ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລະເບີດລົດ ສະຫຼະຊີບ ແຕກໃນນະຄອນຫຼວງ Damascus ຫຼາຍຄົນ ໄດ້ຮັບບາດເຈັບ


ແຜນທີ່ນະຄອນຫຼວງ Damascus, ປະເທດຊີເຣຍ.
ແຜນທີ່ນະຄອນຫຼວງ Damascus, ປະເທດຊີເຣຍ.

ລະເບີດລົດລູກໜຶ່ງ ໄດ້ແຕກຂຶ້ນໃນຂົງເຂດ ທີ່ມີຕຳຫຼວດຍາມຢ່າງໜາ​ແໜ້ນໃນນະຄອນ ຫຼວງຂອງປະເທດຊີເຣຍ​ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້ບາດເຈັບ ຫຼາຍໆ ພ້ອມກັບຄວາມເສຍຫາຍ ຕໍ່ຕຶກອາຄານຕ່າງໆຂອງລັດຖະບານ, ອີງຕາມສື່ມວນຊົນຂອງລັດຖະບານ ຊີເຣຍ.

ເຫດລະເບີດແຕກ ໄດ້ເກີດຂຶ້ນໃນວັນຈັນວານນີ້ ທີ່​ຄຸ້ມ Kafr Sousa ຂອງນະຄອນຫຼວງ Damascus ເຊິ່ງເປັນທີ່ຕັ້ງຂອງລະບົບຮັກສາຄວາມປອດໄພຕ່າງໆ.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນປະເທດ ອັງກິດ ເຊິ່ງຕິດຕາມ ຄວາມຮຸນແຮງໃນປະເທດ ຊີເຣຍ ໄດ້ກ່າວວ່າ ລະເບີດໄດ້ແຕກຂຶ້ນຢູ່ໃກ້ກັບໂຮງຮຽນ ອີ ຣ່ານ ແລະ ໄດ້ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດ, ແຕ່ບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມ.

​ເຫດລະເບີດລົດໃນໃຈກາງນະຄອນຫຼວງ Damascus ແມ່ນບໍ່ຄ່ອຍມັກຈະເກີດຂຶ້ນ.

ໃນການ​ເຄື່ອນ​ໄຫວ​ອີກ​ດ້ານ​ໜຶ່ງ ​ໃນວັນຈັນວານນີ້, ອົງການສິ້ງຊອມສິດທິມະນຸດໃນ ຊີ ເຣຍ ໄດ້ກ່າວວ່າ ເຮືອບິນເຮລິຄັອບເຕີທີ່ຕິດອາວຸດຂອງລັດຖະບານ ໄດ້ຖິ້ມລະເບີດຖັງໃສ່ ຄຸ້ມບ້ານ ທີ່ມີຄົນອາໄສຢູ່ໃນເມືອງ Aleppo, ເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 12 ຄົນ.

ພ້ອມກັນນັ້ນໃນວັນຈັນວານນີ້, ທະຫານ ອິສຣາແອລ ໄດ້ກ່າວວ່າພວກເຂົາເຈົ້າໄດ້ໂຈມ ຕີເປົ້າໝາຍໃນ ຊີເຣຍ ເພື່ອຕອບໂຕ້ຕໍ່ການຍິງປືນຄົກທີ່ໄປຕົກໃສ່​ເຂດ​ພູ​ພຽງ Golan ທີ່ ຄວບຄຸມໂດຍອິສຣາແອລ. ກອງທັບ ຊີເຣຍ ກ່າວວ່າ ລູກ​ສອນ​ໄຟຂອງ ອິສຣາແອລ ໄດ້ ສ້າງຄວາມເສຍຫາຍຕໍ່ວັດຖຸຕ່າງໆພຽງໜ້ອຍດຽວ.

ໃນນະຄອນຫຼວງ ວໍຊິງຕັນ, ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Carter ໄດ້ກ່າວວ່າ ທຸກໆການຮ່ວມມືທາງທະຫານ ລະຫວ່າງ ສະຫະລັດ ແລະ ຣັດເຊຍ ເພື່ອ ໂຈມຕີເປົ້າໝາຍຕ່າງໆໃນ ຊີເຣຍ ຈະເປັນການດຳເນີນວຽກງານຮ່ວມກັນ ແລະ ບໍ່ໄດ້ອີງ ໃສ່ຄວາມໄວ້ວາງໃຈກັນ. ທີ່ກອງປະຊຸມຖະແຫຼງຂ່າວຢູ່ທຳນຽບຫ້າແຈ, ທ່ານ Carter ແລະ ປະທານເສນາທິການທະຫານຮ່ວມ ນາຍພົນ Joseph Dunford ໄດ້ກ່າວວ່າ ທຸກໆ ການຮ່ວມມືກັບ ຣັດເຊຍ ຈະລວມມີມາດຕະການຫຼາຍຢ່າງ ທີ່ຈະຮັບປະກັນຄວາມປອດ ໄພ ໃນການປະຕິບັດການຂອງ ສະຫະລັດ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ສະເໜີຄວາມພະຍາ ຍາມທີ່ຈະຈັດຕັ້ງການຮ່ວມມືທາງທະຫານທີ່ໃກ້ຊິດຂຶ້ນກວ່າເກົ່າ ແລະ ຮັບຜິດຊອບໃນ ການສືບລັບຮ່ວມກັນກັບ ຣັດເຊຍ ເພື່ອຕໍ່ສູ້ກັບກຸ່ມຫົວຮຸນແຮງໃນ ຊີເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Syria Bombing
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG