ລະເບີດລົດໄດ້ແຕກຂຶ້ນ ໃນພາກຕາເວັນອອກສຽງເໜືອຂອງ
Lebanon ໂດຍໄດ້ສັງຫານຢ່າງນ້ອຍ 3 ຄົນແລະອີກ 20 ຄົນ
ບາດເຈັບ.
ເຫດລະເບີດດັ່ງກ່າວແມ່ນເກີດຂຶ້ນໃນວັນພະຫັດມື້ນີ້ໃກ້ໆກັບ
ຕຶກໂຮງການລັດຖະບານ ໃນເມືອງ Hermel ຊຶ່ງເປັນທີ່ໝັ້ນ
ຂອງກຸ່ມ Hezbollah ຊຶ່ງເປັນກຸ່ມຫົວຮຸນແຮງຂອງຊາວ Shi’ite.
ເມືອງ Hermel ຕັ້ງຢູ່ກົງກັນຂ້າມກັບເມືອງຊາຍແດນ Qusair
ຂອງຊີເຣຍ ບ່ອນທີ່ພວກນັກລົບຂອງກຸ່ມ Hezbollah ໄດ້ຊ່ອຍ
ກອງກໍາລັງຊີເຣຍຍຶດເອົາຄືນມາ ຈາກພວກຕໍ່ຕ້ານ ລັດຖະບານໃນເດືອນມິຖຸນາແລ້ວນີ້.
ພວກລົບຂອງກຸ່ມ Hezbollah ໄດ້ສູ້ລົບຢ່າງເປີດເຜີຍໃນຊີເຣຍນັບຕັ້ງແຕ່ປີກາຍນີ້ ເປັນ
ຕົ້ນມາ ແລະກໍ່ໄດ້ມີຄວາມເຄັ່ງຕຶງເພີ່ມຂຶ້ນ ລະຫວ່າງຊາວ Shi’ite ຂອງ Lebanon
ແລະປະຊາຄົມຊາວ Sunni ໃນຂະນະທີ່ການປະທະກັນດ້ວຍອາວຸດແລະການໂຈມຕີ
ດ້ວຍລະເບີດ ໄດ້ແຜ່ລາມເຂົ້າໄປໃນ Lebanon ນັ້ນ.