ຢ່າງໜ້ອຍ 3 ຄົນ ໄດ້ຖືກຂ້າຕາຍ ແລະອີກຫຼາຍກວ່າ 20 ຄົນ ຮ່ວມທັງຊາວເທີກີ ນຳດ້ວຍໄດ້ຮັບບາດເຈັບ ໃນເວລາ ລົດບັນຈຸລະເບີດທີ່ແນເປົ້າໃສ່ຄົນຕ່າງປະເທດ ໄດ້ລະເບີດຂຶ້ນເມື່ອວັນເສົາວານນີ້ ໃນເມືອງອັຟໂກເຢ, 30 ກິໂລແມັດ ຫ່າງຈາກນະຄອນຫຼວງ ໂມກາດິສຊູ.
ກຸ່ມອາລ-ຊາບາບ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ. ເຈົ້າໜ້າທີ່ໂຊມາເລຍສອງທ່ານ ໄດ້ຢືນຢັນຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຕາມລາຍງານຂອງສື່ມວນຊົນໃນທ້ອງຖິ່ນ.
ອີງຕາມອົງການຂ່າວ ອານາໂດລູ ຂອງທາງການເທີກີ ລັດຖະມົນຕີ ກະຊວງສາທາລະນະສຸກຂອງເທີກີ ໄດ້ກ່າວວ່າ ຊາວເທີກີ ຢ່າງໜ້ອຍ 6 ຄົນ ໄດ້ຮັບບາດເຈັບໃນການໂຈມຕີ, ສອງຄົນໃນຈຳນວນດັ່ງກ່າວ ໄດ້ຮັບບາດເຈັບສາຫັດ.
ອົງການຂ່າວນັ້ນໄດ້ກ່າວອີກວ່າ ພວກພະນັກງານບໍລິສັດກໍ່ສ້າງຂອງເທີກີ ກໍໄດ້ຮັບບາດເຈັບໃນເຫດລະເບີດແຕກ. ພວກພົນລະເມືອງອັຟໂກເຢ ກ່າວວ່າ ພວກເຂົາໄດ້ຍິນສຽງລະເບີດແຕກຂະໜາດໃຫຍ່ຢູ່ໃນບໍລິເວນນັ້ນ ຕິດຕາມມາດ້ວຍສຽງຍິງປືນ. ພວກວິສະວະກອນຊາວເທີກີ ແມ່ນກຳລັງເຮັດວຽກໃນໂຄງການກໍ່ສ້າງທາງ. ຊາວເທີກີສອງຄົນ ຜູ້ນຶ່ງເປັນຜູ້ຄຸມງານ ແລະອີກຜູ້ນຶ່ງເປັນພະນັກກໍ່ສ້າງ ແມ່ນລວມຢູ່ໃນພວກທີ່ໄດ້ຖືກຂ້າຕາຍ ຫຼາຍກວ່າ 80 ຄົນ ເມື່ອທ້າຍເດືອນທັນວາຜ່ານມາ ຈາກການໂຈມຕີວາງລະເບີດຢູ່ດ່ານກວດກາແຫ່ງນຶ່ງໃກ້ໆກັບນະຄອນຫຼວງໂມກາດິສຊູ.
ກຸ່ມຫົວຮຸນແຮງອາລ-ຊາບາບ ໄດ້ອ້າງວ່າ ຕົນໄດ້ສັງຫານທະຫານຂອງສະຫະພາບອາຟຣິກາ ແລະໄດ້ບຸກເຂົ້າຖານທັບໃນເມືອງອັຟໂກເຢ ແຕ່ເຈົ້າໜ້າທີ່ຂອງໂຊມາເລຍ ໄດ້ກ່າວວ່າ ທະຫານໂຊມາເລຍພຽງຄົນດຽວເທົ່ານັ້ນ ໄດ້ຖືກຂ້າຕາຍ ໃນການໂຈມຕີທີ່ເມືອງອັຟໂກເຢ.