ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Cantor ລາອອກ ຈາກຕຳແໜ່ງ ຜູ້ນຳສຽງສ່ວນຫຼາຍ ໃນສະພາຕ່ຳ ສຫລ (ວີດີໂອ)


Cantor Resigns House Leadership Post After Shocking Election Loss
please wait

No media source currently available

0:00 0:02:55 0:00

ທ່ານ Eric Cantor ກ່າວວ່າ ທ່ານຈະລາອອກຈາກຕຳແໜ່ງ ຜູ້ນຳສຽງສ່ວນຫຼາຍ ຂອງພັກຣີພັບບລີກັນ ໃນສະພາຕ່ຳ ສຫລ ໃນວັນທີ 31 ກໍລະກົດຈະມານີ້.

ທ່ານ Eric Cantor ສະມາຊິກສະພາຕ່ຳ ສັງກັດພັກຣີພັບບລີກັນ
ກ່າວວ່າ ທ່ານຈະລາອອກຈາກຕຳແໜ່ງຜູ້ນຳສຽງສ່ວນຫຼາຍ ໃນ
ສະພາຕ່ຳສະຫະລັດ ໃນວັນທີ 31 ກໍລະກົດຈະມານີ້ ຫລັງຈາກ
ໄດ້ເສຍໄຊ ຢ່າງບໍ່ໜ້າເຊື່ອ ແລະ ບໍ່ຄາດຝັນ ໃຫ້ແກ່ຜູ້ສະໝັກ
ຂອງພັກ Tea party ໃນການເລືອກຕັ້ງຂັ້ນຕົ້ນຢູ່ ລັດເວີຈີເນຍ.

ທ່ານ Cantor ບໍ່ໄດ້ໃຫ້ຄວາມເຫັນຫຍັງຫລາຍ ກ່ຽວກັບວ່າ
ເປັນຫຍັງທ່ານຈຶ່ງເສຍໄຊ ໃນການເລືອກຕັ້ງຂັ້ນຕົ້ນ ຊຶ່ງມີຂຶ້ນ
ໃນວັນອັງຄານທີ່ຜ່ານມານີ້. ທ່ານ Cantor ກ່າວຕໍ່ພວກນັກ
ຂ່າວ ໃນວັນພຸດວານນີ້ວ່າ ທ່ານຈະປ່ອຍເລື່ອງການວິ ເຄາະ
ໃຫ້ເປັນໜ້າທີ່ຂອງພວກເຂົາເຈົ້າເອງ.

ທ່ານເວົ້າວ່າ ມັນເປັນສິດພິເສດ ທີ່ທ່ານໄດ້ມີໂອກາດຮັບໃຊ້ ປະຊາຊົນໃນເຂດ ເລືອກຕັ້ງ
ຂອງທ່ານທີ່ລັດເວີຈີເນຍ ແລະທ່ານຍັງຈະສືບຕໍ່ ສະໜັບສະໜຸນ​ເປົ້າ​ໝາຍ ຂອງພວກ
ນິຍົມແນວທາງເດີມຕໍ່ໄປ.

ທ່ານ Cantor ເປັນສະມາຊິກ ທີ່ມີອິດທິພົນຫຼາຍເປັນອັນດັບສອງ ໃນສະພາຕ່ຳ ສະຫະລັດ
ທີ່ຄວບຄຸມໂດຍພັກຣີພັບບລີກັນ ຮອງຈາກທ່ານ John Boehner ຊຶ່ງເປັນປະທານ
ສະພາຕ່ຳ.

ທ່ານ Cantor ໄດ້ເສຍໄຊ ໃນການຮັກສາບ່ອນນັ່ງ ຂອງທ່ານໄວ້ ໃນການເລືອກຕັ້ງຂັ້ນຕົ້ນ
ເມື່ອວັນອັງຄານຜ່ານມານີ້ ໃຫ້ແກ່ທ່ານ David Brat ອາຈານສອນ ມະຫາວິທະຍາໄລ
ທີ່ຄ່ອຍບໍ່ມີຄົນຮູ້ຈັກປານໃດ.

ທ່ານ Brat ໄດ້ປະກາດໂຕວ່າ ທ່ານເປັນຜູ້ນິຍົມແນວທາງເດີມ ຫຼາຍກວ່າທ່ານ Cantor
ອີກ ແລະ ເວົ້າວ່າ ການໃຫ້ຄວາມສະໜັບສະໜຸນຕໍ່ການປະຕິຮູບລະບົບ ຄົນເຂົ້າເມືອງຂອງ
ທ່ານ Cantor ແມ່ນເທົ່າກັນກັບ ເປັນການໃຫ້ອະໄພຍະໂທດ ແກ່ພວກຄົນເຂົ້າເມືອງ ຜິດກົດໝາຍ.

​ຢູ່​ໃນວໍຊິງຕັນ ທ່ານ Cantor ​ໄດ້​ຖືກເບິ່ງ​ເຫັນຕະຫລອດ​ມາວ່າ ເປັນຜູ້ນິຍົມ ແນວທາງເດີມ
ຢ່າງແຂງຂັນ ທີ່ຄັດຄ້ານຕໍ່ ປະທານາທິບໍດີບາຣັກ ໂອບາມາ ແລະ ໄດ້ຮັບການສະໜັບ
ສະໜຸນໂດຍພັກ Tea party ໃນການເລືອກຕັ້ງເທື່ອ ກ່ອນໆ ຍ້ອນທ່ານໄດ້ຮຽກຮ້ອງ
ໃຫ້ຕັດການໃຊ້ຈ່າຍຂອງລັດຖະບານລົງ.
US POLITICS SOTVO
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG