ທ່ານ ແດນນີ ກອນຊາເລັສ ໄດ້ກ່າວຕໍ່ໂທດລະພາບ CTV ຂອງ ການາດາ ກ່ຽວກັບ ການຍິງເຮືອບິນ ຢູເຄຣນ ຕົກ ທີ່ໄດ້ເຮັດໃຫ້ຜູ້ໂດຍສັງທັງໝົດ 176 ຄົນເສຍຊີວິດວ່າ “ທຸກຢ່າງທີ່ກ່ຽວຂ້ອງກັບສົງຄາມ ແລະ ຄົນທີ່ພະຍາຍາມຈະຂ້າກັນເອງເພື່ອຜົນປະໂຫຍດຂອງທີ່ດິນ ແລະ ນ້ຳມັນນັ້ນ, ແມ່ນສິ່ງທີ່ໂງ່ຕະຫຼອດ.”
ປະເທດ ການາດາ ແມ່ນກຳລັງຮັບມືກັບຂ່າວທີ່ວ່າຜູ້ເຄາະຮ້າຍ 57 ຄົນແມ່ນຊາວ ການາດາ. ຫຼາຍຄົນໃນນັ້ນແມ່ນຄົນ ການາດາ ເຊື້ອສາຍ ອີຣ່ານ ຜູ້ທີ່ໄດ້ເດີນທາງໄປ ອີຣ່ານ ສຳລັບວັນພັກ ແລະ ໄດ້ເດີນທາງກັບມາບ້ານຂອງເຂົາເຈົ້າໃນເຮືອບິນທີ່ຈະເດີນທາງໄປນະຄອນຫຼວງ ກີຢິບ ຂອງ ຢູເຄຣນ.
ທ່ານ ມານູອາສ ຈານເນຊາ, ຜູ້ເປັນເຈົ້າຂອງຮ່ວມຮ້ານຊຸບເປີມາເກັດ ແລະ ຮ້ານອາຫານ ເອັດມອນຕັນ ໄດ້ກ່າວຕໍ່ໜັງສືພິມ ນິວຢອກ ໄທມສ໌ ກ່ຽວກັບ ລູກຄ້າຂອງລາວຜູ້ທີ່ໄດ້ເສຍຊີວິດໃນຖ້ຽວບິນມໍລະນະນັ້ນວ່າ “ເຂົາເຈົ້າໄດ້ມາປະເທດ ການາດາ ເພື່ອອະນາຄົດ, ມັນບໍ່ມີອະນາຄົດໃນ ອີຣ່ານ. ມັນເສົ້າຫຼາຍ.”
ທ່ານ ກອນຊາເລັສ ໄດ້ກ່າວວ່າ ລາວໄດ້ເລີ່ມເຮັດວຽກໃນຫ້ອງອັດໂຄສະນາ ໂຕຣອນໂຕ ປີກາຍນີ້ ໃນວັນທີ່ທ້າວ ອາລວານ ຊາເດກີ, ນຶ່ງໃນຜູ້ເຄາະຮ້າຍນັ້ນ, ໄດ້ເຮັດ. ພັນລະຍາຂອງທ້າວ ຊາເດກີ, ນ້ອງສາວ ແລະ ຫຼານສາວອາຍຸ 5 ປີໄດ້ເສຍຊີວິດໃຫ້ເຫດເຮືອບິນຕົກນັ້ນ.
ຊາວ ການາດາ ເຊື້ອສາຍ ອີຣ່ານ ບາງຄົນແມ່ນເສຍໃຈທີ່ວ່າ ອີຣ່ານ ບໍ່ໄດ້ສະແດງຄວາມເສຍໃຈໃດໆສຳລັບຄອບຄົວຂອງຜູ້ເຄາະຮ້າຍ. ທ້າວ ເຣຊາ ອັກບາຣີ, ຈາກເມືອງ ເອັດມອນຕັນ ໄດ້ກ່າວຕໍ່ໜັງສືພິມ ນິວຢອກ ໄທມສ໌ ວ່າ “ຈຳນວນການສະໜັບສະໜູນທີ່ພວກເຮົາໄດ້ເຫັນຈາກ ການາດາ ກັບ ໃນປະເທດບ້ານເກີດຂອງພວກເຮົາແມ່ນສິ່ງທີ່ໂດຍລວມແລ້ວ ພວກເຮົາມີຄວາມພາກພູມໃຈໃນຖານະເປັນຄົນ ການາດາ. ແຕ່ໃນຖານະຄົນ ອີຣ່ານ ຂ້າພະເຈົ້າເສຍໃຈ ຫຼາຍ.”
ກອງກຳລັງພິທັກປະຕິວັດ ອິສລາມຂອງ ອີຣ່ານ ໄດ້ຍອມຮັບໃນວັນເສົາວານນີ້ວ່າ ເຂົາເຈົ້າໄດ້ທຳຄວາມຜິດພາດຍິງເຮືອບິນຂອງສາຍການບິນສາກົນ ຢູເຄຣນ ຕົກໃນອາທິດນີ້, ພຽງບໍ່ເທົ່າໃດຊົ່ວໂມງທີ່ເຂົາເຈົ້າໄດ້ຍິງລູກສອນໄຟຂີປະນາວຸດເພື່ອໂຈມຕີຖານທັບ ອີຣັກ ທີ່ມີທະຫານ ສະຫະລັດ ປະຈຳການຢູ່ນັ້ນ. ອີຣ່ານ ໄດ້ແກ້ແຄ້ນສຳລັບການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງ ສະຫະລັດ ທີ່ໄດ້ສັງຫານຜູ້ບັນຊາການກອງກຳລັງ ອາລ ກຸດ ຂອງ ອີຣ່ານ ນາຍພົນ ກາສເຊັມ ໂຊເລມານີ.
ຜູ້ບັນຊາການ ການບິນ ແລະ ອະວະກາດ ຂອງກອງກຳລັງພິທັກປະຕິວັດ ອິສລາມ ທານ ອາເມຍ ອາລີ ຮາຈີຊາເດ ໄດ້ກ່າວວ່າ “ໃນຄືນນັ້ນພວກເຮົາມີຄວາມພ້ອມທີ່ຈະເຮັດສົງຄາມຢ່າງເຕັມທີ່.” ທ່ານໄດ້ກ່າວຕື່ມວ່າ ກອງກຳລັງພິທັກປະຕິວັດ ໄດ້ຂໍໃຫ້ເຮືອບິນພານິລຳນັ້ນຍົກເລີກຖຽວບິນ ແຕ່ການຂໍດັ່ງກ່າວແມ່ນບໍ່ໄດ້ຖືກອະນຸມັດ.
ກ່ອນທີ່ ອີຣ່ານ ຈະຍອມຮັບການຍິງເຮືອບິນຕົກນັ້ນ, ຊາວ ການາດາ ບາງຄົນໄດ້ຖິ້ມໂທດໃສ່ ສະຫະລັດ ສຳລັບຄວາມຫາຍະນະດັ່ງກ່າວ. ທ່ານ ອາດີ ດາຣາກອສລີ ໄດ້ກ່າວຕໍ່ໂທລະພາບ CNN ໃນນະຄອນ ໂຕຣອນໂຕ ວ່າ “ຖ້າປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ບໍ່ໄດ້ສັ່ງການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃສ່ທ່ານ ໂຊເລມານີ ນັ້ນ, ເລື່ອງທຸກຢ່າງນີ້ກໍຈະບໍ່ເກີດຂຶ້ນ, ພວກເຮົາຈະບໍ່ໄດ້ມາຢູ່ທີ່ນີ້ ເພື່ອສະແດງຄວາມໂສກເສົ້າໃນມື້ນີ້.”