012 ປະທານາທິບໍດີ Francois Bozize ກ່າວຄໍາປາໄສຕໍ່ຝູງຊົນ ທີ່ນະຄອນຫລວງ Bangui ຂອງສາທາລະນະລັດອາຟຣິກາກາງ ຫລື C.A.R. ເພື່ອຮຽກຮ້ອງ ໃຫ້ຝຣັ່ງ ແລະບັນດາປະເທດມະຫາອໍານາດອື່ນໆ ຊ່ວຍປ້ອງກັນ ບໍ່ໃຫ້ພວກກະບົດເຂົ້າຢຶດເອົາ ນະຄອນຫລວງ Bangui ຢ່າງຮີບດ່ວນ (AP Photo/APTN)
ລັດຖະບານຂອງສາທາລະນະລັດອາຟຣິກາກາງ ຫລື C.A.R
ແລະແນວໂຮມຂອງພວກກະບົດ ທີ່ພວມເຄື່ອນກໍາລັງບຸກ
ເຂົ້າໄປຍັງນະຄອນຫລວງນັ້ນ ໄດ້ຕົກລົງທີ່ຈະພົບປະເຈລະຈາ
ໂດຍບໍ່ມີເງື່ອນໄຂໃນຕົ້ນເດືອນໜ້າ.

ການປະກາດໃນວັນເສົາວານນີ້ ໄດ້ມີຂຶ້ນໃນເວລາບໍ່ພໍເທົ່າໃດ
ຊົ່ວໂມງ ລຸນຫລັງທີ່ປະຊາຊົນທີ່ອາໄສ ຢູ່ທາງເຂດເໜືອຂອງ
ນະຄອນຫລວງ Bangui ກ່າວຕໍ່ວີໂອເອວ່າ ພວກນັກລົບ ຢູ່ໃນແນວໂຮມຂອງພວກກະບົດ ທີ່ເອີ້ນວ່າກຸ່ມ Seleka
ໄດ້ຢຶດເອົາເມືອງ Sibut ຊຶ່ງ ລັດຖະບານໄດ້ຢືນຢັນການຢຶດ
ເອົາເມືອງດັ່ງກ່າວ ໃນເວລາຕໍ່ມາ ໂດຍເວົ້າວ່າເມືອງ Sibut
ທີ່ຢູ່ຫ່າງຈາກນະຄອນຫລວງ Bangui 180 ກວ່າກິໂລແມັດ
ນັ້ນ ໄດ້ຕົກໄປຢູ່ໃນ ການຄອບຄອງ ຂອງພວກກະບົດໂດຍບໍ່
ມີສຽງປືນແຕກ ແມ່ນແຕ່ລູກນຶ່ງ. ໃນວັນສຸກຜ່ານມາ ກໍາລັງທະຫານຂອງລັດຖະບານ ກໍບໍ່ ສາມາດທີ່ຈະຢຶດເອົາເມືອງ Bambari ທີ່ຢູ່ໃກ້ກັນນັ້ນ ມາຈາກພວກກະບົດໄດ້ເຊັ່ນກັນ.

ຍັງບໍ່ມີການກໍານົດເວລາ ສໍາລັບການເຈລະຈາກັນດັ່ງກ່າວນີ້ເທື່ອ. ພວກກະບົດໄດ້ຢຶດເອົາ ປະມານສອງສ່ວນສາມຂອງປະເທດ ໃນໄລຍະສາມອາທິດ ທີ່ຜ່ານມາ.

ໃນຂະນະດຽວກັນ ທໍານຽບຂາວໄດ້ເຈ້ງໃຫ້ພວກຜູ້ນໍາໃນລັດຖະສະພາສະຫະລັດວ່າ
ທະຫານ 50 ຄົນ ໄດ້ຮັບຄໍາສັ່ງໃຫ້ກຽມພ້ອມຢູ່ໃນປະເທດ Chad ທີ່ຢູ່ໃກ້ກັນນັ້ນ ເພື່ອ
ຊ່ວຍເຫລືອໃນການຍົກຍ້າຍພະນັກງານສະຖານທູດອອກຈາກ C.A.R. ຖະແຫລງການ ສະບັບນຶ່ງຂອງທໍານຽບຂາວເວົ້າວ່າ ກອງກໍາລັງທະຫານດັ່ງກ່າວ ແມ່ນໃຊ້ເພື່ອ “ຈຸດປະ
ສົງ ໃນການປົກປ້ອງພົນລະເມືອງ ແລະຊັບສິນຂອງສະຫະລັດເທົ່ານັ້ນ, ຖ້າຈໍາເປັນ.”

ໃນວັນພະຫັດຜ່ານມາ ສະຫະລັດໄດ້ປິດສະຖານທູດຂອງຕົນໃນ C.A.R. ຊົ່ວຄາວ ແລະ ໄດ້ເລີ້ມຍົກຍ້າຍພະນັກງານຂອງຕົນອອກ. ສະຫະປະຊາຊາດ ກໍໄດ້ຍົກຍ້າຍພະນັກງານ ທີ່ບໍ່ຈໍາເປັນອອກຈາກປະເທດດັ່ງກ່າວ.
XS
SM
MD
LG