ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະເບີດລົດ ແຕກຂຶ້ນ ໃກ້ກັບ ນະຄອນຫຼວງ ແບັກແດດ ເຮັດໃຫ້ 11 ຄົນ ເສຍຊີວິດ


ຢູ່ໃນລົດຮັກສາຄວາມປອດໄພ ອີຣັກຄັນນຶ່ງ ເຫັນຜ່ານກະຈົກລົດແຕກ ຈາກການວາງລະເບີດລົດໃນເຂດເມືອງ Rashidiya ທາງພາກເໜືອຂອງນະຄອນແບັກແດດ.
ຢູ່ໃນລົດຮັກສາຄວາມປອດໄພ ອີຣັກຄັນນຶ່ງ ເຫັນຜ່ານກະຈົກລົດແຕກ ຈາກການວາງລະເບີດລົດໃນເຂດເມືອງ Rashidiya ທາງພາກເໜືອຂອງນະຄອນແບັກແດດ.

ຜູ້​ວາງ​ລ​ະ​ເບີດ​ສະຫລະ​ຊີບ​ຄົນ​ນຶ່ງ​ໄດ້​ລະ​ເບີດ​ລົດລາວເອງ ຢູ່​ໃກ້​ກັບ​ຕະຫລາດ​ກາງ​ແຈ້ງ ​ທີ່​ມີ​ຄົນ​ໜາ​ແໜ້ນ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ນະຄອນ Baghdad ​ໃນ ຕອນ​ເຊົ້າ​ວັນ​ອັງ ຄານ​ມື້​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 11 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກຢ່າງ​ໜ້ອຍ 32 ຄົນຢູ່ໃນ​ຄຸ້ມຂອງ​ຊາວ Shi’ite ​ພາ​ກັນອາ​ໄສເປັນ​ສ່ວນ​ໃຫຍ່.

ເຫດຮ້າຍ​ດັ່ງກ່າວ​ໄດ້​ເກີດຂຶ້ນຫລັງ​ຈາກ ຜູ້ຊາຍຄົນ​ນຶ່ງ​ໄດ້​ຂັບ​ລົດ​ກະບະ​ເຕັມ​ໄປ​ດ້ວບດິນ ລະ​ເບີດ ​ໄດ້​ແຕກຂຶ້ນ​ລະຫວ່າງ​ຊົ່ວໂມງສັນຈອນ​ທີ່ມີ​ຜູ້​ຄົນ​ໜາ​ແໜ້ນ ຢູ່ຕະຫລາດຂາຍ​ໝາກ​ໄມ້​ໃນເມືອງ al-Rashidiya. ຕຳຫລວດ​ໄດ້​ບັງຄັບ​ໃຫ້​ປິດ​ຖະໜົນຫົນທາງ ​ທີ່​ສຳຄັນ​ຫລາຍ​ສາຍ ອ້ອມ​ນະຄອນຫລວງ Baghdad ຈາກ​ຜົນ​ຂອງ​ການ​ໂຈມ​ຕີ.

ບໍ່​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໂດຍ​ທັນທີ​ຂອງ​ການ​ໂຈມ​ຕີ​ໃນ​ວັນ​ຈັນ​ວານ​ນີ້ ​ແຕ່​ໄດ້​ເປັນທີ່​ຄ້າຍຄື​ກັນ​ກັບການ​ໂຈມ​ຕີ​ຫວ່າງມໍ່ໆມາ​ນີ້ ທີ່​ໄດ້​ນຳພາ​ໂດຍ​ລັດ​ອິສລາມ ຫລື ISIS ທີ່ຢູ່່​ໃກ້​ກັບ​ບັນດາ​ເມືອງໃກ້​ຄຽງ.

ຢູ່​ໃນ​ການ​ໂຈມ​ຕີ​ທີ່​ແຕກ​ຕ່າງ​ກັນໃນອາທິດ​ແລ້ວ​ນີ້ ກຸ່ມ ISIS ​ໄດ້​ສັງຫານ​ກວ່າ 300 ຄົນ​ດ້ວຍ​ການ​ວາງ​ລະ​ເບີດ​ລົດ​ຢູ່​ໃນ​ການ​ໂຈມ​ຕີ​ຄັ້ງ​ທຳ​ອິດ ລົດ​ບັນທຸກ​ໄດ້​ລະ​ເບີດ​ຂຶ້ນ​ຢູ່​ເຂດ​ການ​ຄ້າ​ທີ່​ມີຄົນ​ໜາ​ແໜ້ນ ໃນ​ເຂດບ້ານຂອງຊາວ Shi’ite​ ໃນນະຄອນຫລວງ Baghdad ທີ່​ຮ້ອງ​ວ່າ Kadara. ມີ 292 ຄົນ​ໄດ້​ເສຍ​ຊີວິດ ຊຶ່ງ ເປັນ​ບັນທຶກ​ປະຫວັດ​ການ​ໂຈມ​ຕີ​ເສຍ ຊີວິດຢ່າງ​ຮ້​າຍ​ແຮງ​ໃນ​ອີຣັກ ນັບ​ແຕ່ ສະຫະລັດ ​ໄດ້​ບຸກ​ເຂົ້າ​ໄປໃນ​ປີ 2003. ຢູ່​ໃນ​ການ​ໂຈມ​ຕີ​ອິກ​ແຫ່ງ​ນຶ່ງ​ໃນ​ວັນ​ພະ ຫັດ​ແລ້ວ​ນີ້ 37 ຄົນ​ໄດ້ຖືກ​ສັງຫານ​ລະຫວ່າງ​ການ​ໂຈມ​ຕີ​ວັດຊາວ Shi’ite ຢູ່​ທາງ​ພາກ​ເໜືອ​ຂອງ​ນະຄອນ Baghdad.

ການ​ໂຈມ​ຕີ​ຂອງ ISIS ​ໄດ້​ເກີດເພີ້​ມຂຶ້ນຢູ່​ເລື້ອຍໆ​ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ໄດ້​ເຮັດ​ໃຫ້ ລັດຖະ ມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash Carter ​ໃນ​ຕົ້ນ​ອາທິດ​ນີ້ິ ຕັດສິນ​ໃຈ​ສົ່ງ​ກຳລັງ​ທະຫານ​ສະຫະລັດ​ເພີ້​ມຂຶ້ນ​ອີກ 560 ຄົນ​ໄປ​ອີຣັກ​ເພື່ອ​ຊ່ວຍ​ສູ້​ລົບ​ກັບ​ກຸ່ມ​ກໍ່​ການ​ຮ້າຍ.

ທ່ານ​ Carter ກ່າວ​ວ່າ ກຳລັງ​ໃໝ່່​ຂອງ​ສະຫະລັດ ຈະໄປ​ເຖິງ​ພາຍ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຂ້າງ​ໜ້າ​ນີ້ ​ແລະ​ໂດຍ​ສະ​ເພາະ​ຈະ​ມີໜ້າ​ທີ່​ສ້ອມ​ແປງຖານ​ທັບ​ອາກາດທີ່​ຍຶດ​ໄດ້​ຈາກ ISIS ​ໃນ​ຕົ້ນ​ເດືອນ​ນີ້ ​ເພື່ອໃຊ້​ໃນ​ການ​ໂຈມ​ຕີ ​ຍາດ​ເອົາ​ເມືອງ Monsul ກັບຄືນ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Iraq Car Bomb
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG