ລະເບີດລົດ ໄດ້ແຕກຂຶ້ນ ໃນວັນສຸກມື້ນີ້ ທີ່ເມືອງ Cizre ທາງພາກຕາເວັນອອກສຽງໃຕ້ ຂອງເທີກີເຮັດໃຫ້ຕຳຫຼວດເສຍຊີວິດຢ່າງໜ້ອຍ 11 ຄົນແລະຜູ້ຄົນບາດເຈັບອີກຈຳນວນ ນຶ່ງ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ໂຮງໝໍ.
ໂທລະພາບທ້ອງຖິ່ນລາຍງານວ່າ ແປວຄວັນຂະໜາດໃຫຍ່ໄດ້ພຸ່ງຂຶ້ນສູ່ທ້ອງຟ້າ ຫຼັງຈາກລະເບີດໄດ້ແຕກຂຶ້ນ ໃນສະຖານທີ່ໆເຊື່ອກັນວ່າ ເປັນບ່ອນກວດຂອງຕຳຫຼວດ.
ເຫດລະເບີດໃນວັນສຸກມື້ນີ້ ເກີດຂຶ້ນໃນເວລາປະມານ 6 ໂມງເຄິ່ງຕອນເຊົ້າຕາມເວລາໃນທ້ອງຖິ່ນ.
ເຈົ້າໜ້າທີ່ເທີກີປະກາດວ່າ ຈະທຳການຕອບໂຕ້ຕໍ່ການວາງລະເບີດໃນຄັ້ງນີ້.
ນາຍົກລັດຖະມົນຕີເທີກີ ທ່ານ Binali Yildirim ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງ ຂ່າວທີ່ນະຄອນອິສຕັນບູລວ່າ “ພວກເຮົາຈະຕອບໂຕ້ ຕໍ່ພວກໂຈມຕີ ທີ່ເຂົາສົມຄວນຈະ ໄດ້ຮັບ. ບໍ່ມີອົງການກໍ່ການຮ້າຍໃດໆທີ່ຈະເອົາເທີກີມາເປັນໂຕປະກັນ.”
ເມືອງ Cizre ຕັ້ງຢູ່ໃນແຂວງ Sirnak ຊຶ່ງເປັນແຂວງທີ່ມີຊາຍແດນຕິດກັບປະເທດຊີເຣຍ ແລະອີຣັກແລະມີພົນລະເມືອງສ່ວນໃຫຍ່ເປັນຊາວເຄີດ.
ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອແຕ່ອົງການຂ່າວ Anadolu ຂອງທາງການເທີກີ ກ່າວວ່າ ການໂຈມຕີນີ້ເປັນນ້ຳມື ຂອງພັກກຳມະກອນຊາວເຄີດ ທີ່ເອີ້ນຫຍໍ້ວ່າ PKK ຊຶ່ງເປັນອົງການທີ່ຢູ່ໃນບັນຊີລາຍຊື່ພວກກໍ່ການຮ້າຍ ທີ່ເຊື່ອວ່າ ເປັນຜູ້ພົວພັນນຳການໂຈມຕີທີ່ມີມາເປັນລຳດັບຢູ່ໃນຂົງເຂດ.
ກຸ່ມດັ່ງກ່າວ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຕໍ່ປ້ອມຕຳຫຼວດຢ່າງໜ້ອຍນຶ່ງເທື່ອ.
ກຸ່ມ PKK ເລີ້ມການກໍ່ກະບົດດ້ວຍກຳລັງອາວຸດໃນປີ 1984 ເພື່ອຮຽກຮ້ອງເອົາ ການປົກ ຄອງຕົນເອງ ໃນບໍລິເວນທີ່ກວ້າງໃຫຍ່ ທາງພາກຕາເວັນອອກສຽງໃຕ້ຂອງເທີກີ ທີ່ມີຊາຍແດນຕິກັບຊີເຣຍ ອີຣັກ ແລະອີຣ່ານ. ມີຫລາຍໆສິບພັນຄົນໄດ້ຖືກຂ້າຕາຍ ໃນການສູ້ລົບກັນດັ່ງກ່າວ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ