ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

8 ຄົນ ເສຍຊີວິດ ຍ້ອນ ການໂຈມຕີ ຢູ່ພາກໃຕ້ ຟິລິບປິນ (ວີດີໂອ)


ເຮືອນຫລັງນຶ່ງຖືກໄຟໄໝ້ ຈາກການໂຈມຕີ ດ້ວຍລະເບີດລົດ ທີ່ພາກໃຕ້ຂອງຟິລິບປິນ
ເຮືອນຫລັງນຶ່ງຖືກໄຟໄໝ້ ຈາກການໂຈມຕີ ດ້ວຍລະເບີດລົດ ທີ່ພາກໃຕ້ຂອງຟິລິບປິນ
ຈໍານວນ​ຜູ້​ເສຍ​ຊີວິດ ຈາກ​ການວາງ​ລະ​ເບີດ​ໃສ່​ລົດ ທີ່​ພາກ​ໃຕ້​
ຂອງຟິລິບ​ປິນ ​ໄດ້ເພີ້ມ​ຂື້ນເປັນ 8 ຄົນ ​ໃນ​ວັນ​ອັງຄານ​ມື້ນີ້ ຂະນະ​
ທີ່ ​ບັນດາ​ເຈົ້າ​ໜ້າ​ທີ່​ທໍາ​ການ​ສືບສວນ​ເບິ່ງວ່າ ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ
ແມ່ນ​ເປັນ​ເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ຫລື​ບໍ່.

ຕໍາຫລວດ​ກ່າວ​ວ່າ ສອງ​ຄົນ ຮວມ​ທັງ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ໄດ້​ເສຍ​ຊີ
ວິດ​ໃນ​ຄືນ​ຜ່ານ ມາ ຫຼັງຈາກການວາງ​ລະ​ເບີດ​ໃນ​ວັນ​ຈັນ​ວານ​ນີ້
ຢູ່​ທີ່​ເກາະ Mindanao. ນອກ ນັ້ນ​ແລ້ວ ຍັງ​ມີຢ່າງ​ໜ້ອຍ 30
ຄົນ ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີຄັ້ງນີ້.

ລະ​ເບີດ​ໄດ້​ແຕກ​ຂື້ນ​ຢູ່​ຖະໜົນ​ໃຫຍ່​ສາຍ​ນຶ່ງ ໃນ​ເມືອງ Cotabato ​ໃນ​ຂະນະ​ທີ່​ລົດ​ເຈົ້າ​ໜ້າ​ທີ່​ປົກຄອງ​ເມືອງ ທ່ານ​ນາງ Cynthia Guiani-Sayadi ​ໄດ້​ຜ່ານ​ໄປ. ທ່ານ​ນາງ ​ໄດ້​ລອດ​ຊີວິດ​ມາ​ໄດ້ດ້ວຍ​ຄວາ​ມ​ປອດ​ໄພ ​ແຕ່​ອາລັກຂາ​ຄົນ​ນຶ່ງ ຂອງ​ທ່ານ​ນາງ ໃນ​ລົດ​ຕູ້​ທີ່ຢູ່​ໃກ້​ຄຽງ​ນັ້ນ ​ໄດ້ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ທ່ານ​ນາງ Guiani-Sayadi ​ໄດ້ຮັບ​ການ​ຂົ່ມຂູ່​ໃນ​ໄລ ຍ​ະ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມາ ​ແຕ່​ວ່າເຂົາ​ເຈົ້າ ​ຍັງ​ບໍ່ທັນ​ບອກ​ຊື່​ຂອງ​ຜູ້​ຕ້ອງ​ສົງ​ໄສ​ວ່າ​ ແມ່ນ​ໃຜ ຫລື​ກຸ່ມ​ໃດ​ແທ້ ທີ່​ອາດເປັນ​ຜູ້​ຮັບ​ຜິດຊອບ.

ຍັງ​ບໍ່​ທັນ​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບກ່ຽວ​ກັບ​ການ​ໂຈມ​ຕີຄັ້ງນີ້. ການ​ໂຈ​ມ ຕີ​ເທື່ອ​ກ່ອນຢູ່ທີ່​ເມືອງ Cagayan de Oro ​ໃນ​ວັນ​ທີ 26 ​ເດືອນ​ກໍລະກົດເຮັດ​ ໃຫ້​ມີ​ຜູ້​ເສຍ​ຊີວິດ 8 ຄົນ ​ຢູ່​ທີ່​ຮ້ານ​ອາຫານ​ແຫ່ງ​ນຶ່ງ.

Philippines
please wait
Embed

No media source currently available

0:00 0:00:26 0:00
XS
SM
MD
LG