ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກັບຕັນທີມບານເຕະ 'ເດັກຊາຍຖໍ້າຫຼວງ' ຂອງໄທ ເສຍຊີວິດ ໃນປະເທດອັງກິດ


ແຟ້ມຮູບ-ທ້າວດວງເພັດ ແນະນໍາໂຕເອງ ໃນລະຫວ່າງງານຖະແຫຼງຂ່າວສັ້ນໃນຈັງຫວັດຊຽງຣາຍ, ປະເທດໄທ, ວັນທີ 18 ກໍລະກົດ 2018.
ແຟ້ມຮູບ-ທ້າວດວງເພັດ ແນະນໍາໂຕເອງ ໃນລະຫວ່າງງານຖະແຫຼງຂ່າວສັ້ນໃນຈັງຫວັດຊຽງຣາຍ, ປະເທດໄທ, ວັນທີ 18 ກໍລະກົດ 2018.

ນຶ່ງໃນເດັກຊາຍ 12 ຄົນ ທີ່ໄດ້ຮັບການຊ່ວຍເຫຼືອຄືດັ່ງລະຄອນ ລຸນຫຼັງທີ່ຕິດຄ້າງຢູ່ໃນຖໍ້າ ທີ່ຖືກນໍ້າຖ້ວມ ໃນປີ 2018 ນັ້ນ ໄດ້ເສຍຊີວິດລົງຢູ່ໃນປະເທດອັງກິດ ເຊິ່ງເປັນບ່ອນທີ່ລາວກໍາລັງເຂົ້າຮຽນ ຢູ່ໃນສະຖາບັນ ກິລາເຕະ​ບານ, ໂດຍການເປີດເຜີຍ ຂອງອະດີດຄູຝຶກຂອງລາວ, ອີງຕາມລາຍງານ ຂອງອົງການຂ່າວ Reuters.

ທ້າວດວງເພັດ ພຣົມເທບ, ເຊິ່ງຮູ້ກັນໃນອີກຊື່ນຶ່ງວ່າ “​ດົມ”, ເປັນກັບຕັນທີມ “ໝູປ່າ” ທີ່ເບິ່ງຄືວ່າ ບໍ່ອາດຈະເປັນໄປໄດ້ ທີ່ບັນດານັກດໍານໍ້ານາໆຊາດ ແລະໜ່ວຍ SEALs ຂອງກອງທັບເຮືອໄທ ຈະຊ່ວຍເຫຼືອພວກເຂົາເຈົ້າອອກ​ມາໄດ້ ເຊິ່ງໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍໄປທົ່ວໂລກ.

ການເສຍຊີວິດຢ່າງກະທັນຫັນຂອງທ້າວດວງເພັດ ຜູ້ທີ່ມີອາຍຸ 17 ປີ ຍັງບໍ່ເປັນທີ່ແຈ່ມແຈ່ງ, ເຊິ່ງຂ່າວດັ່ງກ່າວນີ້ ໄດ້ຮັບການແບ່ງປັນຂໍ້ມູນ ຢູ່ໃນສື່ສັງຄົມອອນລາຍ ຈາກພະອາຈານທີ່ເຄີຍສອນໜັງສືລາວ ໃນຈັງ​ຫວັດຊຽງຣາຍ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດໄທ.

“ບັດນີ້, ທ້າວດວງເພັດ ພຣົມເທບ ໄດ້ຈາກໄປສູ່ອີກໂລກນຶ່ງແລ້ວ,” ພະອາຈານສຸພັດ​ພົງ ເມທິໂກ ໂພສລົງໃນເຟສບຸກ. “ອາຈານຫວັງວ່າ ລາວຈະກັບມາເກີດ ໃໝ່ອີກຄັ້ງ ແລະມາເປັນລູກສິດ ຂອງອາຈານອີກໃນຊາດໜ້າ.”

ອົງການຂ່າວ Reuters ບໍ່ສາມາດຢືນຢັນພຽງຜູ້ດຽວໄດ້ ກ່ຽວກັບການເສຍຊີວິດຂອງລາວ, ເຊິ່ງພະອາຈານສຸພັດພົງກ່າວວ່າ ເພິ່ນໄດ້ຍິນມາຈາກແມ່ເຖົ້າຂອງ ທ້າວດວງເພັດ ທີ່ໄດ້ບອກວ່າ ທ້າວດວງເພັດໄດ້ຮັບອຸບັດຕິເຫດທີ່ບໍ່​ໄດ້ລະບຸ ໃນປະເທດອັງກິດ.

ອະດີດຫົວໜ້າ ແລະຄູຝຶກ ຂອງທີມເຕະບານແຫ່ງຊາດໄທ ທ່ານກຽດຕິສັກ ເສນາເມືອງ ເຊິ່ງເປັນຜູ້ຊ່ວຍໃຫ້ທຶນການສຶກສາແກ່ ທ້າວດວງເພັດ ໄປສຶກສາຢູ່ທີ່ສະຖາບັນການສຶກສາກິລາເຕະບານ ວິທະຍາໄລ Brooke House ໃນເມືອງເລສເຕີເຊຍ, ໄດ້ອະທິບາຍກ່ຽວກັບລາວວ່າ ລາວເປັນຄົນມີມາລະຍາດ ແລະເປັນຄົນອົບອຸ່ນ ທີ່ມີຄວາມຝັນວ່າ ຢາກເປັນນັກກິລາເຕະບານສໍາລັບປະ ເທດຂອງລາວ.

ເຊີນອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG