ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ປະນາມ ການໂຈມຕີ ຕໍ່ໜ້າ ສະຖານທູດຕົນ ໃນລີເບຍ (ວີດີໂອ)


ກໍາລັງຮັກສາຄວາມປອດໄພຂອງລີເບຍ ໄປທໍາການສືບສວນ ຢູ່ຂ້າງນອກສະຖານທູດຝຣັ່ງ ໃນນະ​ຄອນ​ຫຼວງ​ Tripoli ຫລັງຈາກເກີດເຫດວາງລະເບີລົດ, ວັນທີ 23 ເມສາ 2013.
ກໍາລັງຮັກສາຄວາມປອດໄພຂອງລີເບຍ ໄປທໍາການສືບສວນ ຢູ່ຂ້າງນອກສະຖານທູດຝຣັ່ງ ໃນນະ​ຄອນ​ຫຼວງ​ Tripoli ຫລັງຈາກເກີດເຫດວາງລະເບີລົດ, ວັນທີ 23 ເມສາ 2013.
ຝຣັ່ງ​ໄດ້​ກ່າວ​ປະນາມ​ການວາງລະ​ເບີດ​ລົດ​ທີ່​ສະຖານທູດ​ຂອງ​ຕົນ​
ໃນ​ນະ​ຄອນ​ຫຼວງ​ຂອງ​ລີ​ເບຍ ​ແລະ​ເອີ້ນ​ການໂຈມ​ຕີດັ່ງກ່າວ​ວ່າ​
ເປັນ​ການ​ກະ​ທໍາ​ທີ່​ຊົ່ວ​ຮ້າຍ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂຶ້ນ​ໃນ​ເຊົ້າ​ຂອງ​ວັນ​ອັງຄານ
​ມື້​ນີ້​ຕໍ່ໜ້າສະຖານທູດ​ ​ໃນ​ເຂດຄຸ້ມ Hay Andalus ຂອງ​ນະຄອນ
ຫລວງ Tripoli​ ເຮັດ​ໃຫ້​ຄົນຍາມ 2 ຄົນ​ ບາດ​ເຈັບ​ ແລະສ້າງ​
ຄວາມເສຍ​ຫາຍ​ຢ່າງ​ໜັກ. ທາງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​
ລີ​ເບຍ ເອີ້ນ​ການ​ໂຈມ​ຕີ​ດັ່ງກ່າວນີ້​ວ່າ ​ເປັນ​ການ​ກໍ່​ການ​ຮ້າຍ.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Holland ກ່າວວ່າ ລັດຖະບານ​ຂອງ​ທ່ານ
ຄາດ​ໝາຍ​ໃຫ້ ທາງ​ການ​ລີ​ເບຍຈະຊ່ອຍເຮັດ​ໃຫ້​ສະຖານະ​ການ​ອ້ອມ​ຂ້າງ​ການໂຈມ​ຕີ
ຄັ້ງ​ນີ້ ​ແຈ້ງ​ຂາວ ເພື່ອ​ນໍາ​ເອົາ​ຕົວ​ການ​ແລະພວກທີ່​ກ່ຽວຂ້ອງ ​ມາ​ຮັບຜິດຊອບແລະ​ລົງໂທດ.

ທ່ານ​ຍັງ​ກ່າວ​ອີກ​ວ່າ ການ​ລະ​ເບີດ​ນີ້​ ແມ່ນ​ແນ່​ໃສ່ທຸກປະ​ເທດ ທີ່​ກ່ຽວຂ້ອງໃນການຕໍ່ສູ້ ກັບ​
ພວກ​ກໍ່​ການ​ຮ້າຍ.

​ລີ​ເບຍ​ແມ່ນໄດ້​ດິ້ນຮົນ​ຕໍ່ສູ້​ກັບບັນຫາ​ທາງ​ດ້ານ​ສະຖຽນ​ລະ​ພາບ​ແລະ​ຄວາມ​ຮຸນ​ແຮງ​ໃນ​
ປະ​ເທດ ຫຼັງຈາກ​ທີ່​ໄດ້​ໂຄ່ນ​ລົ້ມ Moammar Gadhafi ​ຜູ້​ນໍາ​ຜະ​ເດັດການ​ເປັນ​ເວລາ
​ດົນ​ນານ ລົງ​ຈາກ​ອໍານາດ ​ໃນ​ທ້າຍ ປີ 2011 ນັ້ນ.

ການ​ໂຈມ​ຕີ​ຕໍ່ສະຖານ​ກົງ​ສູນ​ສະຫະລັດ ​ໃນ​ເມືອງ Benghazi ກໍ​ໄດ້​ສັງ​ຫານ​ເອກອັກ​ຄະ
ລັດຖະທູດສະ​ຫະລັດ ​ແລະ​ຊາວ​ອະ​ເມຣິກັນ​ອີກ 3 ຄົນ ​ໃນ​ເດືອນ​ກັນຍາ ປີ​ກາຍ​ນີ້.

XS
SM
MD
LG