ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະ​ເບີດ​ລົດ ​​ສັງຫານ​ ຢ່າງ​ນ້ອຍ 11 ຄົນ ​ໃນນະຄອນຫຼວງ ​ໂຊ​ມາ​ເລຍ (ວີດີໂອ/ສະ​ໄລ​ດ໌)


ໄດ້​ເກີດ​ເຫດວາງລະ​ເບີດ​ລົດ ຢູ່​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ ໃນ​ນະ
ຄອນ​ຫຼວງ​ຂອງ​ໂຊ​ມາ​ເລຍ ​ໂດຍໄດ້​ສັງຫານ​ຢ່າງ​ນ້ອຍ 11 ຄົນ.

​ເຫດ​ລະ​ເບີດໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້ເກີດຂຶ້ນ​ໃກ້ໆກັບ​ ກອງບັນ
ຊາການຂອງ​ກໍາ ລັງ​ຮັກສາຄວາມ​ປອດ​ໄພ​ ແລະສືບລັບ
ແຫ່ງ​ຊາດ ໃນ​ນະຄອນຫຼວງ Mogadishu.

ກຸ່ມ​ຫົວ​ຕໍ່ສູ້ al-Shabab​ ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ
​ແລະ​ເວົ້າ​ວ່າ ພວກ​ຕົນ​ໄດ້​ແນ​ເປົ້າ​ການ​ໂຈມ​ຕີ ​ໃສ່​ພວກ​ກໍາ ລັງ​ຮັກສາ​ຄວາມ​ປອດ​ໄພ.

ກຸ່ມ​ al-Shabab ​ໄດ້ເຄີຍ​ຄວບ​ຄຸມ Mogadishu ມາ​ກ່ອນ​ແຕ່​ໄດ້​ຖືກ​ຂັບ​ໄລ່​ອອກ​
ໄປ​ໃນປີ 2011 ໂດຍກອງ​ກໍາລັງຂອງ​ສະ​ຫະພາບ​ອາ​ຟຣິກາ ກັບ​ຂອງ​ລັດຖະບານ​
ໂຊ​ມາ​ເລຍ.

ແຕ່​ກຸ່ມ​ດັ່ງກ່າວ ທີ່ເປັນເຄືອຂ່າຍຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ໄດ້ທຳການ​ໂຈມ​ຕີ
​ຢູ່​ໃນ ເມືອງ​ຫຼວງ ເປັນບາງຄັ້ງບາງຄາວ ​ໂຮມ​ທັງໃນສັບປະດາ​ແລ້ວ​ນີ້ ທີ່ກຸ່ມ al-
Shabab ​ໄດ້​ໂຈມຕີທຳນຽບ​ປະທານາທິບໍດີດ້ວຍລະເບີດລົດ ແລະ​ກໍບຸກເຂົ້າໄປ
ໃນທຳນຽບ ດ້ວຍ​ອາວຸດ ປືນໃນການໂຈມຕີທີ່ໄດ້ສັງຫານ​ຢ່າງ​ນ້ອຍ 17 ຄົນ.
ແຕ່ປະທາ​ນາ​ທິບໍດີ​ ​ບໍ່​ໄດ້​ຮັບ​ບາດ​ເຈັບ​ແຕ່​ຢ່າງ​ໃດ.

​ໃນ​ຕົ້ນ​ເດືອນ​ນີ້ ​ການໂຈມຕີດ້ວຍລະ​ເບີດລົດຂອງ​ກຸ່ມ al-Shabab ​ໄດ້ສັງຫານ​
ຢ່າງ​ນ້ອຍ 6 ຄົນ ຊຶ່ງ​ຮວມ​ທັງທະຫານ​ໂຊ​ມາ​ເລຍ 3 ຄົນ​ນໍາ ດ້ວຍ.

SOMALIA BLAST VO
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG