ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດລະເບີດ ແຕກຢູ່ນອກເມືອງ ແດ ແອລຊໍ ປະເທດ ຊີເຣຍ


ທະຫານ ຣັດເຊຍ ທີ່ຄຸ້ມກັນບັນດານັກຂ່າວ ຢືນຍາມຢູ່ ເວລາເດັກນ້ອຍຢືນລວມກັນໃນເມືອງ ແດ ແອລຊໍ, ຊີເຣຍ.
ທະຫານ ຣັດເຊຍ ທີ່ຄຸ້ມກັນບັນດານັກຂ່າວ ຢືນຍາມຢູ່ ເວລາເດັກນ້ອຍຢືນລວມກັນໃນເມືອງ ແດ ແອລຊໍ, ຊີເຣຍ.

ລົດລະເບີດຄັນນຶ່ງໄດ້ແຕກຂຶ້ນໃນເມືອງ ແດ ແອລຊໍ ຂອງປະເທດ ຊີເຣຍ, ອີງຕາມ
ອົງການຂ່າວລັດຖະບານ ຊີເຣຍ.

ລະເບີດແຕກໃນວັນເສົາວານນີ້ ໄດ້ສັງຫານປະຊາຊົນຫຼາຍສິບຄົນ, ອີງຕາມແຫຼ່ງຂ່າວ
ຊານາ ແລະ ອົງການສິ້ງຊອມສິດທິມະນຸດ ຊີເຣຍ.

ຕົວເລກຜູ້ເສຍຊີວິດສູງສຸດທີ່ແນ່ນອນແມ່ນບໍ່ທັນກະຈ່າງແຈ້ງເທື່ອ.

ການໂຈມຕີນີ້ ເປົ້າໝາຍຈາກຄວາມຮຸນແຮງ ໄດ້ແນໃສ່ພວກອົບພະຍົບ ຜູ້ທີ່ ໄດ້ເຕົ້າ
ໂຮມກັນໃນຟາກຕາເວັນອອກຂອງແມ່ນໍ້າ ຢູເຟຣັດສ, ອີງຕາມອົງການຂ່າວ ຊານາ
ແລະ ອົງການສິດທິມະນຸດ.

ເມືອງ ແດ ແອລຊໍ ແມ່ນສູນກາງຜະລິດນໍ້າມັນຂອງປະເທດ ຊີເຣຍ ແລະ ສູນກາງສຳ
ລັບການຄ້າຂາຍຂອງພາກພື້ນ.

ເມືອງດັ່ງກ່າວແມ່ນນຶ່ງໃນສອງເມືອງ ທີ່ກອງກຳລັງ ຊີເຣຍ ໄດ້ປະກາດ ໄຊຊະນະຈາກ
ພວກ IS ໃນວັນສຸກທີ່ຜ່ານມາ. ໄຊຊະນະຢູ່ຕາມເຂດ ຊາຍແດນ ອີຣັກ-ຊີເຣຍ ໄດ້ມີ
ຂຶ້ນລຸນຫຼັງການບຸກໂຈມຕີຈາກທັງສອງ ຝ່າຍຂອງເຂດຊາຍແດນ ໃກ້ໆກັບຮ່ອມພູແມ່
ນໍ້າ ຢູເຟຣັດສ.

ເມືອງຫຼວງ ທີ່ຖືກຕັ້ງຂຶ້ນມາເອງຂອງກຸ່ມ ຈີຮາດ ໄດ້ແຕກຫັກ ຫຼັງຈາກ ພວກເຂົາໄດ້
ສູນເສຍຖານທີ່ໝັ້ນຂອງເຂົາໃນ ຊີເຣຍ ແລະ ອີຣັກ, ພ້ອມດ້ວຍການໂຈມຕີປະສານ
ງານກັນໃສ່ເມືອງ ແດ ແອລຊໍ ໃນ ຊີເຣຍ ແລະ ເມືອງ ອາລ-ແຄມ ໃນ ອີຣັກ, ເຮັດໃຫ້
ພວກ ISIS ຄວບ ຄຸມພື້ນທີ່ນ້ອຍກວ່າເຂດແດນຂະໜາດນ້ອຍ ແຈກຢາຍຢູ່ຕາມເຂດ
ຊາຍແດນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG