ລົດບັນຈຸລະເບີດ ຂັບໂດຍຜູ້ສະຫລະຊີບ ໄດ້ບີບຂະນວນລະເບີດຕົນເອງ ໃນວັນ
ອາທິດວານນີ້ ໃນກາງນະຄອນຫຼວງ ຂອງຊີເຣຍ ໂດຍສັງຫານຢ່າງໜ້ອຍ 18 ຄົນ
ແລະ ຫຼາຍກວ່າສິບຄົນໄດ້ຮັບບາດເຈັບ ອີງຕາມສື່ມວນຊົນຂອງລັດ ແລະ ກຸ່ມຕິດ
ຕາມບັນຫາຂັດແຍ້ງຂອງຊີເຣຍ.
ສື່ມວນຊົນຂອງທາງການຊີເຣຍ ແລະ ກຸ່ມສິ້ງຊອມສິດທິມະນຸດ ຂອງຊີເຣຍ ທີ່ມີ
ຫ້ອງການຕັ້ງຢູ່ໃນອັງກິດ ໄດ້ບັນລະຍາຍເຖິງການໂຈມຕີດັ່ງກ່າວ ວ່າ ລົດລະເບີດ
ຄັນນຶ່ງ ໃນຈຳນວນ 3 ຄັນ ໄດ້ເຈດຕະນາໃຫ້ລະເບີດຂຶ້ນ.
ບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບ. ນະຄອນຫຼວງ ດາມັສກັສ ໄດ້ຖືກ
ໂຈມຕີ ໂດຍກຸ່ມລັດອິສລາມ ແລະ ກຸ່ມພວກນັກລົບຈີຮາດ ຜ່ານມາ.
ກຳລັງຮັກສາຄວາມປອດໄພ ຂອງຊີເຣຍ ກ່າວວ່າ ພວກເຂົາເຈົ້າ ໄດ້ໄລ່ຕິດຕາມ
ລົດລະເບີດ 3 ຄັນ ຊຶ່ງໄດ້ທຳລາຍ ສອງຄັນ ຢູ່ທາງເຂົ້ານະຄອນຫຼວງ ດາມັສກັສ
ກ່ອນທີ່ພວກມັນຈະສາມາດສ້າງຄວາມເສຍຫາຍ. ພາບບັນຖືກ ໃນໂທລະພາບ
ໄດ້ສະແດງໃຫ້ເຫັນວ່າ ລົດສອງຄັນຖືກໄຟເຜົາ ແລະ ຊິ້ນສ່ວນອື່ນໆ ຂອງລົດ
ສະຊາຍ ຢູ່ຕາມຖະໜົນ ທີ່ແລ່ນໄປຍັງສະໜາມບິນ.
ຄົນຂັບລົດຄັນທີສາມ ໃນເບື້ອງຕົ້ນ ໄດ້ຫລົບໜີ ບັນດາເຈົ້າໜ້າທີ່ໄປໄດ້ ແລະ
ໄດ້ລະເບີດໂຕເອງ ຢູ່ໃນຈະຕຸລັດ Tahrir ຫລັງຈາກທີ່ໄດ້ຖືກປິດລ້ອມ.
ລັດຖະມົນຕີ ຂອງລັດຖະບານທ້ອງຖິ່ນ ທ່ານ Hussein Makhlouf ໄດ້ກ່າວວ່າ
ການຕອບໂຕ້ ເປັນຂີດໝາຍ “ຜົນສຳເລັດທີ່ສຳຄັນ ໃນການສະກັດກັ້ນແຜນການ”
ທີ່ອາດນຳໄປສູ່ການສູນເສຍຊີວິດ ຢ່າງຫຼວງຫຼາຍ.
ມືລະເບີດລົດສະຫລະຊີບດັ່ງກ່າວ ໄດ້ໂຈມຕີນະຄອນຫຼວງຂອງຊີເຣຍ ໃນຂະນະທີ່
ປະຊາຊົນຫຼາຍຄົນ ກຳລັງເດີນທາງໄປເຮັດວຽກ ໃນວັນທຳອິດຂອງການເຂົ້າການ
ຫຼັງຈາກ ເດືອນສັກສິດ Ramadan ໄດ້ສິ້ນສຸດລົງ.
ນະຄອນຫຼວງ ດາມັສກັສ ທີ່ຕັ້ງຂອງອຳນາດຂອງປະທານາທິບໍດີ ບາສຊາ ອາລອາຊາສ
ບໍ່ຄ່ອຍໄດ້ຖືກໂຈມຕີ ແບບນັ້ນມາກ່ອນ. ການໂຈມຕີດ້ວຍລະເບີດໃນວັນອາທິດວານນີ້
ເປັນຄັ້ງຮ້າຍແຮງສຸດ ໃນນະຄອນດັ່ງກ່າວ ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ.