ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາຄາລົດໃໝ່ ແລະລົດເກົ່າ ຢູ່ໃນສະຫະລັດ ພວມແພງຂຶ້ນ ຍ້ອນຂາດເຄື່ອງອາໄຫລ່


ປ້າຍບໍລິສັດປະກອບລົດທີ່ເປີດໃໝ່ຂອງ General Motors ວັນທີ 16 ຕຸລາ 2020 ໃນເມືອງ Hamtramck ລັດມີຊີແກນ.
ປ້າຍບໍລິສັດປະກອບລົດທີ່ເປີດໃໝ່ຂອງ General Motors ວັນທີ 16 ຕຸລາ 2020 ໃນເມືອງ Hamtramck ລັດມີຊີແກນ.

ການແຜ່ລະບາດຂອງໂຄວິດ-19 ໃນເກືອບສອງປີທີ່ຜ່ານມາ ໄດ້ມີຜົນກະທົບຕໍ່ ການຄ້າ
ການທ່ອງທ່ຽວຊີວິດການເປັນຢູ່ ແລະຜະລິດຕະພັນຕ່າງໆ ໂດຍສະ ເພາະແມ່ນເຄື່ອງ
ອາໄຫລ່ລົດຍົນ ທີ່ພວມຂາດເຂີນຢູ່ໃນທົ່ວໂລກ ໃນປັດຈຸບັນນີ້ ໂດຍເປັນທີ່ສັງເກດໃຫ້
ເຫັນວ່າ ລາຄາລົດໃໝ່ແລະລາຄາລົດເກົ່າກໍດີ ທີ່ຂາຍກັນ ຢູ່ຕາມຮ້ານຂາຍລົດຕ່າງໆນັ້ນ
ມີລາຄາແພງຂຶ້ນຢ່າງຜິດປົກກະຕິ.

ສາເຫດກໍເນື່ອງມາຈາກການຜະລິດລົດຊັກຊ້າລົງ ເພາະຂາດເຄື່ອງອາໄຫລ່ປະກອບໃນ
ພາກສ່ວນຂອງລົດຍົນທີ່ຜະລິດມາຈາກຫຼາຍແຫ່ງ ອັນເປັນສາເຫດມາ ຈາກການແຜ່ລະ
ບາດໄວຣັສໂຄໂຣນາ ເຮັດໃຫ້ການຜະລິດເຄື່ອງອາໄຫລ່ຊ້າລົງ ແລະດ້ວຍເຫດນີ້ ຈຶ່ງບໍ່ມີ
ລົດຍົນພຽງພໍ ເພື່ອຕອບສະໜອງຄວາມຕ້ອງການຂອງ ຜູ້ໃຊ້ລົດຍົນ ຈຶ່ງເຮັດໃຫ້ລົດຂາດ
ຂາດຕະຫຼາດໃນບາງບ່ອນ ແລະເຮັດໃຫ້ບໍລິສັດ ຂາຍລົດ ສວຍໂອກາດຂຶ້ນລາຄ່າລົດ
ໃໝ່ແລະລົດເກົ່າ ອັນເປັນຜົນກະທົບມາສູ່ຜູ້ ຕ້ອງການຊື້ລົດ.

ທ່ານສຸກັນ ຄົນຂາຍລົດຢູ່ບໍລິສັດຂາຍລົດຍົນແຫ່ງນຶ່ງ ໃນນະຄອນຊິຄາໂກ ລັດອິລລິນອຍ
ຕັ້ງຢູ່ທາງພາກກາງຂອງສະຫະລັດ ໄດ້ກ່າວກ່ຽວກັບເລື້ອງນີ້ສູ່ວີໂອ ເອ ຟັງວ່າ:

ຊາວອາເມຣິກັນພາກັນຊື້ລົດໃໝ່ແລະເຊົ່າລົດມາໃຊ້ທຸກໆສາມຫາສີ່ປີ. ນອກຈາກນັ້ນ ລາ
ຄາສິນຄ້າທຸກຢ່າງ ກໍມີລາແພງຂຶ້ນຜິດປົກກະຕິ. ສະພາບການດັ່ງກ່າວນີ້ ຄາດວ່າ ຍັງຈະ
ດໍາເນີນຕໍ່ໄປ ຈົນກວ່າການລະບາດ ຂອງໄວຣັສໂຄໂຣນາ ຈະຢູ່ ພາຍໃຕ້ການຄວບຄຸມ.

XS
SM
MD
LG