ປະທານາທິບໍດີ Felipe Calderon ແຫ່ງເມັກຊິໂກ ໄດ້ໄຂກອງປະຊຸມວ່າດ້ວຍການ
ປ່ຽນແປງຂອງດິນຟ້າອາກາດ ພາຍຕ້ການອຸບປະຖໍາຂອງສະຫະປະຊາຊາດ ທີ່ເມືອງ
ຕາກອາກາດ Cancun ແຄມທະເລກາຣິບບຽນໂດຍຮຽກຮ້ອງໃຫ້ພວກນັກເຈລະຈາ
ທັງຫລາຍ ແຍກຜົນປະໂຫຍດແຫ່ງຊາດຂອງຕົນໄວ້ຕ່າງຫາກ ແລະໃຫ້ດໍາເນີນງານ
ຮ່ວມກັນເພື່ອຕໍ່ສູ້ກັບສະພາວະໂລກຮ້ອນນັ້ນ.
ປະທານາທິບໍດີ Calderon ກ່າວຕໍ່ບັນດາຜູ້ຕາງໜ້າຈາກເກືອບ 200 ປະເທດໃນວັນ
ຈັນວານນີ້ວ່າ ການປ່ຽນແປງຂອງດິນຟ້າອາກາດ ແມ່ນໄດ້ກາຍມາເປັນສະພາບຕົວຈິງ
ແລ້ວ ສໍາລັບເມັກຊິໂກແລະປະເທດອື່ນໆ. ທ່ານກ່າວຕໍ່ໄປວ່າ ການລົດຜ່ອນການປ່ອຍ
ແກສເຮືອນແກ້ວອອກສູ່ບັນຍາກາດລົງ ຊຶ່ງແກສດັ່ງກ່າວຖືກກ່າວຫາວ່າ ເປັນຕົ້ນເຫດ
ພາໃຫ້ເກີດສະພາວະໂລກຮ້ອນນັ້ນ ແລະພ້ອມດຽວກັນ ກໍຮັກສາການເຕີບໂຕທາງດ້ານ
ເສດຖະກິດໃຫ້ຍືນຍົງຕໍ່ໄປນັ້ນ ແມ່ນສາມາດເຮັດໄດ້.
ກອງປະຊຸມເປັນເວລາ 2 ສັບປະດາໃນເມືອງ Cancun ແມ່ນເພື່ອຊອກຫາທາງດຶງ
ໃຫ້ການເຈລະຈາກັນກັບຄືນມາເຂົ້າສູ່ທິດທາງທີ່ຖືກຕ້ອງອີກ ຫລັງຈາກກອງປະຊຸມ
ສຸດຍອດທີ່ນະຄອນ Copengagen ໃນປີແລ້ວນີ້ ບໍ່ໄດ້ບັນລຸຜົນ ໃຫ້ມີສົນທິສັນຍາ
ທີ່ມີຜົນບັງຄັບໃຊ້ໄດ້ ທາງກົດໝາຍນັ້ນ.