ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ຂອງພວກກໍ່ການຮ້າຍ ຢູ່ເຂດຊິນຈຽງ ສັງຫານ 31 ຄົນ (ວີດີໂອ)


克羅地亞警察指揮逃難者前往等候的巴士。由塞爾維亞湧入歐盟的逃難者互相踩踏,克羅地亞防暴警察企圖控制局勢。克羅地亞表示已經不能再接納更多難民。
克羅地亞警察指揮逃難者前往等候的巴士。由塞爾維亞湧入歐盟的逃難者互相踩踏,克羅地亞防暴警察企圖控制局勢。克羅地亞表示已經不能再接納更多難民。
ສື່​ມວນ​ຊົນ​ແຫ່ງ​ລັດ ​ຂອງ​ຈີນ ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໄດ້
​ສັງຫານ​ປະຊາຊົນ 31 ຄົນ​ໃນ​ຕະຫຼາດ​ທີ່​ແອອັດໄປດ້ວຍຜູ້ຄົນ​ແຫ່ງ
​ນຶ່ງ​ໃນ​ນະຄອນຫຼວງຂອງ​ເຂດ​ຊິນ​ຈຽງ​ທີ່​ມີການແບ່ງ​ແຍກ​ລະຫວ່າງ
ຊົນ​ເຜົ່ານັ້ນ.

ອົງການ​ຂ່າວ​ຊິນ​ຫົວ ​ຂອງທາງ​ການ​ຈີນກ່າວ​ວ່າ ປະຊາຊົນ​ຈຳນວນ​
ຫຼາຍກວ່າ 90 ຄົນໄດ້​ຮັບ​ບາດ​ເຈັບ​ເຊັ່ນ​ກັນ​ເວລາ​ລົດ​ສອງ​ຄັນ​ແລ່ນ
​ເຂົ້າ​ໄປ ​ໃນຝູງ​ຊົນ​ກຸ່ມ​ນຶ່ງ​ ໃນເຂດ​ໃຈ​ກາງ ​ເມືອງ Urumqi ​ໃກ້ໆ​ກັບ
​ສວນ​ສາທາລະນະ Renmin.

ພວກຄົນ​ທີ່​ເຫັນ​ເຫດການກ່າວ​ວ່າ ຫລັງຈາກນັ້ນກໍມີການແກວ່ງລະ​
ເບີດ​ ອອກ​ມາຈາກ​ພວກ​ລົດ​ ​ແລະ​ວ່າ ໄດ້​ຍິນ​ສຽງ​ລະ​ເບີດ​ແຕກ​ຂຶ້ນ​ສິບ​ກວ່າເທື່ອ. ອົງການຂ່າວ ຊິນຫົວ ກ່າວ​ຕື່ມ​ວ່າ ນຶ່ງ​ໃນ​ຈຳນວນ​ລົດ​ເຫຼົ່າ​ນັ້ນ ​ກໍໄດ້​ລະ​ເບີດ​ຂຶ້ນ.

ພວກ​ຮູບ​ພາບ​ທີ່​ລົງ​ໃນ​ສື່​ສັງຄົມ ສະ​ແດງ​ໃຫ້​ເຫັນ​ວ່າ ​ໄດ້ເກີດໄຟ​ໄໝ້​ຂຶ້ນ ​ແລະ​ເຫັນຄວັນ​ໄຟ​ກຸ້ມ​ຂຶ້ນ​ ຈາກ​ບ່ອນ​ເກີດ​ເຫດ​ນັ້ນ. ​ໄດ້​ມີ​ຫາມ​ພວກ​ທີ່​ໄດ້ ຮັບ​ເຄາະ​ຮ້າຍຈຳນວນ​ນຶ່ງ ອອກຈາກບ່ອນ ເກີດເຫດ ແລະ​ອີກ​ຈຳນວນ​ນຶ່ງ ນອນ​ເລືອ​ຢູ່​ຕາມ​ຖະໜົນ​ຫົນທາງ.

ທ່ານ Xi Jinping ປະທານ​ປະ​ເທດ​ຈີນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ “ລົງ​ໂທດ​ຢ່າງ​ໜັກ ​ຕໍ່​ພວກ​ກໍ່​ການ​ຮ້າຍ” ຫຼັງ​ຈາກ​ເກີດ​ເຫດການ​ດັ່ງກ່າວຊຶ່ງຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ເທື່ອ.

ໃນການຖະແຫຼງຂ່າວຕາມປົກກະຕິນັ້ນ ທ່ານ Hong Lei ​ໂຄສົກ​ປະຈຳ​ກະຊວງ​ການຕ່າງປະ​ເທດ​ຈີນ ​ເອີ້​ນພວກ​ໂຈມ​ຕີ​ນັ້ນ​ວ່າ “ຕໍ່ຕ້ານ​ມະນຸດຊາດ” ແລະກ່າວຕື່ມວ່າ “ລັດຖະບານຈີນມີ ຄວາມເຊື່ອ​ໝັ້ນ ​ແລະ​ສາມາດ​ທັບ​ມ້າງ​ພວກ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງໄດ້. ພວກກໍ່ການຮ້າຍເຫຼົ່າ ນີ້ແມ່ນໄດ້ກ່າວໂອ້ອວດຢ່າງຈອງຫອງ. ແຜນການຂອງພວກເຂົາ ຈະບໍ່ປະສົບຄວາມສຳເລັດ​.”

ນີ້​ເປັນ​ການ​ໂຈມ​ຕີ​ຄັ້ງ​ຫລ້າ​ສຸດ​ຕໍ່​ເຂດ​ຊິນ​ຈຽງ ຊຶ່ງ​ເປັນ​ເຂດ ​ທີ່ຢູ່​ອາ​ໄສ​ຂອງ​ຊົນ​ກຸ່ມນ້ອຍ​ ມຸສລິ​ມ Uighur ​ເປັນ​ສ່ວນ​ໃຫຍ່. ຈີນ​ຖິ້ມ​ໂທດ​ຄວາມ​ຮຸນ​ແຮງໃນ​ຂົງ​ເຂດດັ່ງກ່າວ​ໃສ່​ພວກ​ຫົວ​ແບ່ງ​ແຍກ​ ດິນ​ແດນ​ມຸສລິ​ມ​ທີ່ໄດ້ ຮັບການໜຸນຫລັງ ຈາກຕ່າງປະ​ເທດ​.
XS
SM
MD
LG