ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລົດລະເບີດ ສັງຫານ ທະຫານອີຈິບ ຢ່າງໜ້ອຍ 10 ຄົນ ໃນເຂດ Sinai


ທະຫານອີຈິບ ຢ່າງ​ໜ້ອຍ 10 ຄົນ​ເສຍຊີວິດ ຈາກການວາງລະເບີດລົດ.
ທະຫານອີຈິບ ຢ່າງ​ໜ້ອຍ 10 ຄົນ​ເສຍຊີວິດ ຈາກການວາງລະເບີດລົດ.
ບັນ​ດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພອີ​ຈິບ ກ່າວ​ວ່າ ການ​
ໂຈມ​ຕີ​ດ້ວຍ​ລະ​ເບີດລົດ​ ທີ່​ແນ​ເປົ້າໃສ່​ຂະ​ບວນລົດ​ທະຫານ
​ໄດ້ແຕກ​ຂື້ນ​ໃນ​ແຫລມ Sinai ​ເຮັດ​ໃຫ້​ ທະຫານຢ່າງ​ໜ້ອຍ
10 ຄົນ​ເສຍຊີວິດ.

ການ​ໂຈມຕີ​ເກີດ​ຂື້ນ​ໃນ​ວັນ​ພຸດ​ມື້​ນີ້ ໃກ້​ກັບ​ເມືອງ El-Arish
​ໃນ​ຂະນະ​ທີ່​ຂະ​ບວນ ລົດ​ທະຫານກໍາລັງ​ເດີນທາງ​ຢູ່​ເທິງຖະ
ໜົນ ທີ່ເຊື່ອມ​ຕໍ່​ລະຫວ່າງ ເມືອງ Rafah ​ທີ່​ຕັ້ງຢູ່​ແຄມ​ທະ​ເລ
​ໄປ​ຫາ​ດ່ານ​ຂ້າມ​ຊາຍ​ແດນ​ໃນແຫລມ Gaza.

ຍັງ​ບໍ່​ທັນ​ມີ​ການ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບເທື່ອ ກ່ຽວ​ກັບ​
ການ​ໂຕມຕີ ທີ່​ເຮັດ​ໃຫ້​ອີກ 35 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຂົງ​ເຂດ Sinai ​ປະກົດ​ວ່າ​ມີການເຄື່ອນ​ໄຫວຂອງ​ພວກ​ຫົວ​ຮຸນ
​ແຮງ​ເພີ້ມຂຶ້ນ ນັບ​ຕັ້ງ​ແຕ່ປະທານາທິບໍດີ Hosni Mubarak
​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ໜ້າທີ່ ​ໃນ​ປີ 2011 ​ແລະ​ເຮັດໃຫ້​ມີ​
ຄວາມ​ວຸ້ນວາຍ​ຕື່ມ​ຂຶ້ນ ນັບ​ຕັ້ງ​ແຕ່ພວກ​ທະຫານໄດ້​ຂັບ​ໄລ່
​ປະທານາທິບໍດີ Mohammed Morsi ​ອອກ​ຈາກ​ຕຳ​ແໜ່​ງໃນ​ເດືອນ​ກໍລະກົດ ຜ່ານ​ມາ.

ກ່ຽວຂ້ອງກັນ

XS
SM
MD
LG