ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

15 ຄົນ ຖືກສັງຫານ ໃນເຫດ ລະເບີດແຕກ ສອງເທື່ອ ຢູ່ໃນນະຄອນຫຼວງ ຂອງໂຊມາເລຍ


ຄວັນສີຂາວ ພຸ່ງຂຶ້ນສູ່ທ້ອງຟ້າ ຫຼັງຈາກ ລະເບີດແຕກຂຶ້ນ ຢູ່ໃນນະຄອນຫຼວງ ໂມກາດີຊູ ຂອງໂຊມາເລຍ, ວັນທີ 22 ທັນວາ 2018, ໃນພາບທີ່ໄດ້ມາຈາກວີດີໂອ ໃນສື່ສັງຄົມ.
ຄວັນສີຂາວ ພຸ່ງຂຶ້ນສູ່ທ້ອງຟ້າ ຫຼັງຈາກ ລະເບີດແຕກຂຶ້ນ ຢູ່ໃນນະຄອນຫຼວງ ໂມກາດີຊູ ຂອງໂຊມາເລຍ, ວັນທີ 22 ທັນວາ 2018, ໃນພາບທີ່ໄດ້ມາຈາກວີດີໂອ ໃນສື່ສັງຄົມ.

ມີເຫດລະເບີດແຕກຂຶ້ນສອງຄັ້ງ ຢູ່ໃກ້ໆທຳນຽບປະທານາທິບໍດີ ໃນນະຄອນ
ຫຼວງ ຂອງໂຊມາເລຍ ທີ່ໄດ້ສັງຫານ ຢ່າງໜ້ອຍ 15 ຄົນ ລວມທັງນັກຂ່າວ
ທີ່ມີຊື່ສຽງຄົນນຶ່ງ.

ພວກທີ່ເຫັນເຫດການ ໄດ້ກ່າວວ່າ ລະເບີດແຕກເທື່ອທີນຶ່ງ ເກີດຂຶ້ນຍ້ອນ
ລົດບັນຈຸລະເບີດ ຢູ່ປ້ອມກວດກາ ຄວາມປອດໄພ ໃກ້ໆກັບໂຮງລະ​ຄອນ
ແຫ່ງຊາດ ບ່ອນທີ່ຄວັນໜາສີຂາວ ສາມາດແນມເຫັນໄດ້ ພຸ່ງຂຶ້ນສູ່ທອງຟ້າ.

ເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ກ່າວວ່າ ລະເບີດແຕກ ໄດ້ສັງຫານໂດຍ
ສ່ວນໃຫຍ່ແລ້ວ ແມ່ນພວກກຳລັງຮັກສາຄວາມປອດໄພ ແລະພົນລະເຮືອນ.
ລວມຢູ່ໃນຈຳພວກທີ່ຖືກສັງຫານ ໃນການໂຈມຕີເທື່ອທຳອິດ ແມ່ນມີ ທ່ານ
ອາວີລ ດາຮີຣ ຊາລາດ ທີ່ ເປັນໂຄສົກ ຂອງລາຍການໂທລະພາບ ທີ່ນິຍົມ
ຊົມຊອບ ເອີ້ນວ່າ “ດູດ ວາດາອາກ (Dood Wadaag)” ນັ້ນ. ຢ່າງໜ້ອຍ
ມີພະນັກງານຂອງສະຖານີ ໂທລະພາບດັ່ງກ່າວ ອີກສອງຄົນ ແມ່ນລວມຢູ່
ໃນຈຳພວກ ທີ່ໄດ້ເຊຍຊີວິດ.

ນັກຂ່າວວີໂອເອ ພະແນກພາສາໂຊມາເລຍ ທ່ານ ຮາຣູນ ມາຣູຟ ຜູ້ທີ່ຮູ້ຈັກ
ກັບ ທ່ານ ຊາລາດ ມາໄດ້ 25 ປີ ໄດ້ກ່າວວ່າ “ອັນນີ້ ເປັນມື້ທີ່ໂສກເສົ້າແທ້ໆ
ເລີຍ. ໂຊມາເລຍ ໄດ້ສູນເສຍ ນັກຂ່າວທີ່ດີເດັ່ນ....ແລະເປັນບຸກຄົນທີ່ດີຍິ່ງ.”

ພວກທີ່ເຫັນເຫດການ ກ່າວວ່າ ອີກຫຼາຍກວ່າ 31 ຄົນ ແມ່ນໄດ້ຖືກລາຍ
ງານວ່າ ໄດ້ຮັບບາດເຈັບ ໃນເຫດລະເບີດແຕກຄັ້ງທຳອິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG