ເຈົ້າໜ້າທີ່ສືບສວນ ກ່າວວ່າ ກັບຕັນຂອງເຮືອຂ້າມຟາກ
ລຳທີ່ຂວ້ຳຢູ່ນອກຝັ່ງທະເລ ກ້ຳຕາເວັນຕົກ ຂອງເກົາຫຼີໃຕ້
ໃນວັນພຸດຜ່ານມານີ້ ບໍ່ໄດ້ຖືພວງມາໄລເຮືອ ໃນເວລາທີ່ເກີດ
ເຫດຫາຍະນະນັ້ນ.
ເຈົ້າໜ້າທີ່ກ່າວ ໃນວັນສຸກມື້ນີ້ວ່າ ຜູ້ຊ່ວຍກັບຕັນຄົນນຶ່ງເປັນ
ຜູ້ຖືພວງມາໄລ ເຮືອຂ້າມຟາກ Sewol ໃນຕອນທີ່ເຮືອພິກຂວ້ຳ ຊຶ່ງມີການສັນນິຖານກັນ
ວ່າ ອາດມີການລ້ຽວເຮືອຢ່າງກະທັນຫັນ ຈຶ່ງເຮັດໃຫ້ເຮືອເລີ້ມງ່ຽງລົງ ຂ້າງນຶ່ງ ແລະໃນ
ທີ່ສຸດ ກໍຈົມລົງ.
ບັນດາເຈົ້າໜ້າທີ່ໜ່ວຍຍາມຝັ່ງ ກ່າວວ່າ ຕົກມາຮອດກາງວັນຂອງວັນສຸກມື້ນີ້ ໄດ້ມີ
ການຢັ້ງຢືນ ຈຳນວນຄົນເສຍຊີວິດ 28 ຄົນ ເຖິງແມ່ນມີການຄາດກັນວ່າ ຈຳນວນ
ໂຕຈິງ ຈະເພີ້ມຂຶ້ນອີກຫຼາຍ ກໍຕາມ.
ພວກໜ່ວຍກູ້ໄພ ຍັງສືບຕໍ່ສູ້ຊົນກັບ ກະແສນ້ຳແຮງແລະຂຸ່ນ ໃນການຊອກຫາ 268 ຄົນ
ທີ່ຍັງຫາຍສາບສູນ ໃນຂະນະທີ່ຜູ້ໂດຍສານ 179 ຄົນ ໄດ້ຮັບການຊ່ວຍຊີວິດໄວ້. ໃນ
ຈຳນວນຜູ້ ໂດຍສານຂອງເຮືອຂ້າມຟາກ ທັງໝົດ 475 ຄົນນັ້ນ 325 ຄົນແມ່ນນັກຮຽນ ໂຮງຮຽນມັດທະຍົມແຫ່ງນຶ່ງ ໃກ້ໆກັບນະຄອນ ຫລວງໂຊລ ທີ່ໄດ້ເດີນທາງໄປທັດສະນະສຶກສາ ແລະທ່ຽວເກາະຕາກອາກາດທີ່ໂດ່ງດັງແຫ່ງນຶ່ງ ເປັນເວລາ 4 ມື້.
ປະທານາທິບໍດີ Barack Obama ໄດ້ສົ່ງສານ ສະແດງຄວາມເສຍໃຈ ຕໍ່ຄອບຄົວ
ຂອງຜູ້ໄດ້ຮັບເຄາະຮ້າຍ ແລະກ່າວວ່າ ທ່ານຈະທຳການໄວ້ອາໄລ ແກ່ພວກເສຍຊີວິດ
ໃນລະຫວ່າງການຢ້ຽມຢາມ ເກົາຫຼີໃຕ້ ອາທິດໜ້ານີ້.