ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ກວດກາ ກ່າວວ່າ ມີຜູ້ເສຍຊີວິດ 8 ຄົນໃນເຫດການລົດວາງລະເບີດ ຢູ່ຕະຫຼາດ ທາງພາກເໜືອຂອງຊີເຣຍ


ແຜນທີ່ເມືອງອາຊາສ, ແຂວງອາເລັບໂປ, ປະເທດຊີເຣຍ
ແຜນທີ່ເມືອງອາຊາສ, ແຂວງອາເລັບໂປ, ປະເທດຊີເຣຍ

ມີການລະເບີດ​ຂຶ້ນ​ຢູ່​ໃນ​ເຂດ​ການ​ຄ້າ​ແຫ່ງ​ນຶ່ງ​ ທີ່ຕັ້ງຢູ່ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍ ໃນ​ວັນ​ອາທິດ​ວານ​ນີ້ ​ເຊິ່ງຄຸ້ມຄອງໂດຍ​ກອງ​ກຳລັງ​ສະໜັບສະໜຸນ​ເທີ​ກີ, ສົ່ງຜົນ​ເຮັດ​ໃຫ້ມີຜູ້ເສຍຊີວິດ 8 ຄົນ​ ​ແລະມີຜູ້ໄດ້ຮັບບາດເຈັບອີກ​ຫຼາຍ​ກວ່າ 20 ຄົນ.

ນັກ​ຂ່າວຂອງອົງການຂ່າວ AFP ກ່າວ​ວ່າ ​ເຫດການ​ລະ​ເບີດ​ຢູ່​ເມືອງ ອາຊາສ (Azaz), ​ແຂວງ ອາເລັບໂປ (Aleppo) ເຊິ່ງ​ເກີດ​ຂຶ້ນ​ພຽງບໍ່​ດົນ​ຫລັງ​ຈາກ​ເວລາ​ທ່ຽງ​ຄືນ ຂະນະ​ທີ່​ຝູງ​ຊົນ​ພາກັນ​ໄປ​ຊື້​ເຄື່ອງ​ໃນ​ຊ່ວງເວລາ​ຖືສິນອົດ ລະຫວ່າງ​ບຸນຣາມາດານຂອງ​ຊາວ​ມຸສລິ​ມ.

ກຸ່ມ​ຕິດຕາມກວດກາດ້ານສິດທິ​ມະນຸດຂອງ​ຊີ​ເຣຍກ່າວ​ວ່າ “ມີຜູ້ເສຍຊີວິດ 8 ຄົນ​ ແລະມີຜູ້ບາດເຈັບອີກ 23 ຄົນ​” ​ໃນ​ເວລາທີ່ “ລົດວາງ​ລະ​ເບີດ​ໄດ້​ແຕກ​ຂຶ້ນ​ຢູ່​ກາງ​ຕະຫຼາດ​ທີ່ມີຊື່ສຽງດັ່ງກ່າວ.”

ກຸ່ມ​ສັງ​ເກດ​ການ​ທີ່​ມີ​ສຳນັກງານ​ຢູ່ໃນ​ອັງກິດ, ​ເຊິ່ງມີ​ເຄືອ​ຂ່າຍທີ່ເປັນ​ແຫຼ່ງຂ່າວ​ຢູ່​ພາຍ​ໃນ​ຊີ​ເຣຍກ່າວ​ວ່າ ​ເຫດ​ການລະ​ເບີດນັ້ນ ​ໄດ້​ສ້າງ “ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ” ​ແລະ​ເຮັດໃຫ້​ເກີດ​ໄຟ​ໄໝ້.

ການວາງລະເບີດ ແລະເຫດການດ້ານຄວາມໝັ້ນຄົງອື່ນໆ ແມ່ນມີຢູ່ທົ່ວໄປໃນບໍລິເວນຕ່າງໆທີ່ດໍາເນີນການໂດຍກອງກຳລັງສະໜັບສະໜຸນເທີກີ ຢູ່ໃນພາກເໜືອຂອງຊີເຣຍ, ບ່ອນທີ່ມີການຍາດແຍ່ງອໍານາດກັນ ແລະເກີດຄວາມສ່ຽງໃນການໂຈມຕີລະຫວ່າງກຸ່ມປະກອບອາວຸດ ແລະກຸ່ມລັດອິສລາມ ຈິຮາດ (jihadis) ສົ່ງຜົນເຮັດໃຫ້ສະຖານະການດ້ານຄວາມໝັ້ນຄົງມີເຄັ່ງຕຶງເພີ້ມຂຶ້ນ ລຸນຫຼັງສະຖານະການສົງຄາມທີ່ແກ່ຍາວມາເປັນເວລາຫຼາຍປີ.

ນັກ​ຂ່າວ AFP ​ພົບເຫັນການດໍາເນີນງານຂອງບັນດາເຈົ້າ​ໜ້າ​ທີ່​ກູ້​ໄພ​ສຸກ​ເສີນ​ຢູ່​ໃນບ່ອນ​ເກີດ​ເຫດ ​ແລະ​ຍັງ​ມີ​ຊາກຂອງ​ລົດ​ທີ່​ຖືກ​ທຳລາຍອີກດ້ວຍ.

ທ້າວຄາເລັດ ອາລ-ນາວມະ (Khaled al-Nowmeh), ອາຍຸ 36 ປີ ຜູ້ທີ່ມີຮ້ານຂາຍຢາໃນເມືອງອາຊາສ ກ່າວວ່າ ລາວ ພ້ອມດ້ວຍພັນລະຍາ ແລະລູກໆຂອງລາວ ໄດ້ພາກັນໄປຕະຫຼາດເພື່ອຊື້ເຄື່ອງນຸ່ງຫົ່ມ ໃນເວລາທີ່ລະເບີດໄດ້ແຕກຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG