ຄື້ນຟອງແຫ່ງການໂຈມຕີດ້ວຍລະເບີດລົດ ໄດ້ປະທະອີຣັກ ໃນ
ວັນຈັນມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 48 ຄົນ ແລະໄດ້
ຮັບບາດເຈັບ 200 ກວ່າຄົນ ໃນຂະນະທີ່ປະເທດດັ່ງກ່າວ ກໍາລັງ
ສູ້ຊົນກັບຄວາມຮຸນແຮງ ແລະຄວາມເຄ່ງຕຶງລະຫວ່າງສາສະໜາ
ທີ່ເພີ້ມທະວີຂຶ້ນນັບມື້ນັ້ນ.
ສ່ວນໃຫຍ່ຂອງລະເບີດລົດທີ່ແຕກເກີດຂື້ນໃນມື້ນີ້ ແມ່ນຢູ່ໃນເຂດ
ຂອງຊາວ Shi’ite ຂອງກຸງ Bagdad ໃນຂະນະທີ່ລະເບີດລູກນຶ່ງ
ແຕກຂື້ນໃນເມືອງ Basra ທາງພາກໃຕ້ຂອງປະເທດ.
ຍັງບໍ່ມີຝ່າຍໃດອອກມາອ້າງເອົາຄວາມຮັບຜິດຊອບສໍາລັບການ
ໂຈມຕີໃນຄັ້ງນີ້ເທື່ອ.
ພວກກໍ່ການຮ້າຍ ທີ່ພົວພັນກັບ Al-Qaida ມັກຈະໃຊ້ວິທີວາງລະເບີດໃສ່ລົດ ທໍາການໂຈມຕີແບບມີການປະສານງານກັນ ເພື່ອບ່ອນທໍາລາຍ ລັດຖະບານຂອງປະເທດ ທີ່ນໍາ
ພາໂດຍຊາວ Shi’ite ນັ້ນ.
ຊາວ Sunni ຈໍານວນຫລວງຫລາຍ ໄດ້ພາກັນປະທ້ວງຕໍ່ຕ້ານລັດຖະບານ ທີ່ເຂົາເຈົ້າ
ກ່າວຫາວ່າ ບໍ່ເອົາຫົວຊານໍາຄວາມຕ້ອງການຂອງເຂົາເຈົ້າ ແລະເຮັດໃຫ້ເຂົາເຈົ້າບໍ່ມີປາກ
ມີສຽງໃນເລື້ອງການເມືອງ.
ຄວາມຮຸນແຮງທີ່ເພີ້ມທະວີຂຶ້ນ ໃນລະຍະສອງສາມເດືອນຜ່ານມານີ້ ໄດ້ເຮັດໃຫ້ຫລາຍຮ້ອຍຄົນເສຍຊີວິດ ຊຶ່ງມີຫລາຍຝ່າຍຄາດຄະເນວ່າ ຈໍານວນຜູ້ເສຍຊີວິດມີຫລາຍກວ່າ 800 ຄົນ ສະເພາະແຕ່ເດືອນກໍລະກົດເທົ່ານັ້ນ.