ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳໄລຍະຂ້າມຜ່ານ ໃນສາທາລະນະລັດ ອາຟຣິກາກາງ ຮຽກຮ້ອງ ໃຫ້ປະຊາຊົນ ຢູ່ໃນຄວາມສະຫງົບ (ສະໄລດ໌)


 ທ່ານ Alexandre-Ferdinand Nguendet, ຫົວໜ້າສະພາ
ໂອນອຳນາດຂອງສາທາລະນະລັດອາຟຣິກາກາງ ຖະແຫລງຢູ່
ນະຄອນຫຼວງ Bangui, ວັນທີ 11 ມັງກອນ 2014.
ທ່ານ Alexandre-Ferdinand Nguendet, ຫົວໜ້າສະພາ ໂອນອຳນາດຂອງສາທາລະນະລັດອາຟຣິກາກາງ ຖະແຫລງຢູ່ ນະຄອນຫຼວງ Bangui, ວັນທີ 11 ມັງກອນ 2014.
ຜູ້ນຳໄລຍະ​ຂ້າມ​ຜ່ານ​ໃນ​ສາທາລະນະ​ລັດ​ອາ​ຟຣິກາກາງ ​ໄດ້
ຮຽກຮ້ອງ​ໃຫ້​ປະຊາຊົນ​ຢູ່​ໃນຄວາມ​ສະຫງົບ​ ແລະ​ໃຫ້​ຢຸດ​ການ
​ເຄື່ອນ​ໄຫວ​ຕ່າງໆ​ທີ່​ເປັນ​ປໍ​ລະ​ປັກ​ກັນ ​ໃນ​ຂະນະ​ທີ່​ທ່ານ​ແຈ້ງ​
ໃຫ້​ຊາບ​ໂດຍ​ສັງ​ເຂ​ບໃນ​ວັນ​ອາທິດ​ມື້​ນີ້​ ​ແຜນການ​ຂອງ​ທ່ານ​
ໃນ​ການ​ກ້າວ​ໄປ​ສູ່ການ ​ຄັດ​ເລືອກ​ເອົາ​ປະທານາທິບໍດີ​ຮັກສາ​
ການ​ຊົ່ວຄາວ​ນັ້ນ.

ທ່ານ Alexandre Ferdinand Nguendet ຫົວໜ້າ​ສະພາ
​ໂອນ​ອຳນາດ​ຂອງ​ສະ​ທາ ລະນະ​ລັດ​ອາ​ຟຣິກາ​ກາງ ກ່າວ​ເປັນ​
ພາສາ​ຝຣັ່ງວ່າ:

“ຂ້າພະ​ເຈົ້າ​ສັນຍາ​ວ່າ ​ຈະ​ດຳ​ເນີນ​ງານ​ກັບ​ທຸກໆ​ກໍາລັງຂອງ​ປະ​ເທດ ​ໂດຍ​ບໍ່​ມີ​
ການ​ແບ່ງ​ແຍກ​ໃດໆ ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍດັ່ງກ່າວ​ນັ້ນ. ຂ້າພະ​ເຈົ້າ​ຂໍ​ຮ້ອງ​
ໃຫ້​ຊາວ​ອາ​ຟຣິກາ​ກາງ​ທຸກໆ​ຄົນ​ ​ຢູ່​ໃນ​ຄວາມ​ສະຫງົບ​ ​ແລະ​ເຊື່ອ​ໝັ້ນ​ໃນ​ການ​
ເຄື່ອນ​ໄຫວ​ທີ່​ພວກ​ເຮົາ​ເລີ້ມ​ຂຶ້ນ​ໃນມື້​ນີ້​ ເພື່ອ​ດຳ​ເນີນ​ການໂອນ​ອຳນາດໃນ​ສະ
ພາບ​ການ​ທີ່​ສັນຕິ​ແລະ​ປອດ​ໄພ.”


ຄຳ​ຮຽກຮ້ອງ​ໃຫ້ຢູ່​ໃນ​ຄວາມ​ສະຫງົບ​ນີ້ ​ມີ​ຂຶ້ນນຶ່ງ​ມື້ ຫຼັງ​ຈາກມີລາຍ​ງານ​ວ່າ ມີ​ການ​ລັກຂະ
​ໂມ​ຍ​ແລະ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ຢ່າງ​ແຜ່​ຫຼາຍ​ໃນ​ນະຄອນຫຼວງ Banqui ຫຼັງ​ຈາກ​ປະທາ
ນາທິບໍດີ Michel Djotodia ຖືກ​ບັງຄັບ​ໃຫ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ຊຶ່ງ​ເວລາ​ນີ້​ທ່ານໄດ້
​ໜີ​ໄປ​ຂໍລີ້​ໄພຢູ່​ໃນ​ປະ​ເທດ Benin.

ນັກ​ວິສະວະກອນ Herve Sande ກ່າວ​ວ່າ:

“ ​ພວ​ກ​ເຮົາມີ​ຄວາມ​ພໍ​ໃຈ​ແລ້ວ ພວກ​ເຮົາ​ໄດ້​ໃນ​ສິ່ງທີ່​ພວກ​ເຮົາ​ຕ້ອງ​ການ ​ແລະ
​ພວກ​ເຮົາ​ດີ​ໃຈ​ແທ້ໆ​ກ່ຽວ​ກັບ​ການ​ໜີ​ໄປ​ຂອງ​ທ່ານ Djotodiaນັ້ນ. ສຳລັບ​ສິ່ງ​
ຈະ​ມາ​ຕໍ່ໜ້າ​ນີ້ ກໍ​ແມ່ນ​ພວກ​ເຮົາ​ລໍຖ້າ​ປະທານາທິບໍດີ​ຄົນ​ໃໝ່ ລັດຖະບານ​ຊຸດ​
ໃໝ່ ​ເພື່ອ​ຈະ​ມາ​ດຳລົງ​ຕຳ​ແໜ່​ງ ​ແລະ​ລໍຖ້າສັນຕິພາບກັບ​ຄືນ​ມາ.”


ທ່ານ Djotodia ​ເດີນທາງ​ໄປ​ຮອດ​ເມືອງ Cotonou ​ປະ​ເທດ Benin ໃນ​ວັນ​ເສົາ​ວານ​ນີ້
ນຶ່ງ​ມື້​ຫຼັງ​ຈາກກຸ່ມປະ​ເທດອາ​ຟຣິກາ​ ​ຫຼື ECCAS ປະກາດ​ຂ່າວ​ການ​ລາ​ອອກ​ຂອງ​ທ່ານ
ແລະ​ການ​ເດີນທາງ​ອອກ​ຈາກ​ປະ​ເທດ​ຂອງ​ນາຍົກລັດຖະມົນຕີ Nicolas Tiengaye.

ຜູ້ນຳ​ 2 ທ່ານນີ້ ຂອງລັດຖະບານ​ຊົ່ວຄາວ ບໍ່​ສາມາດ​ທີ່​ຈະ​ຍຸດຕິການ​ກໍ່​ຄວາມ​ວຸ້ນວາຍ
ຢ່າງ​ແຜ່​ຫຼາຍ​ໃນ​ສະ​ທາ​ລະນະ​ລັດ​ອາ​ຟຣິກາ​ກາງ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​
ຫຼາຍ​ກວ່າ 1 ພັນ​ຄົນ ​ແລະ​ເຮັດ​ໃຫ້​ປະຊາຊົນ​ຈຳນວນ​ເກືອບ 1 ລ້ານຄົນ ຕ້ອງ​ອົບພະ
ຍົບອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

ກຳລັງ​ຂອງ​ອາ​ຟຣິກາ​ແລະ​ຝຣັ່ງ​ໄດ້ຖືກ​ສົ່ງ​ໄປ​ຍັງ​ສາທາລະນະ​ລັດ​ອາ​ຟຣິກາ​ກາງ ​ເພື່ອ​
ຊ່ອຍ​ລະງັບ​ຄວາມ​ວຸ້ນວາຍ ຊຶ່ງ​ສ່ວນ​ໃຫຍ່​ໄດ້​ເກີດ​ຂຶ້ນ​ລະຫວ່າງ​ພວກ​ກະບົດ Seleka
​ເກົ່າ ຊຶ່ງ​ສ່ວນ​ຫຼາຍ​ເປັນ​ຊາວ​ມຸສລິ​ມ ​ແລະ​ພວກກຸ່ມ​ທະຫານ​ບ້ານຊາວ​ຄຣິສທີ່​ເອີ້ນ​ກັນ​
ວ່າ ກຸ່ມ​ຕໍ່ຕ້ານbalaka ນັ້ນ.

ອົງການ​ເພື່ອ​ການອົບ​ພະຍົບລະຫວ່າງ​ຊາດ​ ຫຼື IOM ກຳລັງ​ຍົກຍ້າຍ​ພວກ​ຊາວ​ຕ່າງປະ​
ເທດທີ່​ຕົກ​ຄ້າງ​ຢູ່​ໃນ​ປະ​ເທດ​ນັ້ນ ອອກ​ໄປຈາກນະຄອນຫຼວງ Bangui ​ໂດຍທາງ​ເຮືອ​ບິ​ນ
​ຫຼັງ​ຈາກມີການ​ຮຽກຮ້ອງ ຈາກ​ພວກ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ​ໃນ​ອາ​ຟຣິກາ.

XS
SM
MD
LG