ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 43 ຄົນ ​ຖືກ​ສັງ​ຫານ ເວ​ລາພວກມື​ປືນ ​ຍິງ​ເຂົ້າ​ໃສ່​ ຕຶກ​ອາ​ຄານ ​ລັດ​ຖະ​ບານ ໃນ​ນະ​ຄອນ ​ກາ​ບູ​ລ


ກອງ​ກຳ​ລັງ​ຮັກ​ສ​ຄວາມ​ປອດ​ໄພ ໄປ​ຮອດ​ໄປ​ເຖິງ ສະ​ຖານ​ທີ່​ເກີດ​ເຫດ ທີ່​ໂຈມ​ຕີ​ດ້ວຍ​ພວກ​ມື​ປືນ, ໃນ​ນະ​ຄອນຫຼວງ​ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 24 ທັນ​ວາ 2018.
ກອງ​ກຳ​ລັງ​ຮັກ​ສ​ຄວາມ​ປອດ​ໄພ ໄປ​ຮອດ​ໄປ​ເຖິງ ສະ​ຖານ​ທີ່​ເກີດ​ເຫດ ທີ່​ໂຈມ​ຕີ​ດ້ວຍ​ພວກ​ມື​ປືນ, ໃນ​ນະ​ຄອນຫຼວງ​ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 24 ທັນ​ວາ 2018.

​ໂຄ​ສົກ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ ມີ 43 ຄົນ ໄດ້​ຖືກ​ສັງ​ຫານ ເວ​ລາ ພວກມື​ປືນ
ໄດ້​ລະ​ດົມ​ຍິງ​ເຂົ້າ​ໃສ່​ຕຶກ​ອາ​ຄານ​ລັດ​ຖະ​ບານ ໃນ​ນະ​ຄອນຫຼວງ​ກາ​ບູ​ລ ​ໃນວັນ​ຈັນ​ວານ​ນີ້.

ການ​ໂຈມຕີ ໄດ້​ມີ​ຂຶ້ນ​ໃນ​ຕອນ​ບ່າຍ ເວ​ລາ​ພວກ​ວາງ​ລະ​ເບີດ​ສະ​ຫຼະ​ຊີບ ໄດ້​ບີບຄະ​ນວນ​
ລະ​ເບີດ ທີ່​ຫ້າງ​ໄວ້​ໃນ​ລົດ ​ໃຫ້​ແຕກ​ຂຶ້ນ ຢູ່ຂ້າງນອກ​ອາ​ຄານ ຊຶ່ງ​ເປັນ​ຫ້ອງ​ການ ​ຂອງ​ຫຼາຍ
ໜ່ວຍ​ງານ ​ທີ່ຮວມ​ທັງກະ​ຊວງພວກເສຍ​ອົງ​ຄະແລະ​ນັກ​ລົບ​ເກົ່າ. ​ເວ​ລາ​ທີ່​ທາງ​ເຂົ້າ​ຖືກ​ທຳ​ລາຍແລ້ວພວກ​ມື​ປືນກໍ​ພາ​ກັນແລ່ນເຂົ້າ​ໄປ​ຂ້າງ​ໃນ ແລະ​ເລີ້ມ​ຍິງ​ຕໍ່​ສູ້​ກັນ​ກັບ​ພວກ​ຕຳ​ຫຼວດ
ດົນ​ນານ​ເຖິງ 7 ຊົ່ວ​ໂມງ.

ໂຄ​ສົກ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ທ່ານ ວາ​ຮີດ ມາ​ຈໍ​ໂຣ​ ກ່າວ​ວ່າ ມີ​ຢ່າງ​ນ້ອຍ 10 ຄົນ
ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ນີ້. ມີ​ຕຳ​ຫຼວດ​ຜູ້​ນຶ່ງແລະພວກ ຫົວ​ຮຸນ​ແຮງ​ອີກ 3 ຄົນ
ໄດ້​ຖືກ​ສັງ​ຫານ ໃນ​ການ​ປະ​ທະ​ກັນ​ທີ່​ວ່​າ​ນີ້.

ເຈົ້າ​ໜ້າ​ທີ່​ໄດ້ກ່າວ​ວ່າ ມີ​ພວກ​ພະ​ນັກ​ງານຫຼາຍກວ່າ 200 ຄົນ ໃນ​ກະ​ຊວງດັ່ງ​ກ່າວ
ແມ່ນໄດ້ຖືກ​ຊ່ວຍ​ອອກ​ມາຢ່າງປອດ​ໄພຫຼັງຈາກ​ການ​ໂຈມ​ເລີ້ມ​ຂຶ້ນ​. ​ສ່ວນ​ຕຶກ​ອາ​ຄານ​
ທີ່​ສຳ​ຄັນ​ອື່ນໆ ​ແລະ​ກະ​ຊວງຕ່າງໆ ກໍໄດ້​ຕັ້ງ​ຢູ່​ ໃນ​ເຂດ​ຄຸ້ມດຽວ​ກັນ ທາງ​ພາກ​ຕາ​ເວັນ​ອອກ​
ຂອງ​ນະ​ຄອນ​ກາ​ບູ​ລ ​ບ່ອນ​ທີ່​ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ ​ອອກ​ມາ​ອ້າງ​ເອົາຄວາມຮັບ​ຜິດ​ຊອບ​ ໃນ​ການ​ໂຈມ​ຕີ ເມື່ອ​ວັນຈັນ​ວານນີ້
ເທື່ອ. ກຸ່ມ​ຕາ​ລີ​ບານ ແລະ​ກຸ່ມ​ລັດ​ອິ​ສ​ລາມ ​ຕ່າງ​ກໍ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບໃນ​ການ
​ໂຈມ​ຕີກ່ອນ​ໜ້າ​ນີ້ ທີ່​ນະ​ຄອນ​ກາ​ບູ​ລ.

ການ​ໂຈມ​ຕີນີ້​ມີ​ຂຶ້ນ ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ
ໄດ້​ປະ​ກາດ​ແຜນ​ການທີ່​ຈະ​ຖອນ​ກອງ​ກຳ​ລັງເຄິ່ງ​ນຶ່ງ​ຂອງຈຳ​ນວນ 14​,000 ຄົນ ອອກ​
ຈາກ ອັ​ຟ​ກາ​ນິ​ສ​ຖານ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG