ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໜ່ວຍ​ປ່ອນ​ບັດຕ່າງໆ ​ໄດ້​​ເປີດ​​ແລ້ວ ຢູ່​ໃນສາທາລະນະ​ລັດ ອາ​ຟຣິກາ​ກາງ


ພະນັກງານຄົນໜຶ່ງ ຖືບັດລົງຄະແນນສຽງ ລະຫວ່າງການແຈກ ຢາຍຢູ່ນະຄອນຫຼວງ Bangui ​ໃນສາທາລະນະ​ລັດອາ​ຟຣິກາ​ກາງ.
ພະນັກງານຄົນໜຶ່ງ ຖືບັດລົງຄະແນນສຽງ ລະຫວ່າງການແຈກ ຢາຍຢູ່ນະຄອນຫຼວງ Bangui ​ໃນສາທາລະນະ​ລັດອາ​ຟຣິກາ​ກາງ.

ບັນດາໜ່ວຍ​ປ່ອນ​ບັດຕ່າງໆ ​ໄດ້ເປີດແລ້ວ ຢູ່​ໃນສາທາລະນະ
​ລັດ ອາ​ຟຣິກາ​ກາງ ຊຶ່ງໄດ້ມີ​ການ​ຊັກຊ້າມາ​ເປັນ​ເວລາ​ດົນ​ນານ
”ທີ່​ຫຼາຍໆ​ຄົນ​ຫວັງ​ວ່າ ຈະຊ່ວຍ ​ຍຸຕິຄວາມ​ຮຸນ​ແຮງ ທີ່ດຳ​ເນີນ
​ມາ​ໄດ້​ເກືອບ​ສາມ​ປີແລ້ວ ລະຫວ່າງ​ຊາວ​ຄຣິສຕຽນ ​ແລະ ຊາວ
ມຸສລິ​ມ ນັບ​ແຕ່​ໄດ້ມີ​ການ​ເຮັດ​ລັດຖະປະຫານ​ ໃນປີ 2013.

ມີ​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ​ໃນ​ວັນ​ພຸດມື້ນີ້
ລະຫວ່າງ​ການ​ເລືອກ​ຕັ້ງ ປະທານາທິບໍດີ ​ແລະ​ການ​ເລື​ອກຕັ້ງ
ສະມາຊິກສະພາ ຊຶ່ງ​ການ​ຊັກ​ຊ້າ​ຫວ່າງ​ມໍ່ໆ​ມາ​ນີ້ ​ກໍ​ແມ່ນໃນວັນ
​ອາທິດຜ່ານ​ມາ​ເພື່ອ​ຮັບ​ມື​ກັບບັນຫາຫຍຸ້ງ​ຍາກທາງດ້ານ
​ເທັກ ນິກ.

ກໍາລັງ​ຮັກສາ​ສັນຕິພາບສະຫະ​ປະຊາ​ຊາດ ໄດ້​ຖືກ​ສົ່ງ​ໄປຮັກສາ​ການ​ຢູ່​ຕາມ​ເຂດ ທີ່ສຳ
ຄັນຕ່າງໆ ມີ​ກຳລັງທະຫານ 300 ຄົນ ພາກັນ​ຍາມ ​ຢູ່​ໃນນະຄອນຫລວງ Bangui ​ແລະ
ຕຳຫລວດ 1,800 ຄົນ ​ແລະ​ສາລະວັດ​ທະຫານ ພາກັນ​ຢືນ​ຍາມຢູ່​ໃນ​ເຂດ​ຕ່າງ​ໆ​ທົ່ວ
ປະ​ເທດ.

​ເລຂາ​ທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ຮຽກຮ້ອງ​ໃຫ້ “ທຸກໆ​ຊົນ​
ຊາດ​ທີ່​ມີ​ສ່ວນໄດ້​ສ່ວນ​ເສຍ​ທັງ​ໝົດຂອງ​ປະ​ເທດ ຈົ່ງປະຕິບັດ​ຕົນ​ເພື່ອ​ຄໍ້າປະກັນວ່າ ການ
ເລື​ອກຕັ້ງໄດ້​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະ​ງົບ ​ແລະຢູ່​ໃນ​ວິທີ​ທີ່​ໜ້າເຊື່ອ​ຖື​ໄດ້​.”

ຄາດ​ວ່າມີ​ປະຊາຊນ​ຫຼາຍ​ກວ່າ 1 ລ້ານ 8 ​ແສນ​ຄົນຈະພາກັນ​ໄປ​ປ່ອນ​ບັດເລືອກ ​ເອົາ​ໃນ
ລະ​ຫວ່າງບັນດາຜູ້​ສະມັກປະທານາທິບໍດີ 30 ຄົນ​ແລະ​ອີກ​ຫຼາຍຄົນແມ່ນ ສະມັກ​ລົງ​ແຂ່ງ
ຂັນເປັນສະມາຊິກ​ສະພາ. ຮວມຢູ່​ໃນ​ບັນດາ​ຜູ້​ສະມັກ​ເປັນ​ປະ​ທາ​ນາ​ທິບໍດີ ກໍມີອະດີດ
ນາຍົກລັດຖະມົນຕີ Martin Ziguele ​ແລະອະດີດ​ນາຍົກ ລັດຖະມົນຕີ Anicet
Georges Dologuele ​ທີ່ເບິ່ງ​ກັນ​ວ່າ ​ໄດ້​ຮັບ​ຄວາມ​ນິ ຍົມ.

XS
SM
MD
LG