ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Ken Loach ຈາກອັງກິດ ຊະນະ ລາງວັນ ມະຫະກຳຮູບເງົາ ນາໆຊາດ


ຜູ້ກຳກັບ ທ່ານ Ken Loach ຕັ້ງທ່າໃຫ້ ບັນດານັກຖ່າຍ ໂດຍຖື ລາງວັນ the Palme d'Or ສຳັລັບ ຮູບເງົາຂອງທ່ານ "I, Daniel Blake" ໃນລະຫວ່າງການຖ່າຍຮູບ ຫຼັງຈາກພິທີມອບລາງວັນ ຢູ່ທີ່ມະຫະກຳຮູບເງົາ ນານາຊາດ ຄັ້ງທີ 69, ໃນເມືອງ Cannes, ຢູ່ທາງພາກໃຕ້ຂອງຝຣັ່ງ, ວັນທີ 22 ພຶດສະພາ 2016.
ຜູ້ກຳກັບ ທ່ານ Ken Loach ຕັ້ງທ່າໃຫ້ ບັນດານັກຖ່າຍ ໂດຍຖື ລາງວັນ the Palme d'Or ສຳັລັບ ຮູບເງົາຂອງທ່ານ "I, Daniel Blake" ໃນລະຫວ່າງການຖ່າຍຮູບ ຫຼັງຈາກພິທີມອບລາງວັນ ຢູ່ທີ່ມະຫະກຳຮູບເງົາ ນານາຊາດ ຄັ້ງທີ 69, ໃນເມືອງ Cannes, ຢູ່ທາງພາກໃຕ້ຂອງຝຣັ່ງ, ວັນທີ 22 ພຶດສະພາ 2016.

ຜູ້ກຳກັບອະ​ວຸ​ໂສຊາວອັງກິດ ທ່ານ Ken Loach ໄດ້ຊະນະລາງວັນ Golden Palm ເປັນຄັ້ງທີສອງ ໃນວັນອາທິດວານນີ້ ອັນເປັນລາງ ວັນສູງສຸດ ຢູ່ທີ່ມະຫະກຳຮູບເງົາຢູ່ທີ່​ເມືອງ Cannes ຊຶ່ງເປັນການນຳສະເໜີຮູບເງົາທີ່ມີກຽດທີ່ສຸດຂອງໂລກ.

ທ່ານ Loach ໄດ້ຊະນະດ້ວຍຜົນງານຫຼ້າສຸດຂອງທ່ານ ຄື I, Daniel Blake ຊຶ່ງເປັນ ລະຄອນຊີວິດຕະລົກ ກ່ຽວກັບ ຄວາມທໍ້​ແທ້ໃຈ ຂອງຊາຍພິການ ທີ່ບໍ່ສາມາດເຮັດວຽກໄດ້ ອີກຕໍ່ໄປ. ລາວບຸກບືນ ໂດຍຜ່ານຜ່າອຸປະສັກຕ່າງໆ ຂອງອົງການລັດຖະບານ ແລະ ຜ່ານ ພວກສະໝຽນ ທີ່ບໍ່ມີຈິດໃຈ ເພື່ອທີ່ຈະໄດ້ຮັບເງິນບຳລຸງ ສຳລັບຄົນພິການ.

ພ້ອມກັນກັບ ການເປັນເລື້ອງລາວ ຂອງຄວາມກົດດັນແລະຄວາມຝັນຮ້າຍ ແບບສະບັບ ຂອງ ທ່ານ Kafka ທີ່ກ່ຽວພັນກັບ ລະບົບຂອງລັດຖະບານທີ່ບໍ່ມີຄວາມຮູ້ສຶກເລີຍ ທີ່ທ່ານ Loach ກ່າວວ່າ ຮູບເງົາ ເປັນເລື້ອງທຳມະດາ ຂອງແນວທາງ ທີ່ບັນດາເຈົ້າໜ້າທີ່ ຂອງ ຢູໂຣບ ແນມເຫັນ ພວກວ່າງງານ.

ບໍ່ເປັນຄວາມ​ຮູ້ສຶກ​ທີ່​ໂຫດຮ້າຍ​ໃນ​ວິທີ​ທາງ​ທີ່​ພວກ​ເຮົາ​ຈັດ​ແຈງ​ຊີວິດ​ຂອງ ພວກ​ເຮົາ​ດຽວນີ້ ບ່ອນ​ທີ່ຜູ້​ມີ​ຄວາມອ່ອນ​ໄຫວ​ສ່ວນ​ໃຫຍ່​ໄດ້​ຖືກ​ບອກ​ວ່າ ຄວາມທຸກ​ຍາກ​ນັ້ນ​ເປັນຄວາມ​ຜິດພາດ​ຂອງ​ເຂົາ​ເຈົ້າ​ເອງ.​ ຖ້າ​ເຈົ້າບໍ່​ມີ​ວຽກ ມັນ​ເປັນຄວາມ​ຜິດ​ຂອງ​ເຈົ້າ​ ທີ່​ບໍ່​ມີ​ວຽກ​ເຮັດ.

ທ່ານ Loach ​ເຄີຍ​ໄດ້​ຮັບ​ລາງວັນ Golden Palm ມາ​ແລ້ວ​ໃນ​ປີ 2006 ​ໃນ​ເລື້ອງ The Wind that Shakes the Barley.

ຜູ້​ຊະນະ​ຄົນ​ອື່ນໆ​ໃນ​ປີນີ້ ທີ່​ການ​ປະ​ກວດ​ຢູ່​ເມືອງ Cannes ​ແມ່ນ​ຮວມທັງ ທ່ານ Xavier Dolan ຂອງການາດາ ໃນ​ເລື້ອງ It’s Only the End of the World ຊຶ່ງ​ເປັນ​ລະຄອນ​ກ່ຽວ​ກັບ​ຄອບຄົວ ທີ່​ຜິດ​ຖຽງ​ກັນ. ທ່ານ​ໄດ້​ຮັບ​ລາງວັນ Grand Prize ຊຶ່ງ​ເປັນ​ຮອງ​ຈາກ Golden Palm.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG