ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສິນລະປີນມັກແຕ້ມຮູບວາດເອົາ ຄວາມສວຍງາມຂອງ Grand Canyon (ເບິ່ງວີດີໂອແລະຮຽນພາສາອັງກິດໄປພ້ອມ)


ທິວວະທັດອັນສວຍງາມຂອງຫຸບເຂົາເລິກ Grand Canyon ທີ່ເປັນຜົນມາຈາກແມ່ນໍ້າທີ່ໄຫລເຊາະດິນ ເປັນເວລາຫລາຍພັນປີ.
ທິວວະທັດອັນສວຍງາມຂອງຫຸບເຂົາເລິກ Grand Canyon ທີ່ເປັນຜົນມາຈາກແມ່ນໍ້າທີ່ໄຫລເຊາະດິນ ເປັນເວລາຫລາຍພັນປີ.

ວີ​ໂອ​ເອຂໍ​ສະ​ເໜີ​ສາລະ​ຄະດີ​ກ່ຽວ​ກັບ ການ​​ແຕ້ມ​ຮູບ​ວາດ​ເອົາ​ຄວາມ​ສວຍ​ງາມ​ຂອງ​ອຸດທະ ຍານ​ແຫ່ງ​ຊາດ Grand Canyon ທີ່​ຂຶ້ນ​ຊື່​ລືຊາ​ຂອງ​ສະຫະລັດ ທີ່​ຕັ້ງ​ຢູ່​ໃນ​ລັດ​​ແອຣີ​ໂຊ​ນາ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ​ຈາກ​ວັນນະສອນ​ໄດ້​ເລີຍ.

ຟັງລາຍງານ:

ເບິ່ງວີດີໂອລາຍງານພາສາອັງກິດ ທີ່ກົງກັບລາຍງານພາສາລາວ:

ມັນເປັນມື້ເຊົ້າ ທີ່ທ້ອງຟ້າ​ແຈ້ງໃສດີ ຢູ່​ໃນ​ເຂດ​ກໍ້າໃຕ້ຂອງຫຸບ​ເຂົາ Grand Canyon .
ບອ່ນນີ້​ແຫລະ ແມ່ນຈຸດເລີ້ມຕົ້ນສໍາລັບນາງລິນດາ ໂກລເວີ ກູດຈ໌ (Linda Glover
Gooch). ນາງ​ຄ່ອຍໆ​ປັດ​ຟອຍ​ແຕ້ມ​ຮູບ​ຂອງ​ນາງ​ລົງ​ບົນ​ແຜ່ນ​ຜ້າ​ເທື່ອລະເລັກລະນ້ອຍ
ຮູບພາບກໍເລີ້ມປະກົດຂຶ້ນມາ. ໃນແຕ່ລະມື້ ນັກ​ທ່ອງ​ທ່ຽວຫລາຍໆພັນຄົນຖ່າຍຮູບ​ເອົາ
ຫຸບເຂົາ Grand Canyon ​ໃນຄວາມຫວັງຢາກຈະ​ເກັບເອົາຄວາມສວຍງາມຂອງທໍາ​ມະ
​ຊາດ​ແຫ່ງ​ນີ້​ໄວ້.

ນາງລິນດາ ໂກລເວີ ກູດຈ໌ ສາມາດທີ່ຈະຢູ່ເຮືອນແລະ​ແຕ້ມເອົາຈາກຮູບຖ່າຍ​ຂອງ​ຫຸບເຂົາ​
Grand Canyon ອັນ​ສວຍ​ງາມ​ໜ້າ​ອັດສະຈັນນີ້ກໍໄດ້. ແຕ່ນາງເວົ້າວ່າ ການມາແຕ້ມເອົາ
ຮູບຕົວຈິງ ກັບການກ່າຍເອົາຈາກຮູບຖ່າຍນັ້ນ ຜົນອອກມາມັນຈະບໍ່ຄືກັນ. ນາງເວົ້າວ່າ:

"ໂອ້ ມັນຕ່າງກັນຫລາຍ ເພາະວ່າຢູ່​ນີ້ ເຮົາຢູ່ໃນບັນຍາກາດ. ເຮົາ​ໄດ້​ສໍາ​ພັດ​ກັບ
ອາກາດ. ຮູບພາບ​ຫັ້ນ ມັນກໍງາມຢູ່ດອກ ແຕ່ວ່າ​ເຮົາ​ຈະ​ບໍ່​ໄດ້​ຄວາມ​ຮູ້ສຶກ​ ບໍ່​ໄດ້
ບັນຍາກາດ​ຢູ່​ບ່ອນ​ນີ້. ແລະເຮົາກໍໄດ້ສໍາ​ພັດກັບ​ມັນ​ດ້ວຍ​ໂຕ​ເອງ​ນໍາອີກ. ສະນັ້ນ
ມັນ​ພາ​ໃຫ້​ເຮົາ​ມີອາລົມ ໃນຂະນະທີ່ເຮົາເຮັດວຽກຢູ່ນັ້ນ
."

ນີ້​ແຫລະແມ່ນອັນທີ່ພວກສິນລະປິນເອີ້ນກັນວ່າ ການວາດຮູບຢູ່​ກາງ​ແຈ້ງ ​ໃນທ່າມກາງ
​ບັນຍາກາດ​ຂອງ​ທໍາ​ມະ​ຊາດ ຊຶ່ງການປ່ຽນແປງຂອງແສງສະຫວ່າງແລະສິ່ງ​ແວດ​ລ້ອມ
ມີຜົນກະທົບຕໍ່ການວາດຮູບ. ທ່ານ ສະກັອດ ເຄຣ​ແນັກ (Scott Kraynak) ​ເຈົ້າ​ໜ້າ​ທີ່
ພະແນກສວນອຸດທະຍານແຫ່ງຊາດສະຫະລັດ ກ່າວວ່າ:

"ມັນເປັນການແຕ້ມຮູບ ແບບໄວໆໃນທໍາມະຊາດ ເພື່ອຈັບເອົາຊ່ວງເວລາ ທີ່
ສູນຫາຍໄປໄວໆ ໃນທໍາມະຊາດຂອງແສງສີ.
"

ພະແນກສວນສາທາລະນະແຫ່ງຊາດໄດ້ເຊື້ອເຊີນພວກນັກສິນລະປິນທັງຫລາຍ ​ໃຫ້ມາ
ແຕ້ມຮູບຫຸບ​ເຂົາ Grand Canyon ເພື່ອ​ນໍາ​ອອກຂາຍໃນພາຍຫລັງ ຊຶ່ງເງິນຈາກ​ການ
ຂາຍຮູບນັ້ນ ແມ່ນເອົາ​ໄປຊ່ວຍ​ເປັນ​ທຶນໃນການກໍ່ສ້າງໂຮງວາງສະແດງຮູບພາບ. ທ່ານ
ເຄຣ​ແນັກເວົ້າວ່າ ມີຫລາຍຄົນທີ່ມາຮູ້ຈັກຫຸບເຂົາ Grand Canyon ໂດຍຜ່ານຮູບແຕ້ມ.

"ຂ້ອຍຄິດວ່າ ບໍ່ຄ່ອຍມີຫລາຍຄົນປານໃດທີ່ຫລິ່ງເຫັນຄວາມສໍາຄັນຂອງສິນລະປະ ຢູ່ໃນສວນສາທາລະນະແຫ່ງຊາດ. ສິນລະປະໄດ້ຊ່ວຍໃຫ້ຜູ້​ຄົນຮູ້​ຈັກສະຖານ​ທີ່
ແຫ່ງນີ້ວ່າ ມັນເປັນ​ແບບໃດ​ໃນ​ເມື່ອ​ກ່ອນ​ ໃນ​ສະໄໝບຸກ​ເບີກ​ພາກຕາເວັນຕົກຂອງ
ປະເທດ ກ່ອນທີ່ຈະ​ມີໂທລະພາບແລະອິນເຕີແນັດ. ສິນລະປະແມ່ນເລື່ອງໃຫຍ່ໃນ
ຂົງເຂດເຫລົ່ານີ້ ທີ່ບໍ່ໄດ້ຍົກຂຶ້ນມາເວົ້າກັນ. ສິນລະປະໄດ້ເປັນປະເດັນສໍາຄັນໃນ
ການເຮັດໃຫ້ສວນສາທາລະນະແຫ່ງຊາດ ມີຊື່ສຽງໂດ່ງດັງ.
"


ນາງລິນດາ ໂກລເວີ ກູດຈ໌ ນັກສິລະປິນວາດຮູບ ກໍາລັງແຕ້ມຮູບ ຂອງຫຸບເຂົາ Grand Canyon ໃນເດືອນຕຸລາ 2010.
ນາງລິນດາ ໂກລເວີ ກູດຈ໌ ນັກສິລະປິນວາດຮູບ ກໍາລັງແຕ້ມຮູບ ຂອງຫຸບເຂົາ Grand Canyon ໃນເດືອນຕຸລາ 2010.

ຜົນງານຂອງນາງລິນດາ ໂກລເວີ
ກູດຈ໌ ​ແມ່ນສາມາດຊອກເບິ່ງ
ຊອກຊົມໄດ້ໃນສະຖານທີ່ຕ່າງໆ
ເຊ່ນບ່ອນວາງສະແດງຮູບພາບ
ຢູ່ເມືອງ Scottsdale ລັດ​ແອຣິ
ໂຊນາ. ຮູບທີ່ລາວແຕ້ມແມ່ນນໍາ
ເອົາພາບທໍາມະຊາດອັນ​ໜ້າ​ອັດ
ສະຈັນຂອງຫຸບ​ເຂົາ​ເລິກໆແລະ
ພູພຽງ​ທີ່​ແຫ້ງ​ແລ້ງ ມາມອບໃຫ້
ແກ່ນັກສະສົມພາບທີ່ຢາກ​ໄດ້
ຄວາມງົດງາມບາງຢ່າງ ກັບຄືນ
ໄປບ້ານໄປເຮືອນນໍາ.

"ຂ້ອຍຢາກໄດ້ແສງນັ້ນ ຢູ່ຈຸດ
ນັ້ນນ່ະ ເພາະວ່າມັນຈະຢູ່
ຫັ້ນ
ພຽງແຕ່ອີກນຶ່ງຊົ່ວໂມງ​ເທົ່າ​ນັ້ນ ບາງທີ ຫລືອາດຈະບໍ່​ຮອດ​ຊໍ້າ. ມັນ​ແຈ້ງ​ຫລາຍ​ແທ້ໆ.
"

ນາງ ກູດຈ໌ ໄດ້ໃຊ້ເວລາໝົດມື້ ຢູ່ຫຸບ​ເຂົາ Grand Canyon ເພື່ອແຕ້ມຮູບນ້ອຍໆແຜ່ນ
ນີ້ຂອງ​ນາງ. ແຕ່ນາງເວົ້າວ່າ ບໍ່​ມີ​ບ່ອນ​ໃດ​ທີ່ນາງຢາກຈະ​ໄປຢູ່ ຫລາຍ​ກວ່າບ່ອນນີ້.
ນາງອະທິບາຍວ່າ:

"ບໍ່ມີຄໍາເວົ້າອັນໃດ ທີ່ຈະພັນລະນາພາບບ່ອນ​ນີ້ໄດ້. ມັນເປັນບ່ອນທີ່ງົດງາມແທ້ໆ.
ມັນທ້າທາຍ ເພາະວ່າ​ມັນ​ປ່ຽນ​ໄປ​ປ່ຽນ​ມາ​ຢູ່​ເລື້ອຍໆ. ອາກາດບໍ່ເຄີຍຢູ່ນິ້ງແບບເກົ່າ
ຈັກເທື່ອ. ມັນໃຫ້ພາບທິວທັດແກ່ເຮົາໃນຫລາຍໆແບບ. ທ່ານສາມາດທີ່ຈະມາແຕ້ມ
ຮູບຢູ່ບ່ອນນີ້ ໄດ້ຕະຫລອດຊີວິດຂອງທ່ານ ແລະກໍຈະເຫັນພາບໃໝ່ໆ ປາກົດຂຶ້ນ
ມາເລື້ອຍໆ.
"

ໃນທີ່ສຸດ ​ໃນ​ຕອນ​ບ່າຍ​ແກ່ໆ​ຂອງ​ມື້​ນັ້ນ ຮູບແຕ້ມຂອງນາງລິນດາ ໂກລເວີ ກູດຈ໌ ທີ່​
ວາດ​ເອົາ​ຄວາມ​ງົດ​ງາມ​ຂອງພາກສ່ວນ​ນີ້ຂອງຫຸບ​ເຂົາ Grand Canyon ກໍສໍາເລັດລົງ
ແລະພ້ອມທີ່ຈະນໍາ​ໄປວາງສະແດງ. ແຕ່ແນວໃດກໍຕາມ ທັດສະນີ​ຍະ​ພາບທີ່ປ່ຽນ​ແປງ​
ໄປ​ເລື້ອຍໆ​ຂອງຫຸບ​ເຂົາ​ເລິກແຫ່ງ​ນີ້ ເຮັດໃຫ້ນາງຢາກກັບຄືນໄປທີ່ນັ້ນອີກ ແລະແຕ້ມ
ຮູບຕື່ມອີກມື້ນຶ່ງ.

XS
SM
MD
LG