ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາ​ນ​ໂຈມ​ຕີ ລະ​ເບີດລົດ ສັງ​ຫານ​ຢ່າງ​ໜ້ອຍ 13 ຄົນ ​ໃນ​ພາກ​ເໜືອ​ຂອງ ຊີ​ເຣຍ


​ຜູ້​ຊາຍ​ຄົນ​ນຶ່ງ​ພະ​ຍາ​ຍາມທີ່​ຈະ​ມອດ​ໄຟ ຫຼັງ​ຈາກ​ລົດ​ທີ່​ບັນ​ຈຸ​ລະເບີດ​ໄດ້​ແຕກ ໃນ​ເມືອງ ທາ​ລ ອັບ​​ຢາດ, ຊີ​ເຣຍ. 2 ພະ​ຈິກ, 2019.
​ຜູ້​ຊາຍ​ຄົນ​ນຶ່ງ​ພະ​ຍາ​ຍາມທີ່​ຈະ​ມອດ​ໄຟ ຫຼັງ​ຈາກ​ລົດ​ທີ່​ບັນ​ຈຸ​ລະເບີດ​ໄດ້​ແຕກ ໃນ​ເມືອງ ທາ​ລ ອັບ​​ຢາດ, ຊີ​ເຣຍ. 2 ພະ​ຈິກ, 2019.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເທີ​ກີ ກ່າວ​ວ່າ ຢ່າງ​ໜ້ອຍ 13 ຄົນ ຖືກ​ຂ້າ​ຕາຍ​ໃນ​ເຫດ​ລົດ​ບັນ​ຈຸ​ລະ​ເບີດ ແຕກ​ຂຶ້ນ​ຢູ່​ໃກ້​ຕະຫຼາດ​ແຫ່ງ​ນຶ່ງ ໃນ​ເມືອງທາ​ລ ອັບ​ຢາດ ຢູ່​ເຂດ​ຊາຍ​ແດນທາງ​ພາກ​ເໜືອ​ຂອງ​ຊີ​ເຣຍ ເມື່ອ​ວັນ​ເສົາ​ວານນີ້.

ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ທັນທີ ແຕ່​ກະ​ຊວງ​ດັ່ງ​ກ່າວ ໄດ້​ຖິ້ມ​ໂທດການ​ໂຈມ​ຕີ ໃສ່ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ​ຊາວ​ເຄີດ​ຊີ​ເຣຍ ຫຼື YPG ຊຶ່ງ​ເປັນສ່ວນ​ປະ​ກອບ​ນຶ່ງ​ຂອງ​ ກອງ​ກຳ​ລັງປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື SDF ຂອງ​ຊາວ​ເຄີດ.

ກະ​ຊວງນີ້ ຍັງ​ໄດ້​ຮຽກ​ຮ້ອງ​ຕໍ່​ບັນ​ດາ​ຜູ້​ນຳ​ຂອງ​ໂລກ ໃຫ້​ເອົາ​ຈຸດ​ຢືນ​ຕໍ່​ຕ້ານກຸ່ມ YPG ຊຶ່ງ​ຕົນ​ໄດ້ ອະ​ທິ​ບາຍ​ວ່າ ກຸ່ມ​ດັ່ງ​ກ່າວ​ນັ້ນ​ເປັນ “ອົງ​ການກໍ່​ການ​ຮ້າຍ​ທີ່​ໂຫດ​ຮ້າຍ.”

ເທີ​ກີ ໄດ້​ກຳ​ນົດ​ໃຫ້​ກຸ່ມ YPG ເປັນ​ກຸ່ມກໍ່​ການ​ຮ້າຍ ແຕ່ ສະ​ຫະ​ລັດ ເຫັນ​ວ່າ ກຸ່ມ​ດັ່ງ​ກ່າວ ເປັນ​ພັນ​ທະ​ມິດ​ທີ່ສຳ​ຄັນ ໃນ​ການ​ຕໍ່​ສູ້​ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ ​ທີ່​ຍັງ​ດຳ​ເນີນ​ຢູ່ຕໍ່​ໄປ ​ໃນ​ປັດ​ຈຸ​ບັນນີ້.

ອັງ​ກາ​ຣາ ໄດ້​ຍຶດ​ການ​ຄວບ​ຄຸມ ເມືອ​ງ​ທາ​ລ ອັບ​ຢາດ ເມື່ອ​ເດືອນ​ແລ້ວນີ້ ຫຼັງ​ຈາກ​ກຳ​ລັງ​ທະ​ຫາ​ນ​ຂອງ​ເທີ​ກີ ແລະ​ພວກ​ທະ​ຫານ​ບ້ານ​ຂອງ​ຊີ​ເຣຍ​ທີ່​ເປັນ​ພັນ​ທະ​ມິດ​ຂອ​ງ​ຕົນ ໄດ້​ເປີດ​ສາກ​ບຸກໂຈ​ມ​ຕີ​ທາງ​ທະ​ຫານ ເຂົ້າ​ໄປ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ໃນ​ການ​ຕໍ່​ຕ້ານ​ກຸ່ມ SDF ພາຍຫຼັງ​ຈາກ ກ່ອນ​ໜ້ານີ້ ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຕັດ​ສິນ​ໃຈ​ຖອນ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ ອອກ​ຈາກ​ຂົງ​ເຂດ​ດັ່ງ​ກ່າວ.

ນັບ​ຕັ້ງ​ແຕ່ນັ້ນ​ມາ ເຂດ​ປອດ​ໄພ ຍາວ 120 ກິ​ໂລ​ແມັດ ລະ​ຫວ່າງ​ເມືອງ​ທາ​ລ ອັບ​ຢາດ ແລະ ລາ​ສ ອາ​ລ-ໄອ​ນ໌ ຢູ່​ໃນ​ຊີ​ເຣຍ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ ອັນ​ເປັນ​ພາກ​ສ່ວນ​ນຶ່ງ ຂອງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ວັນ​ທີ 17 ຕຸ​ລາ ຜ່ານ​ມາ ລະ​ຫວ່າງ ເທີ​ກີກັ​ບ ສ​ະ​ຫະ​ລັດ ທີ່​ຍັງ​ໄດ້​ກຳ​ນົດ​ໃຫ້​ກຸ່ມ YPG ຖອນ​ກຳ​ລັງ​ຂອງ​ຕົນ​ອອກ​ຈາກ​ພື້ນ​ທີ່​ດັ່ງ​ກ່າວ​ນຳ​ດ້ວຍ.

ສະ​ພາ​ທະ​ຫານ​ຊີ​ເຣຍ ຊຶ່ງ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ກຸ່ມ SDF ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້ ໂດຍ​ປາດ​ສະ​ຈາກ​ການ​ກ່າວ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ວ່າ “ກອງ​ກຳ​ລັງ SDF ສືບ​ຕໍ່​ປະ​ຕິ​ບັດ​ການ​ປ້ອງ​ກັນ​ທີ່​ຖືກ​ຕ້ອງ ໃນ​ການ​ຕໍ່​ຕ້ານ ການ​ໂຈມ​ຕີ​ທີ່​ດຳ​ເນີນ​ຢູ່​ຕໍ່​ໄປ ຂອງກອງ​ທັບ​ບົກ​ຂອງ​ເທີ​ກີ ແລະ​ກຸ່ມ​ນັ​ກ​ລົບ​ເພື່ອ​ສາ​ສະ​ໜາ​ຂອງ​ພວກເຂົາ ຢູ່​ໃນພື້ນ​ທີ່ທາງ​ພາກ​ຕາ​ເວັນ​ອອກ ແລະ​ພາກ​ໃ​ຕ້​ຂອງ​ເມືອງ​ ລາ​ສ ອາ​ລ-ໄອ​ນ໌ ໂດຍ​ສະ​ເພາະ ຢູ່​ໃນ​ພື້ນ​ທີ່​ຂອງ​ເມືອງ ​ຄາ​ບົວ ແລະ​ຄຸ້ມ​ຕ່າງໆ​ອ້ອມ​ແອ້ມ​ເມືອງ ​ທາ​ລ ທາເມີ​ຣ໌.”

ໃນ​ວັນ​ສຸກ​ຜ່ານ​ມາ ເທີ​ກີ ແລະ​ກຳ​ລັງ​ທະ​ຫານ​ຂອງ ຣັດ​ເຊຍ ໄດ້​ເລີ້ມ​ລາດ​ຕະ​ເວນ​ໃນ​ພາກ​ເໜືອ​ຂອງ​ ຊີ​ເຣຍ ເພື່ອ​ຮັບ​ປະ​ກັນ​ວ່າ ກອງ​ກຳ​ລັງ​ຂອງ​ຊາວ​ເຄີດ ໄດ້ຖອນ​ຕົວ​ອອກ​ໄປ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG