ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຢ່າງນ້ອຍ 29 ຄົນ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ ທີ່ ອັຟການິສຖານ


ຊາວອັຟການິສຖານ ພາກັນຊ່ອຍຫາມຄົນເຈັບ ຈາກເຫດ
ລະເບີດລົດສະຫລະຊີບ ທີ່ແຂວງ Helmand ທາງພາກໃຕ້
ຂອງອັຟການິສຖານ, 22 ມິຖຸນາ, 2017.
ຊາວອັຟການິສຖານ ພາກັນຊ່ອຍຫາມຄົນເຈັບ ຈາກເຫດ ລະເບີດລົດສະຫລະຊີບ ທີ່ແຂວງ Helmand ທາງພາກໃຕ້ ຂອງອັຟການິສຖານ, 22 ມິຖຸນາ, 2017.

ການໂຈມຕີດ້ວຍລະເບີດລົດສະຫລະຊີບຂະໜາດ​ແຮງ ທີ່ແຂວງ Helmand ທາງພາກ
ໃຕ້ຂອງອັຟການິສຖານ ໄດ້ສັງຫານຢ່າງນ້ອຍ 29 ຄົນ ແລະບາດເຈັບອີກ 60 ຄົນ.

ພວກທີ່ເຫັນເຫດການ ໄດ້ກ່າວວ່າ ພວກທະຫານແລະພະນັກງານລັດຖະບານ ໄດ້ຮວມ
ຕົວກັນ ຢູ່ຂ້າງນອກທະນາຄານ New Kabul ໃນເມືອງຫຼວງຂອງແຂວງ Lashkargah
ເພື່ອເບີກເງິນເດືອນ ​ໃນ​ເວລາທີ່ລະເບີດໄດ້ແຕກຂຶ້ນນັ້ນ.

ໂຄສົກຂອງລັດຖະບານທ້ອງຖິ່ນ ທ່ານ Omar Zwak ໄດ້ກ່າວຕໍ່ VOA ວ່າ ບາງພວກ
ທີ່ບາດເຈັບ “ແມ່ນຢູ່ໃນອາການສາຫັດ,” ທ່ານຍັງໄດ້ກ່າວຕື່ມວ່າ ພົນລະເຮືອນແລະ
ທະຫານແມ່ນຮວມຢູ່ໃນພວກທີ່ຮັບເຄາະນີ້.

​ເຫດລະເບີດລົດທີ່ຮ້າຍແຮງນີ້ ມີຂຶ້ນ ກ່ອນວັນອາທິດ ​ໃນ​ການສະຫຼອງບຸນ Eid
ໃນອັຟການິສຖານ ທີ່ເປັນຂີດ​ໝາຍການສິ້ນສຸດລົງ ຂອງເດືອນສັກສິດ Ramadan ທີ່ອົດອາຫານນັ້ນ.

ຍັງບໍ່ທັນມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບເທື່ອ.​

ພົນຈັດຕະວາ Roger Turner ຜູ້ບັນຊາການສະຫະລັດ ທີ່ນຳພາການສູ້ລົບທາງພາກ
ຕາເວັນຕົກສຽງໃຕ້ ໄດ້ປະນາມການໂຈມຕີທີ່ວ່ານີ້ ໂດຍກ່າວວ່າ “ການໂຈມຕີແບບປ່າ
ເຖື່ອນນີ້ ແມ່ນແນເປົ້າໝາຍໃສ່ປະຊາຊົນ ທີ່ໄຮ້ດຽງສາ ໃນຂະນະທີ່ພວກເຂົາເຈົ້າ
ເຂົ້າແຖວທີ່ຈະຮັບເງິນເດືອນຂອງພວກເຂົາເຈົ້າ ເພື່ອຕຽມສະຫຼອງບຸນ Eid al-Fitr
ທີ່ວ່ານີ້,”
​ແລະທ່ານ Turner ຍັງກ່າວເພີ່ມຕື່ມວ່າ “ອີກຄັ້ງນຶ່ງ ສັດຕູ ແມ່ນບໍ່ໄດ້ຄຳນຶງ
ເຖິງປະຊາຊົນ ພົນລະເຮືອນທີ່ໄຮ້ດຽງສາ ຄືໂຈມຕີແບບບໍ່ເລືອກໜ້າ ທີ່ຍັງຜົນໃຫ້ມີ
ການຕາຍ ບາດເຈັບ ທົນທຸກທໍລະມານ.”

ແຂວງ Helmand ແມ່ນແຂວງທີ່ໃຫຍ່ສຸດໃນອັຟການິສຖານ ບ່ອນທີ່ຂົງເຂດດັ່ງກ່າວ
ໄດ້ຖືກຄວບຄຸມ ຫຼືບໍ່ ກໍຢູ່​ພາຍ​ໃຕ້ອິດທິພົນຂອງກຸ່ມກໍ່ການຮ້າຍ Taliban.

ການໂຈມຕີ​ໃນວັນພະຫັດມື້ນີ້ ມີຂຶ້ນນຶ່ງມື້ ຫຼັງຈາກທີ່ສະພາຄວາມໝັ້ນຄົງອົງການສະຫະ
ປະຊາຊາດ ໃນນະຄອນ New York ໄດ້ມີລາຍງານ ກ່ຽວກັບຄວາມໝັ້ນຄົງ ແລະສະຖາ
ນະການທາງການເມືອງຫຼ້າສຸດໃນອັຟການິສຖານ.

ຜູ້ຕາງໜ້າຂອງອົງການສະຫະປະຊາຊາດ ​ໃນອັຟການິສຖານ ທ່ານ Tadamichi
Yamamoto ໄດ້ກ່າວຕໍ່ກອງປະຊຸມໃນວັນພຸດວານນີ້ວ່າ ກຸ່ມກໍ່ການຮ້າຍ Taliban
ແມ່ນໄດ້​ເຂົ້າຍຶດເອົາຫຼາຍໆເຂດ ແລະກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ ໃນ​ການ​ຊອກ​ຫາ
ຂັ້ນຕອນເພື່ອສ້າງສັນຕິພາບຢ່າງແທ້ຈິງ” ກັບພວກຫົວຮຸນແຮງນີ້.

ລັດຖະບານ ແລະກຸ່ມກໍ່ການຮ້າຍ Taliban ມີຄວາມຈຳເປັນທີ່ຈະພົວພັນກັນໂດຍກົງ
ເພື່ອຫາທາງ​ແກ້​ໄຂທາງການເມືອງ, ນັ້ນຄື​ຄຳ​ເວົ້າທ່ານ Yamamoto.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Afghanistan Attack
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG