ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ລະເບີດລົດ ແຕກຂຶ້ນ ທີ່ຄຸ້ມ Sadr ໃນນະຄອນ Baghdad


ປະຊາຊົນພວມເຕົ້າໂຮມກັນ ຢູ່ບ່ອນເກີດລະເບີດ ທີ່ຄຸ້ມ Sadr ໃນນະຄອນຫຼວງອີຣັກ. (ວັນທີ 11 ພຶດສະພາ 2016)

ລະ​ເບີດ​ທີ່​ຫ້າງ​ໃສ່​ລົດ​ຄັນ​ນຶ່ງ​ ໄດ້​ແຕກ​ຂຶ້ນທີ່​ຕະຫຼາດ​ ໃນ​ຄຸ້ມ​ຂອງ​ຊາວ​ຊີ​ໄອ ​ຢູ່​ທາງ​ເໜືອ​ຂອງ​ນະຄອນຫຼວງ Bagdad ​ໃນ​ວັນ​ພຸດ​ມື້ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດ ບໍ່​ຕ່ຳ​ກວ່າ 50 ຄົນ.

​ເຫດ​ລະ​ເບີດ​ນີ້​ໄດ້​ເກີ​ດຂຶ້ນທີ່ຕະຫຼາດ​ຂອງ​ຄຸ້ມ Sadr ​ໃນ​ລະຫວ່າງ​ຊົ່ວ​ໂມງ​ເຂົ້າການ​ຕອນ ເຊົ້າ. ​ໂຮງໝໍ ​ແລະ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບຢ້ານ​ວ່າ ​ໂຕ​ເລກພວກ​ທີ່​ເສຍ​ຊີວິດ​ຍັງ ຈະ​ເພີ້ມຂຶ້ນຕື່ມ.​ ນອກ​ນັ້ນ ຍັງ​ມີ​ອີກ​ຢ່າງ​ໜ້ອຍ 40 ຄົນ​ໄດ້ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີໃນ ຄັ້ງນີ້.

ລົດ​ຫລາຍໆ​ຄັນ​ແລະ​ຕຶກ​ອາຄານ​ທີ່​ຕັ້ງຢູ່​ໃກ້​ຄຽງ ຕ່າງ​ກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ອີງ​ຕາມ​ຄຳ​ເວົ້າເຈົ້າໜ້າ​ທີ່.

ກຸ່ມ​ລັດ​ອິສລາມ​ໄດ້​ອອກ​ມາອ້າງ​ເອົາຄວາມ​ຮັບຜິດຊອບ​ຢ່າງ​ວ່ອງ​ໄວ​ຫລັງ​ຈາກ​ທີ່​ມີ​ການ ໂຈມ​ຕີ​ແລ້ວ. ກຸ່ມ​ທີ່​ນັບຖື​ສາສະໜາ​ອິສລາມ​ນິກາຍ​ຊຸນ​ນີ່​ດັ່ງກ່າວ ​ໄດ້​ອ້າງ​ເອົາ​ຄວາມ​ຮັບ ຜິດຊອບ​ຢູ່ເລື້ອຍໆ ​ໃນ​ການ​ໂຈມ​ຕີທີ່​ຄ້າຍຄື​ກັນນີ້ ຢູ່​ນະຄອນຫລວງ Bagdad ​ໂດຍ​ສະ​ເພາະ​ຢູ່​ໃນ​ຄຸ້ມ​ທີ່​ມີ​ຊາວ​ຊີ​ໄອ​ອາ​ໄສ​ຢູ່​ຢ່າງ​ຫຼວງຫຼາຍນັ້ນ. ກຸ່ມລັດ​ອິສລາມ​ເວົ້າວ່າເຫດ​ລະ ເບີດ​ໃນ​ຄັ້ງນີ້ ​ແມ່ນ​ຜູ້​ໂຈມ​ຕີ​ສະຫຼະຊີບ​ເປັນ​ຜູ້​ກະທຳ ​ແຕ່​ເຈົ້າໜ້າ​ທີ່​ອີ​ຣັກ​ໄດ້​ປະຕິ​ເສດ​ວ່າ​ ບໍ່ແມ່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Iraq Bomb
please wait
Embed

No media source currently available

0:00 0:00:43 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG