ບັນດາເຈົ້າໜ້າທີ່ຕຳຫຼວດ ກ່າວວ່າ ລົດທີ່ບັນຈຸລະເບີດໄດ້ແຕກຂຶ້ນໃນຖະໜົນທີ່ມີຄົນໜາ
ແໜ້ນໃນນະຄອນຫຼວງຂອງປະເທດ ໂຊມາເລຍ ວັນຈັນມື້ນີ້, ເຮັດໃຫ້ປະຊາຊົນຢ່າງ
ໜ້ອຍ6 ຄົນ ເສຍຊີວິດ ແລະ ບາດເຈັບ 4 ຄົນ.
ບັນດາເຈົ້າໜ້າທີ່ກ່າວວ່າ ລະເບີດໄດ້ແຕກຢູ່ໃກ້ກັບໂຮງແຮມ Weheliye ໃນນະຄອນ
ຫຼວງ ໂມກາດິສຊູ.
ເຈົ້າໜ້າທີ່ບໍລິການລົດພະຍາບານສຸກເສີນຄົນໜຶ່ງກ່າວວ່າ ຈຳນວນຜູ້ເສຍຊີວິດອາດເພີ່ມ ຂຶ້ນຕື່ມອີກ.
ອົງການຂ່າວ Reuters ກ່າວວ່າ ໂຮງແຮມດັ່ງກ່າວ ບໍ່ໄດ້ຮັບຜົນກະທົບຫຍັງຈາກລະ
ເບີດ, ແຕ່ແຮງລະເບີດໄດ້ເຮັດໃຫ້ ບ້ານເຮືອນທີ່ຕັ້ງຢູ່ໃກ້ຄຽງໄດ້ຮັບຄວາມເສຍຫາຍ.
ໃນບໍ່ເທົ່າໃດຊົ່ວໂມງຕໍ່ມາ, ລົດເມນ້ອຍຄັນໜຶ່ງກໍໄດ້ລະເບີດຂຶ້ນໃກ້ໆກັບດ່ານກວດກາ ຂອງທະຫານ, ເຮັດໃຫ້ຄົນຂັບລົດເສຍຊີວິດ ແລະ ຄົນອື່ນບາດເຈັບສອງຄົນ.
ບໍ່ມີຄົນກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບສຳລັບການລະເບີດນັ້ນ.
ແຕ່ແນວໃດກໍຕາມ, ກຸ່ມຫົວຮຸນແຮງ al-Shabab ແມ່ນໄດ້ທຳການໂຈມຕີໂຮງແຮມແຫ່ງ
ຕ່າງໆ ແລະ ຕະຫຼາດ ຢ່າງເປັນປະຈຳໃນລະຫວ່າງ ການກໍ່ກະບົດທີຍາວນານເປັນທົດ ສະວັດຂອງພວກເຂົາ.