ລົດຕິດລະເບີດຄັນນຶ່ງໄດ້ສັງຫານ 16 ຄົນໃນເຂດຊານເມືອງ
ນອກນະ ຄອນຫຼວງ Damascus ໃນຂະນະທີ່ນັກການທູດອາວຸ
ໂສຣັດເຊຍຄົນນຶ່ງເວົ້າວ່າ ຝ່າຍຄ້ານຂອງຊີເຣຍອາດຊະນະ
ໃນການສູ້ລົບຕໍ່ຕ້ານປະທານາ ທິບໍດີ Bashar al-Assad ນັ້ນ.
ການໂຈມຕີດ້ວຍລະເບີດລົດດັ່ງກ່າວໃນວັນພະຫັດມື້ນີ້ ຢູ່ຄຸ້ມ
Qatana ແມ່ນເກີດຂຶ້ນມື້ນຶ່ງ ຫຼັງຈາກການວາງລະເບີດຢູ່ປະຕູ
ໃຫຍ່ທາງເຂົ້າກະຊວງພາຍໃນຂອງຊີເຣຍໃນເມືອງຫຼວງ
Damascus ໄດ້ສັງຫານ 5 ຄົນ.
ທີ່ນະຄອນຫຼວງ Moscow ທ່ານ Mikhail Bogdanov
ຮອງລັດຖະມົນ ຕີຕ່າງປະເທດຣັດເຊຍ ໄດ້ຮັບຮູ້ເປັນເທື່ອ
ທໍາອິດວ່າ ທ່ານ Assad ກໍາລັງສູນເສຍການຄວບຄຸມດິນແດນຂອງປະເທດ
ຫລາຍຂຶ້ນໄປນັບມື້ ແລະວ່າໄຊຊະນະຂອງຝ່າຍກະບົດນັ້ນ ບໍ່ສາມາດທີ່ຈະ
ປະຕິເສດໄດ້.
ສື່ມວນຊົນຣັດເຊຍໄດ້ອ້າງຄໍາເວົ້າຂອງທ່ານຮອງລັດຖະມົນຕີ ທີ່ນອກນັ້ນແລ້ວ ຍັງໄດ້
ກ່າວຫາບັນດາປະເທດຕາເວັນຕົກ ວ່າບິດເບືອນທ່າທີຂອງ ຣັດເຊຍ ກ່ຽວກັບຊີເຣຍ
ເພື່ອເຮັດໃຫ້ອິດທິພົນຂອງຣັດເຊຍອ່ອນແອລົງ ຢູ່ໃນພາກຕາເວັນອອກກາງ.
Moscow ຄັດຄ້ານຄໍາຮຽກຮ້ອງຂອງຝ່າຍຕາເວັນຕົກ ທີ່ຢາກໃຫ້ຈັດຕັ້ງອໍານາດປົກຄອງ
ໃໝ່ຂຶ້ນແທນປະທານາທິບໍດີຊີເຣຍ ທີ່ເປັນພັນທະມິດຂອງຣັດເຊຍ ມາດົນນານນັ້ນ.