ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາມ​ຄົນ​ຖືກ​ຈັບ ຢູ່ນອກ​ໂຮງ​ໝໍ ​ລີ​ເວີ​ພູ​ລ ທີ່​ພົວ​ພັນ ​ກັບ​ເຫດ​​ລົດລະ​ເບີດ


ໜ່ວຍ​ບໍ​ລິ​ການ​ສຸກ​ເສີນ ຢູ່ນອກ​ໂຮງ​ໝໍ​ແມ່​ຍິງ​ລີ​ເວີ​ພູ​ລ ປະ​ເທດ​ອັງ​ກິດ ເມື່ອ​ວັນ​ທີ 14 ພະ​ຈິກ 2021.
ໜ່ວຍ​ບໍ​ລິ​ການ​ສຸກ​ເສີນ ຢູ່ນອກ​ໂຮງ​ໝໍ​ແມ່​ຍິງ​ລີ​ເວີ​ພູ​ລ ປະ​ເທດ​ອັງ​ກິດ ເມື່ອ​ວັນ​ທີ 14 ພະ​ຈິກ 2021.

ຕຳ​ຫຼວດ​ອັງ​ກິດ​ໄດ້​ຈັບສາມ​ຄົນພາຍ​ໃຕ້​ກົດ​ໝາຍ​ການ​ກໍ່​ການ​ຮ້າຍ​ ໃນ​ວັນ​ອາ​ທິດ​ວານນີ້ ຫຼັງ​ຈາກ​ລະ​ເບີດ​ລົດ​ຄັນ​ນຶ່ງ​ໄດ້​ແຕກ​ຂຶ້ນ​ຢູ່ນອກ​ໂຮງ​ໝໍ ໃນ​ເມືອງ​ລີ​ເວີ​ພູ​ລ ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ນຶ່ງ​ເສຍ​ຊີ​ວິດ ແລະ​ອີກ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ.

​ໜ່ວຍ​ຕໍ່​ຕ້ານ​ຜູ້ກໍ່​ກາ​ນ​ຮ້​າຍ​ຂອງຕຳ​ຫຼວດ ກ່າວ​ວ່າ ບຸກ​ຄົນ​ທັງ​ສາມ ທີ່​ມີ​ອາ​ຍຸ​ແຕ່ 21 ຫາ 29 ປີ ໄດ້​ຖືກ​ຈັບ ​ໃນ​ເຂດ​ເມືອງ​ຄິງ​ສ໌​ຕັນ ຊຶ່ງ​ເປັນ​ຫົວ​ເມືອງ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ຂອງ​ອັງ​ກິດ ພາຍ​ໃຕ້​ກົດ​ໝາຍ​ການ​ກໍ່​ການ​ຮ້າຍ. ນອກນັ້ນ ຕຳ​ຫຼວດ​ຍັງ​ໄດ້​ປິດ​ລ້ອມ​ ຫົນ​ທາງ​ສາຍ​ນຶ່ງ ໃນເຂດ​ບ້ານ​ພັກ ​ຂອງ​ເມືອງ​ດັ່ງ​ກ່າວ. ເຂົາ​ເຈົ້າ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ນັ້ນ.

ຕຳ​ຫຼວດ​ໄດ້​ຖືກ​ເອີ້ນ​ໄປ​ຍັງ​ບ່ອນ​ເກີດ​ເຫດ ທີ່​ພົວ​ພັນ​ກັບ​ລົດ​ແທັກ​ຊີ​ຄັນ​ນຶ່ງ​ທີ່​ໂຮງ​ໝໍ​ແມ່​ຍິງທີ່ເມືອງ ​ລີ​ເວີ​ພູ​ລ ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້. ຮູບ​ພາບ​ໄດ້​ສະ​ແດງ​ໃຫ້​ເຫັນ​ລົດ​ລຸກ​ໄໝ້​ເປັນ​ແປວ​ໄຟ ໃກ້ໆ​ປະ​ຕູ​ທາງ​ເຂົ້າ​ຂອງ​ໂຮງ​ໝໍ.

ຕຳ​ຫຼວດ​ເຂດ​ເມືອງ​ເມີ​ຊີ​ໄຊ (Merseyside) ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ມີ​ລົດ​ແທກ​ຊີ​ຄັນນຶ່ງ “ແລ່ນ​ເຂົ້າ​ໄປ​ໃນ​ໂຮງ​ໝໍ ບໍ່​ດົນ​ກ່ອນ​ທີ່​ລະເບີດ​ແຕກ​ຂຶ້ນ. ພວມ​ມີ​ການ​ດຳ​ເນີນ​ວຽກ​ງານ​ຢູ່ເພື່ອ​ຢາກ​ຮູ້​ວ່າ​ແມ່ນ​ຫຍັງ​ໄດ້​ເກີດຂຶ້ນ ແລະ​ອາດ​ຈະ​ໃຊ້​ເວ​ລາ​ດົນ​ສົມ​ຄວນ ກ່ອນ​ທີ່​ພວກ​ເຮົາ​ຈະ​ຢູ່​ໃນ​ທ່າ​ທີ ທີ່​ຈະ​ໃຫ້​ການ​ຢືນ​ຢັນ​ສິ່ງ​ໃດ​ສິ່ງ​ນຶ່ງໄດ້.”

ຜູ້​ຊາຍ​ທີ່​ເປັນ​ຜູ້​ໂດຍ​ສານ​ໄດ້​ເສຍ​ຊີ​ວິດ ແລະ​ຄົນ​ຂັບ​ລົດ​ໄດ້​ຮັບ​ການ​ປິ່ນ​ປົວ ດ້ວຍ​ບາດ​ເຈັບ​ທີ່​ບໍ່​ເປັນ​ໄພ​ຕໍ່​ຊີ​ວິດ ອີງ​ຕ​າ​ມ​ຄຳ​ເວົ້າ​ຂອງ​ຕຳ​ຫຼວດ.

ເຫດ​ລະ​ເບີດ​ເກີດ​ຂຶ້ນ​ກ່ອນ 11 ໂມງ​ເຊົ້າ ໃນ​ວັນ​ອາ​ທິດ​ຊຶ່ງ​ເປັນ​ວັນ​ທີ່​ປະ​ຊາ​ຊົນ ໃນ​ທົ່ວ​ປະ​ເທດ​ອັງ​ກິດ ໄວ້​ອາ​ໄລ​ໃຫ້​ແກ່​ພວກ​ທີ່​ເສຍ​ຊີ​ວິດ​ໃນ​ສົງ​ຄາມ​ປາງ​ຕ່າງໆ.

ຕຳ​ຫຼວດ​ກ່າວ​ວ່າ ເຫດ​ລະ​ເບີດ​ບໍ່​ໄດ້​ຖືກ​ປະ​ກາດ​ວ່າ​ເປັນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່ການ​ຮ້າຍ​ເທື່ອ ແລະ​ພວກ​ເຂົາ​ເຈົ້າ​ຍິງ​ເປີດກວ້າງ ​ທີ່​ຈະ​ສະ​ຫຼຸບ​ກ່ຽວ​ກັບ​ເລື້ອງນີ້ ແຕ່​ໜ່ວຍ​ຕໍ່​ຕ້ານ​ຜູ້​ກໍ່​ການ​ຮ້າຍ​ເປັນ​ຜູ້​ນຳ​ພາ ໃນ​ການ​ສືບ​ສວນ​ດັ່ງ​ກ່າວ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ອັງ​ກິດ ທ່ານ​ນາງ​ພ​ຣີ​ຕີ ພາ​ເທັ​ລ ກ່າວ​ວ່າ ທ່ານນາງ​ໄຖືກ​ແຈ້ງ​ໃຫ້​ຊາບ​ “ໃນ​ການ​ລາຍ​ງານ​ຕາມ​ປົກ​ກະ​ຕິກ່ຽວ​ກັບ​ເຫດ​ຮ້າຍ​ດັ່ງກ່າວນີ້.”

ໂຮງ​ໝໍ​ແມ່​ຍິງ​ໃນ​ເມືອງ​ລີ​ເວີ​ພູ​ລ ກ່າ​ວ​ວ່າ ຕົນ​ໄດ້​ທຳ​ການ​ຈຳ​ກັດ​ການ​ຢ້ຽມ​ຢາມ​ຜູ້​ຄົນ​ໃນ​ທັນ​ທີຈົນ​ກວ່າ​ຈ​ະ​ມີ​ຄຳ​ສັ່ງ​ໃໝ່ແລະ​ໄດ້​ສົ່ງ​ພວກ​ຄົນ​ເຈັບ​ໄປ​ໂຮງ​ໝໍ​ແຫ່ງ​ອື່ນ “ບ່ອນ​ທີ່​ສາ​ມາດ​ເຮັດ​ໄດ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG