ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຄົນພາກັນຈູດທູບທຽນ ເພື່ອໄວ້ທຸກ ຢູ່ສະຖານທີ່ເກີດເຫດ ໃນນະຄອນ Baton Rouge


ຜູ້ຄົນພາກັນຈູດທູບທຽນ ເພື່ອໄວ້ທຸກແກ່​ທ້າວ Alton Sterling ໃນນະຄອນ Baton Rouge ລັດ Louisiana, 6 ກໍລະກົດ, 2016.
ຜູ້ຄົນພາກັນຈູດທູບທຽນ ເພື່ອໄວ້ທຸກແກ່​ທ້າວ Alton Sterling ໃນນະຄອນ Baton Rouge ລັດ Louisiana, 6 ກໍລະກົດ, 2016.

ພວກ​ທີ່​ໂສກ​ເສົ້າເສຍ​ໃຈ ພາກັນ​ຈູດ​ທູບ ​ໄຕ້ທຽນໄວ້ອາ​ໄລ ​ໃນແລງ​ວັນ​ພຸດ​ວານ​ນີ້ ​ໃຫ້​ຊາຍ​ຊາວ​ຜີວ​ດຳຄົນ​ນຶ່ງ ​ທີ່​ເມືອງ Baton Rouge ລັດ Louisiana ຢູ່ຕໍ່ໜ້າ​ຮ້ານຂອງ ບ່ອນ​ທີ່​ຕຳຫຼວດ​ໄດ້​ຍິງ​ສັງຫານຊາຍ​ຄົນ​ນີ້ ພຽງ​ແຕ່ 24 ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນ. ​ເຫດ​ຮ້າຍ​ທີ່​ວ່າ​ນີ້ ຊຶ່ງໄດ້​ຖືກບັນທຶກໂດຍໂທລະສັບ​ມື​ຖື​ ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ ​ໃນ​ທົ່ວ​ສະຫະລັດ ກ່ຽວ​ກັບການ​ກ່າວ​ຫາ​ໃນໃຊ້​ອຳນາດ​ເກີນ​ຂອບ​ເຂດຕໍ່​ຊາວອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ແລະ​ຊົນ​ກຸ່ມ​ນ້ອຍ​ອື່ນໆ.

ຝູງ​ຊົນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ພາກັນ​ເຕົ້າ​ໂຮມ​ກັນ ຢູ່ຂ້າງ​ນອກ​ຮ້ານ​ຂາຍຂອງ​ Triple S Mart ຕະ​ຫຼອດ​ທັງ​ວັນ​ແລ້ວ​ເພື່ອ​ປະ​ທ້ວງ​ຕໍ່​ການ​ຕາຍ​ຂອງ​ທ້າວ Alton Sterling ​ໄວ 37 ປີ ຊຶ່ງ​ພວກ​ກ່ຽວພາ​ກັນຖື​ປ້າຍແລະ​ຮ້ອງຄຳ​ຂັວນທີ່​ວ່າ “Black lives matter” ​ແລະ “Hands up, don’t shoot” ທີ່​ມີ​ຄວາມ​ໝາຍວ່າ ຊີວິດ​ຊາວ​ຜີວ​ດຳ​ມີຄ່າ ​ແລະ ຍົກ​ມື​ຂຶ້ນ ຫ້າມ​ຍິງ ຊຶ່ງ​ເຮົາ​ໄດ້​ຍິນ​ຄຳ​ຂັວນນີ້ ຫຼັງ​ຈາກ​ທີ່​ມີ​ການ​ປະເຊີນ​ໜ້າ​ກັນຢ່າງ​ຮ້າຍ​ແຮງ​ລະຫວ່າງ​ຕຳຫຼວດ​ແລະຊາວ​ຜີວ​ດຳ​ຢູ່​ບ່ອນ​ອື່ນໆ​ນັ້ນ.

​ໃນ​ເຊົ້າວັນ​ພຸດ​ວານ​ນີ້ ​ຜູ້​ປົກ​ຄອງ​ລັດ Louisiana ທ່ານ Jon Bel Edwards ​ໄດ້ປະກາດ​ວ່າ ທາງ​ລັດໄດ້​ສົ່ງ​ການ​ສືບສວນສອບ​ສວນ​ຄະດີນີ້​ໄປໃຫ້​ເຈົ້າ​ໜ້າ​ທີ່​ລັດຖະບານ​ກາງທີ່​ນຳພາ ​ໂດຍພະ​ແນ​ກສິດທິ​ພົນລະ​ເມືອງ ຂອງກະຊວງ​ຍຸຕິ​ທຳ. “ຂ້າພະ​ເຈົ້າມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຢ່າງ​ແທ້​ຈິງ” ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Edwards ທີ່​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ຂະນະ​ທີ່ທ່ານ​ປະກາດ​ຂ່າວ​ນີ້. ນອກ​ນັ້ນທ່ານ​ຍັງໄດ້ກ່າວອີກ​ວ່າ “ພາບ​ວີ​ດີ​ໂອ​ນັ້ນ ​ເປັນ​ທີ່​ລົບກວນ​ຈິດ​ໃຈ​ແທ້ໆ, ບໍ່​ຕ້ອງ​ເວົ້າຫຍັງ​ຫລາຍ​ກວ່າ​ນັ້ນ.”

5 ກໍລະກົດ, 2016, ຮູບຈາກພາບວີດີໂອ, ທ້າວ Alton Sterling ທີ່ຖືກຕຳຫຼວງສອງຄົນ ຄຸມຕົວ ໃນ Baton Rouge, Louisiana.
5 ກໍລະກົດ, 2016, ຮູບຈາກພາບວີດີໂອ, ທ້າວ Alton Sterling ທີ່ຖືກຕຳຫຼວງສອງຄົນ ຄຸມຕົວ ໃນ Baton Rouge, Louisiana.

ພາບ​ວີ​ດີ​ໂອ ​ໄດ້​ສະ​ແດງ​ໃຫ້​ເຫັນ ຕຳຫຼວດ 2 ຄົນ​ກຳລັງ​ປະ​ເຊີນໜ້າ​ກັບທ້າວ Sterling ກ່ອນ​ທີ່​ຈະ​ປ້ຳ​ລາວ​ລົງ ​ແລະ​ກົດ​ລາວ​ໃຫ້​ຢູ່​ກັບ​ພື້ນ. ຕຳຫຼວດ​ທັງ​ສອງ​ຄົນ ​ໄດ້​ສູ້ກັບທ້າວ Sterling ປະມານ​ຫຼາຍ​ວິນາທີ ກ່ອນ​ທີ່​ມີ​ຜູ້​ໃດ​ຜູ້​ນຶ່ງ​ໄດ້​ຮ້ອງ​ອອກ​ມາ​ວ່າ “ລາວ​ມີ​ປືນ.” ຕຳຫຼວດ ທັງ​ສອງ​ ​ໄດ້​ຍົກ​ປືນ​ຂອງ​ຕົນ​ແນ​ໃສ່​ໜ້າເອິກຂອງ​ທ້າວ Sterling ​ໂດຍ​ທີ່ຄົນ​ນຶ່ງ​ໃນນັ້ນ​ເວົ້າ​ວ່າ “ຖ້າ​ເຈົ້າ ເໜັງ​ຕີງ...ຂ້ອຍ​ສາບານ​ໄດ້, ກ່ອນ​ທີ່​ຍິງ​ຫຼາຍໆ​ນັດ.”

ຜູ້​ບັນຊາ​ການ​ຕຳຫຼວດ​ເມືອງ Baton Rouge ທ່ານ Carl Dabadie ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ທ້າວ Sterling ​ແມ່ນ​ມີ​ອາວຸດ​ປືນ​ຢູ່​ໃນ​ຄອບ​ຄອງ ຕອນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ໄປ​ຮອດ​ສະຖານ​ທີ່​ເກີດ​ເຫດ ​ແຕ່​ວ່າ​ພາບ​ວີ​ດີ​ໂອ​ໄດ້​ເກັບ​ກຳ​ເຫດການ​ໂດຍ​ເຈົ້າ​ຂອງ​ຮ້ານ ຄື​ທ່ານ Abdul Muflahi ​ແລະ​ໄດ້​ນຳ​ວີ​ດີ​ໂອ ດັ່ງກ່າວ​ລົງ​ໃນ​ໜ້າ website ຂອງ​ໜັງສືພິມ Baton Rouge Advocate ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ ​ໄດ້​ຢື້​ໄປ​ໃນ​ຖົງ​ຂອງທ້າວ Sterling ​ເພື່ອ​ຄົ້ນ​ຫາ​ບາງ​ຢ່າງ ຫຼັງ​ຈາກ​ທີ່​ໄດ້​ຍິງ​ສັງຫານ​ລາວ​ແລ້ວ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພວກປະທ້ວງຢືນຢູ່ເທິງລົດ ທີ່ ຮ້ານຂາຍຂອງ Triple S ໃນ Baton Rouge, La, 6 ກໍລະກົດ, 2016.
ພວກປະທ້ວງຢືນຢູ່ເທິງລົດ ທີ່ ຮ້ານຂາຍຂອງ Triple S ໃນ Baton Rouge, La, 6 ກໍລະກົດ, 2016.

XS
SM
MD
LG