ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

18 ຄົນ ເສຍຊີວິດ ໃນການໂຈມຕີ ດ້ວຍລະເບີດລົດ ຢູ່ ໄນຈີເຣຍ (ສະໄລດ໌/ວີດີໂອ)


ພວກອາສາສະໝັກ ນຳພາຜູ້ໄດ້ຮັບບາດເຈັບ ຂືຶ້ນລົດຕຳຫລວດ ໄປໂຮງໝໍ
ພວກອາສາສະໝັກ ນຳພາຜູ້ໄດ້ຮັບບາດເຈັບ ຂືຶ້ນລົດຕຳຫລວດ ໄປໂຮງໝໍ
ລະ​ເບີດ ທີ່ຫ້າງໃສ່ລົດຄັນນຶ່ງ ໄດ້ແຕກຂຶ້ນຢູ່ຄິວລົດເມ
ໃນເຂດຊານເມືອງ ນະຄອນຫລວງ Abuja ຂອງໄນຈີ
ເຣຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງໜ້ອຍ 18 ຄົນ​.

ຕຳຫລວດ​ກ່າວ​ວ່າ​ ນອກນັ້ນ ຍັງມີອີກຫລາຍ​ສິບ​ຄົນ
​ໄດ້​ຮັບ​ບາດ​ເຈັບ ​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດວານນີ້
ໃນເຫດ​ລະ​ເບີດ​ ໃກ້​ໆກັບ​ບ່ອນ​ທີ່​ເກີດ​ລະ​ເບີດ​ແຕກ ​
ໃນ​ວັນ​ທີ 14 ​ເດືອນ​ເມສາທີ່​ຜ່ານ​ມາ ຢູ່​ຄິວລົດ​ເມ ຊຶ່ງ
ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 75 ຄົນ.

ກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ອິສລາມ Boko Karam ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນການ
ວາງ​ລ​ະ​ເບີດເມື່ອ​ເດືອນ​ເມສາຜ່ານມາ. ​ແຕ່ຍັງ​ກຸ່ມໃດ​ອ້າງ​ເອົາ​ຄວາມຮັບຜິດ ຊອບ
ເທື່ອ ການ​ໂຈມຕີ​ຄັ້ງຫ​ລ້າ​ສຸດນີ້.

ແມ່ຍິງໄນຈີເຣຍ ເດີນຂະບວນ ຮຽກຮ້ອງໃຫ້ຊ່ອຍປ່ອຍ ພວກເດັກນັກຮຽນຍິງ:


​ໄນ​ຈີ​ເຣຍ ກຳລັງ​ວາງ​ແຜນ​ທີ່​ຈະ​ເປັນ​ເຈົ້າພາບ ຈັດກອງປະຊຸມ​ເສດຖະກິດ​ໂລກ ​ໃນອາ​
ຟຣິກາ ອາທິດ​ໜ້າ​ນີ້. ປະທານາທິບໍດີ Goodluck Jonathan ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ
ວ່າ ຈະເອົາມາດ​ຕະການຮັກສາຄວາມ​ປອດ​ໄພເປັນ​ພິ​ເສດ​ສຳລັບ​ກອງ​ປະຊຸມດັ່ງກ່າວ.

ທ່ານ Jonathan ກ່າວ​ວ່າ ​ໄນ​ຈີ​ເຣຍຈະ​ໄດ້​ຮັບໄຊຊ​ຊະນະ​ ໃນ​ອັນ​ທີ່ທ່ານ​ຮ້ອງ​ວ່າ
ພວກຊົ່ວຮ້າຍ ທີ່​ຕ້ອງການ​ຢາກ​ສ້າງຄວາມເຊື່ອມເສຍໃຫ້ແກ່ມະນຸດຊາດ.

ກຸ່ມ Boko Haram ​ໄດ້ສັງຫານ​ຫລາຍ​ພັນ​ຄົນ ​ໃນ​ຫ້າ​ປີ​ຂອງ​ການກໍ່ກະບົດ ​ເພື່ອກໍ່ຕັ້ງ
ລັດ​ຫົວ​ຮຸນ​ແຮງ​ອິສລາມ ​ຂຶ້ນໃນ​ພາກ​ເໜືອ ​ຂອງ​ໄນ​ຈີ​ເຣຍ.

ມີການສົງໄສວ່າ ພວກ​ຫົວ​ຮຸນ​ແຮງ​ ຈາກ​ກຸ່ມ​ດັ່ງກ່າວ ​ໄດ້ລັກພາ​ໂຕ​ເດັກນ້ອຍ​ນັກຮຽນ
​ຍິງຫລາຍ​ກວ່່າ ​250 ຄົນ​ໃນ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍເມື່ອ​ສອງ​ອາທິດ​ກ່ອນ. ລາຍ​
ງານຂ່າວບາງກະແສແຈ້ງ​ວ່າ ພວກ​ຫົວຮຸນແຮງໄດ້ບັງຄັບ​ໃຫ້​ເດັກ ນ້ອຍ​ຜູ້ຍິງເຫຼົ່ານີ້
​ແຕ່ງງານ.
NIGERIA BLASTS VO
please wait
Embed

No media source currently available

0:00 0:00:31 0:00
XS
SM
MD
LG