ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີ ໂຊມາເລຍ ປະກາດໄວ້ອາໄລ 3 ວັນ ຫຼັງຈາກ ເຫດລະເບີດແຕກຢ່າງ ຮ້າຍແຮງ


ທະຫານ ໂຊມາເລຍ ຄົນນຶ່ງຊ່ວຍເຫຼືອພົນລະເຮືອນຜູ້ທີ່ໄດ້ຮັບ
ບາດເຈັບໃນເຫດລະເບີດແຕກ ທີ່ນະຄອນຫຼວງ ໂມກາດິຊູ,
ປະເທດ ໂຊມາເລຍ. 14 ຕຸລາ, 2017.
ທະຫານ ໂຊມາເລຍ ຄົນນຶ່ງຊ່ວຍເຫຼືອພົນລະເຮືອນຜູ້ທີ່ໄດ້ຮັບ ບາດເຈັບໃນເຫດລະເບີດແຕກ ທີ່ນະຄອນຫຼວງ ໂມກາດິຊູ, ປະເທດ ໂຊມາເລຍ. 14 ຕຸລາ, 2017.

ປະທານາທິບໍດີ ໂຊມາເລຍ ໄດ້ປະກາດສາມມື້ ໃຫ້ເປັນວັນໄວ້ອາໄລແຫ່ງຊາດ ລຸນຫຼັງ
ການລະເບີດລົດຂົນສົ່ງ ຢູ່ໃນນະຄອນຫຼວງ Mogadishu ໃນວັນເສົາວານນີ້ຊຶ່ງໄດ້
ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະບາດເຈັບຫຼາຍສິບຄົນ ລວມທັງນັກຂ່າວ ວີໂອເອຄົນ
ນຶ່ງ.

ປະທານາທິບໍດີ ໂມຮາເມັດ ອັບດູລາຮີ ຟາມາອາໂຈ ກ່າວວ່າ ປະເທດດັ່ງກ່າວ “ຈະໄວ້
ອາໄລສາມມື້ ໃຫ້ແກ່ດວງວິນຍານຂອງພວກທີ່ໄດ້ຮັບເຄາະ ທີ່ບໍ່ມີຄວາມຜິດຫຽັງ ທັງ
ຈະຊັກທຸງລົງເຄິ່ງເສົານຳ.

ນອກນັ້ນ ທ່ານ ຟາມາອາໂຈ ຍັງໄດ້ຮຽກຮ້ອງ ໃຫ້ປະຊາລາດສະດອນ ເປັນເອກະພາບ
ກັນ ຕໍ່ສູ້ກັບພວກກໍ່ການຮ້າຍ ໂດຍກ່າວວ່າ “ມັນເຖິງເວລາແລ້ວ ທີ່ຈະຕ້ອງເປັນນໍ້ານຶ່ງ
ໃນດຽວກັນ ໄຫວ້ວອນຮ່ວມກັນ ພວກກໍ່ການຮ້າຍ ຈະຕ້ອງຜາບແພ້.”

ກ່ອນໜ້ານັ້ນ ໃນວັນເສົາວານນີ້ ລະເບີດໄດ້ແຕກຂຶ້ນໄກ້ໆກັບຄຸ້ມ Zobe ອັນເປັນຄຸ້ມ
ຄັບຄັ່ງໜາແໜ້ນ ໃນນະຄອນຫຼວງຂອງ ໂຊມາເລຍ ເຮັດໃຫ້ຄົນເສຍຊີວິດຫຼາຍກວ່າ
50 ຄົນ ອີງຕາມເຈົ້າໜ້າທີ່ການແພດແລະພວກທີ່ເຫັນເຫດການ.

ທ່ານ ມາແຮດ ຊາແລດ ອາດຳ ທະນາຍຄວາມ ໂຊມາເລຍ ທີ່ໄດ້ຮັບບາດເຈັບໜ້ອຍນຶ່ງ
ຈາກລະເບີດດັ່ງກ່າວ ໄດ້ບອກ ວີໂອເອ ວ່າ ມີຄົນຕາຍຫຼາຍກວ່າ 100 ຄົນ ຈາກລະ
ເບີດດັ່ງກ່າວ ຊຶ່ງສ່ວນຫຼາຍ ແມ່ນພົນລະເຮືອນ. ລາວເວົ້າວ່າ ຫຼາຍກວ່າ 200 ຄົນໄດ້
ຮັບບາດເຈັບເວລາພວກໂຮງໝໍຕ່າງໆ ດີ້ນຮົນປິ່ນປົວພວກບາດເຈັບຢູ່ນັ້ນ.

ທ່ານ ອັບດູລໄກ ໂມຮາເມັດ ອັບດູລ ນັກຂ່າວຂອງວີໂອເອ ພະແນກ ໂຊມາເລຍ ໃນນະຄອນຫຼວງ ໂມກາດິດຊູ ກໍແມ່ນຜູ້ນຶ່ງ ທີ່ໄດ້ຮັບບາດເຈັບ. ນາງ Samira
Abdirahman Sheikh Adam ເມຍຂອງລາວ ໄດ້ໃຫ້ການຢືນຢັນ ຕໍ່ວີໂອເອ ວ່າ ຜົວ
ຂອງລາວໄດ້ຮັບບາດເຈັບທີ່ຄໍ, ຢູ່ຫົວ ແລະ ມືກໍ້າຂວາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG