ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການໂຈມຕີ ດ້ວຍລົດລະເບີດສະຫຼະຊີບ ສັງຫານຊາວອັຟການິສຖານ 15 ຄົນ


ບັນດາເຈົ້າໜ້າທີ່ຮັກສາຄວາມສະຫງົບ ພາກັນອ້ອມລ້ອມ ສະຖານທີ່ໂຈມຕີດ້ວຍລົດລະເບີດ ທີ່ແນໃສ່ກອງບັນຊາການຕຳຫຼວດແຂວງ ໃນເມືອງຟີໂຣສໂກ ເມືອງເອກຂອງແຂວງກໍຣ, ວັນທີ 18 ຕຸລາ 2020.
ບັນດາເຈົ້າໜ້າທີ່ຮັກສາຄວາມສະຫງົບ ພາກັນອ້ອມລ້ອມ ສະຖານທີ່ໂຈມຕີດ້ວຍລົດລະເບີດ ທີ່ແນໃສ່ກອງບັນຊາການຕຳຫຼວດແຂວງ ໃນເມືອງຟີໂຣສໂກ ເມືອງເອກຂອງແຂວງກໍຣ, ວັນທີ 18 ຕຸລາ 2020.

ຜູ້ໂຈມຕີສະຫລະຊີບຄົນນຶ່ງ ໄດ້ບີບຂະນວນລະເບີດທີ່ບັນຈຸເຕັມລົດໃຫ້ແຕກຂຶ້ນຢູ່ນອກກອງບັນຊາການຕຳຫຼວດປະຈຳແຂວງ ໃນເຂດພາກກາງຂອງອັຟການິສຖານ ທີ່ໄດ້ສັງຫານຢ່າງໜ້ອຍ 15 ຄົນ ແລະເຮັດໃຫ້ອີກຫຼາຍກວ່າ 150 ຄົນບາດເຈັບ.

ບັນດາເຈົ້າໜ້າທີ່ອັຟການິສຖານ ໄດ້ກ່າວປະນາມການໂຈມຕີ ໃນອາທິດວານນີ້ ໃນເມືອງຟີໂຣສໂກ ຊຶ່ງເປັນເມືອງເອກຂອງແຂວງກໍຣ ທີ່ທຸກຍາກນັ້ນ ເປັນການກະທຳຂອງການກໍ່ການຮ້າຍ ໂດຍກ່າວວ່າ ພວກພົນລະເຮືອນສ່ວນໃຫຍ່ເປັນຜູ້ເຄາະຮ້າຍ. ແຮງລະເບີດທີ່ມີພະລັງສູງ ຍັງໄດ້ເຮັດໃຫ້ສຳນັກງານລັດຖະບານຕ່າງໆທີ່ຢູ່ໃກ້ຄຽງ ໄດ້ຮັບຄວາມເສຍຫາຍ ອິງຕາມການກ່າວຂອງພວກເຈົ້າໜ້າທີ່.

ທ່ານໂມຮຳມັດ ໂອເມີ ລາລຊາດ ຫົວໜ້າໂຮງໝໍແຂວງດັ່ງກ່າວ ໄດ້ກ່າວຕໍ່ວີໂອເອ ວ່າ “ພວກຄົນທີ່ໄດ້ຮັບບາດເຈັບຈຳນວນນຶ່ງ ແມ່ນມີອາການສາຫັດ.” ທ່ານລາລຊາດ ໄດ້ກ່າວວ່າ ທ່ານຄາດຄະເນວ່າ ຈຳນວນຂອງການເສຍຊີວິດຈະສູງຂຶ້ນ.

ບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບເທື່ອ ເຖິງຢ່າງໃດກໍຕາມ ກະຊວງພາຍໃນຂອງອັຟການິສຖານ ໄດ້ຖິ້ມໂທດໃສ່ພວກກະບົດຕາລີບານ.

ຮັກສາການເອກອັກຄະລັດຖະທູດສະຫະລັດ ປະຈຳອັຟການິສຖານ ໄດ້ກ່າວປະນາມການໂຈມຕີດັ່ງກ່າວນັ້ນ.

ທ່ານຣອສ ວີລສັນ ໄດ້ຂຽນລົງໃນທວິດເຕີ້ວ່າ “ຊາວອັຟການິຖານຜູ້ບໍລິສຸດ ໄດ້ຖືກສັງຫານອີກເທື່ອນຶ່ງໃນມື້ນີ້ ດ້ວຍເຫດລະເບີດທີ່ບໍ່ມີເຫດຜົນເລີຍຢູ່ໃນຟີໂຣສໂກ ແຂວງກໍຣ. ການທຳລາຍແລະການນອງເລືອດຕ້ອງຍຸຕິລົງ. ຊາວອັຟການິສຖານຄວນໄດ້ຮັບຊີວິດການເປັນຢູ່ ທີ່ສະຫງົບສຸກຂອງພວກເຂົາເຈົ້າ.”

ໃນຂະນະດຽວກັນ ກຸ່ມກະບົດດັ່ງກ່າວ ໃນວັນອາທິດວານນີ້ໄດ້ກ່າວຫາກອງທັບສະຫະລັດ ໃນການລະເມີດຂໍ້ຕົກລົງສັນຕິພາບລະຫວ່າງທັງສອງຝ່າຍໃນເດືອນກຸມພາດ້ວຍການປະຕິບັດ “ການໂຈມຕີທາງອາກາດຫຼາຍບັ້ນເກີນໄປ” ຢູ່ໃນພື້ນ ທີ່ຄວບຄຸມໂດຍກຸ່ມຕາລີບານຫຼາຍແຫ່ງໃນແຂວງແຮລແມນ ທາງພາກໃຕ້ ແລະແຫ່ງອື່ນໆ ຂອງປະເທດ.

ທ່ານໂມຮຳມັດ ຢູຊຸຟ ອາມາດີ ໂຄສົກຂອງກຸ່ມຕາລີບານອິສລາມ ໄດ້ກ່າວວ່າ ຂໍ້ຕົກລົງທີ່ໄດ້ລົງນາມໃນນະຄອນຫຼວງໂດຮາຂອງກາຕ້າ ເມື່ອວັນທີ 29 ກຸມພາ ນັ້ນ ຫ້າມກອງກຳລັງຂອງອາເມຣິກາ ບໍ່ໃຫ້ທຳການໂຈມຕີທາງອາກາດໃນພື້ນທີ່ ຕ່່າງໆ ນອກເໜືອຈາກເຂດສູ້ລົບ ຫຼື ໃນລະຫວ່າາງການຕໍ່ສູ້ກັນຢູ່ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG