ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫຼວດ ຫໍລັດຖະສະພາ ສະຫະລັດ ມີອຸປະສັກ ໃນການຕິດຕາມ ໄພຂົ່ມຂູ່


ຕຳຫຼວດຕັ້ງແຖວເພື່ອຍາມຫໍລັດຖະສະພາ ຫຼັງຈາກພວກຈະລາຈົນ ບຸກເຂົ້າໄປໃນຕຶກ, ນະຄອນຫຼວງ ວໍຊິງຕັນ, 6 ມັງກອນ 2021.
ຕຳຫຼວດຕັ້ງແຖວເພື່ອຍາມຫໍລັດຖະສະພາ ຫຼັງຈາກພວກຈະລາຈົນ ບຸກເຂົ້າໄປໃນຕຶກ, ນະຄອນຫຼວງ ວໍຊິງຕັນ, 6 ມັງກອນ 2021.

ກຳລັງຕຳຫຼວດຫໍລັດຖະສະພາ ໄດ້ພົບອຸປະສັກຈາກການເຕົ້າໂຮມຂໍ້ມູນລັບທີ່ບໍ່ພຽງພໍ ກ່ອນການໂຈມຕີໃນວັນທີ 6 ມັງກອນທີ່ຜ່ານມາ, ກຸ່ມຕິດຕາມຂອງພະແນກດັ່ງກ່າວໄດ້ກ່າວຕໍ່ລັດຖະສະພາໃນວັນຈັນວານນີ້, ໂດຍເຕືອນບັນດາສະມາຊິກສະພາຜູ້ທີ່ເປັນຫ່ວງສຳລັບຄວາມປອດໄພຂອງເຂົາເຈົ້າທ່າມກາງໄພຂົ່ມຂູ່ທີ່ເພີ່ມຂຶ້ນຕໍ່ບັນດາສະມາຊິກສະພາ.

ຜູ້ບັນຊາການຕຳຫຼວດຫໍລັດຖະສະພາ ທ່ານ ໄມເກິລ ໂບລຕັນ (Michael Bolton) ໄດ້ຢືນຢັນໃນການໃຫ້ການຄັ້ັງທຳອິດຈາກສາມຄັ້ງໃນສະພາຕໍ່າໃນອາທິດນີ້ ກ່ຽວກັບ ສິ່ງທີ່ໄດ້ຜິດພາດໃນລະ ຫວ່າງການຈະລາຈົນເມື່ອວັນທີ 6 ມັງກອນນັ້ນ. ບັນດາສະມາຊິກສະພາແມ່ນກຳລັງສືບສວນສອບສວນ ກ່ຽວກັບ ການຈະລາຈົນດັ່ງກ່າວ ໃນຂະນະທີ່ເຂົາເຈົ້າພິຈາລະນາການປັບປຸງການຮັກສາ ຄວາມປອດໄພໃໝ່, ແລະ ທ່ານ ໂບລຕັນ ໄດ້ແນະນຳວ່າໃຫ້ຕຳຫຼວດລັດຖະສະພາສ້າງກົມໃໝ່ ທີ່ປະຕິບັດການໂດຍຜູ້ດຽວຂຶ້ນມາທີ່ຈະສາມາດເຕົ້າໂຮມຂໍ້ມູນລັບ ກ່ຽວກັບ ໄພຂົ່ມຂູ່ ແລະ ປົກປ້ອງບັນດາສະມາຊິກທີ່ຄ້າຍຄືກັບວິທີທີ່ໜ່ວຍຄຸ້ມຄອງ Secret Service ສະຫະລັດ ປົກປ້ອງປະທາ ນາທິບໍດີ.

ສະມາຊິກສະພາຫຼາຍຄົນໄດ້ຮັບການຂົ່ມຂູ່ ແລະ ເປັນຫ່ວງສຳລັບຄວາມປອດໄພຂອງເຂົາເຈົ້າຫຼັງຈາກຫໍລັດຖະສະພາ ສະຫະລັດ ໄດ້ຖືກໂຈມຕີຢ່າງງ່າຍດາຍໃນວັນທີ 6 ມັງກອນ ທີ່ຜ່ານມາໂດຍຜູ້ສະໜັບສະໜູນຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ຜູ້ທີ່ຢາກຕ່າວປີ້ນການເລືອກຕັ້ງນັ້ນ. ພວກຈະລາຈົນໄດ້ຕາມລ່າຫາບັນດາສະມາຊິກສະພາ, ໂດຍເອີ້ນຊື່ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ແລະ ອະດີດຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໃນຂະນະທີ່ພວກເຂົາຍ່າງຢູ່ໃນຕຶກ ແລະ ບັນດາສະມາຊິກໄດ້ພາກັນຫຼົບໜີຈາກສະພາຕໍ່າ ແລະ ສະພາສູງ.

ໃນຖະແຫຼງການສະບັບນຶ່ງເມື່ອວັນສຸກທີ່ຜ່ານມາ, ຕຳຫຼວດຫໍລັດຖະສະພາໄດ້ກ່າວວ່າມັນໄດ້ມີ ການຂົ່ມຂູ່ເພີ່ມຂຶ້ນ 107 ເປີເຊັນຕໍ່ບັນດາສະມາຊິກສະພາໃນປີນີ້ ທຽບໃສ່ກັບປີ 2020 ແລະ “ໄດ້ກໍ່ໃຫ້ເກີດສະພາບແວດລ້ອມໄພຂົ່ມຂູ່ທີ່ພິເສດທີ່ພວກເຮົາອາໄສຢູ່, ພະແນກດັ່ງກ່າວໝັ້ນໃຈວ່າກໍລະ ນີດັ່ງກ່າວຈະສືບຕໍ່ເພີ່ມຂຶ້ນ.”

ລາຍງານສະບັບໃໝ່ຂອງຜູ້ບັນຊາການຕຳຫຼວດ, ເຊິ່ງແມ່ນນຶ່ງໃນຫຼາຍສະບັບທີ່ທ່ານ ໂບລຕັນ ກຳ ລັງກະກຽມເພື່ອຕອບໂຕ້ຕໍ່ການຈະລາຈົນນັ້ນ, ພະແນກດັ່ງກ່າວໄດ້ເວົ້າວ່າ “ໄດ້ປະເຊີນກັບບັນຫາຕ່າງໆ” ຍ້ອນການເພີ່ມຂຶ້ນຂອງໄພຂົ່ມຂູ່ໃນ 5 ປີທີ່ຜ່ານມາ ແລະ ໄດ້ແນະນຳໃຫ້ກອງກຳລັງຈ້າງເຈົ້າໜ້າທີ່ເພີ່ມເຕີມຜູ້ທີ່ອຸທິດຕົນໃນການປະເມີນໄພຂົ່ມຂູ່. ທ່ານ ໂບລຕັນ ໄດ້ກ່າວວ່າມັນມີຫຼາຍຂໍ້ບົກພ່ອງທີ່ນຳໄປສູ່ການຂາດການສື່ສານ ແລະ ການນຳພາກ່ອນການໂຈມຕີນັ້ນ.

ທ່ານ ໂບລຕັນ ໄດ້ກ່າວຕໍ່ຄະນະກຳມະການວ່າ ຕຳຫຼວດຫໍລັດຖະສະພາແມ່ນກຳລັງຢູ່ໃນຂັ້ນຕອນຂອງການເປີດຫ້ອງການໃນພາກພື້ນສອງແຫ່ງ ສະນັ້ນເຂົາເຈົ້າຈຶ່ງສາມາດປົກປ້ອງບັນດາສະມາ ຊິກສະພາໃນປະເທດໄດ້ ດີກວ່າເກົ່າ. ພະ ແນກດັ່ງກ່າວໄດ້ຢືນຢັນໃນວັນຈັນວານນີ້ວ່າ, ເຂົາເຈົ້າຈະເປີດຫ້ອງການຢູ່ນະຄອນ ແຊນ ແຟຣນຊິສໂກ, ລັດຄາລິຟໍເນຍ ແລະ ນະຄອນ ໄມອາມີ, ລັດ ຟລໍຣິດາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG