ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ກຽມພ້ອມ ສຳລັບ ການເລືອກຕັ້ງ ຂັ້ນຕົ້ນໃນ 5 ລັດ


ຜູ້ສະໜັບສະໜູນ ຮ້ອງເຊຍຜູ້ລົງແຂ່ງຂັນເອົາຕຳແໜ່ງ
ປະທານາທິບໍດີ ຈາກພັກ ເດໂມແຄຣັດ ສະມາຊິກສະພາສູງ
ທ່ານ Bernie Sanders. 11 ມີນາ, 2016.
ຜູ້ສະໜັບສະໜູນ ຮ້ອງເຊຍຜູ້ລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ຈາກພັກ ເດໂມແຄຣັດ ສະມາຊິກສະພາສູງ ທ່ານ Bernie Sanders. 11 ມີນາ, 2016.

ບັນດາຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ກຳລັງ ກະກຽມໃສ່ການແຂ່ງຂັນໃນວັນອັງຄານມື້ອື່ນນີ້ ເມື່ອ 5 ລັດທີ່ມີຜູ້ ແທນຈຳນວນຫຼາຍ ຈັດການເລືອກຕັ້ງຂັ້ນຕົ້ນຂອງພວກເຂົາເຈົ້າ, ພ້ອມ ກັບທຸກໆຄົນໃນສະໜາມການແຂ່ງຂັນ ພາກັນກ່າວຫາຜູ້ມີ ຄະແນນນຳ ໜ້າຂອງພັກຣີພັບບລີກັນ ທ່ານ Donald Trump ສຳ ລັບຄວາມຮຸນ ແຮງທີ່ໄດ້ເກີດຂຶ້ນໃນການໂຄສະນາຫາສຽງຂອງ ທ່ານນັ້ນ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ສັງກັດພັກ ຣີພັບ ບລີກັນ ທ່ານ Donald Trump ກ່າວໃນລະຫວ່າງການໂຄສະນາຫາສຽງ ທີ່ໂຮງລະຄອນ Midland, ທີ່ນະຄອນ Kansas ລັດ Missouri. 12 ມີນາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ສັງກັດພັກ ຣີພັບ ບລີກັນ ທ່ານ Donald Trump ກ່າວໃນລະຫວ່າງການໂຄສະນາຫາສຽງ ທີ່ໂຮງລະຄອນ Midland, ທີ່ນະຄອນ Kansas ລັດ Missouri. 12 ມີນາ 2016.

ການເລືອກຕັ້ງຂັ້ນຕົ້ນໃນລັດ Florida, Ohio, Illinois, Missouri ແລະ North Carolina ແມ່ນເປັນບ່ອນແຂ່ງຂັນທີ່ສຳຄັນສຳລັບ ທ່ານ Trump ໂດຍສະເພາະ ສຳລັບຜູ້ທີ່ຢາກຈະກີດກັ້ນທ່ານບໍ່ໃຫ້ ໄດ້ຮັບຄະແນນ ນຳໜ້າເຊິ່ງຍາກທີ່ຈະນຳທັນໄດ້ນັ້ນ.

ແຕ່ວ່າທ່ານ Trump ໄດ້ປະຕິເສດການຖືກກ່າວຫາທີ່ວ່າ ການໂຄ ສະນາຫາສຽງຂອງທ່ານໄດ້ກໍ່ໃຫ້ມີຄວາມຮຸນແຮງນັ້ນ, ທ່ານໄດ້ ກ່າວຕໍ່ກຸ່ມ ຄົນໃນເມືອງ Bloomington, ລັດ Illinois ເມື່ອວັນອາ ທິດວານນີ້ວ່າ ທ່ານຢາກໃຫ້ມີສັນຕິພາບ ແລະ ບໍ່ໃຫ້ມີບັນຫາ ເກີດຂຶ້ນ.

ໄດ້ມີການຕີກັນ, ຍູ້ກັນແລະຊຸກກັນ ລະຫວ່າງພວກສະໜັບສະໜູນ ຂອງທ່ານ ແລະ ພວກຜູ້ປະທ້ວງທີ່ຄັດຄ້ານການໂຄສະນາຫາສຽງ ຂອງທ່ານ ໃນທີ່ຊຸມນຸມໃນລັດທີ່ຈະຈັດການເລືອກຕັ້ງຂັ້ນຕົ້ນໃນ ວັນອັງຄານນີ້ມື້ອື່ນນີ້, ແລະ ບັນດາເຈົ້າໜ້າທີ່ກໍໄດ້ຈັບກຸມພວກປະທ້້ວງຈຳນວນໜຶ່ງຢູ່ສະຖານ ທີ່ດັ່ງກ່າວ.

US Politics
please wait
Embed

No media source currently available

0:00 0:02:49 0:00

XS
SM
MD
LG