ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີການ​ເຊື່ອມ​ໂຍງ​ກັນ ​ຢ່າງແທ້ຈິງ ລະຫວ່າງ​ ໄຂມັນ ​ກັບການເປັນ​​ໂຣກມະ​ເຮັງ


Promising Cancer Treatment Linked to Cell Fat Intake
please wait

No media source currently available

0:00 0:02:09 0:00

ພວກນັກວິທະຍາ​ດສາ​ດໄດ້ພາກັນມີ​ຄວາມ​ສົງ​ໄສ​ມາໄດ້ດົນ​ນານ​ແລ້ວວ່າ ມີການ​ເຊື່ອມ
​ໂຍງ​ກັນ​ຢ່າງແທ້ຈິງ ລະຫວ່າງ​ໄຂມັນ ​ກັບການເປັນໂຣກມະ​ເຮັງ. ​ແຕ່​ວ່າ​ ​ການ​ສຶກສາ
ຄົ້ນຄວ້າທີ່​ຜ່ານ​ມາເມື່ອໝໍ່ໆນີ້ ທີ່​ພິ​ມ​ເຜີຍ​ແຜ່​ຢູ່​ໃນ​ວາລະສານ Science ຫລື ວິທະຍາ
ສາດ​ໄດ້​ພົບ​ວ່າ ມີ​ການ​ເຊື່ອມ​ໂຍງ​ກັນ​ໂດຍ​ກົງ ລະຫວ່າງ​ໄຂມັນ ​ກັບຄວາມ​ສາມາດ​ໃນ​
ການ​ຂະຫຍາຍໂຕຂອງ​ພະຍາດ​ມະ​ເຮັງ. ການຄົ້ນພົບ​ນີ້ ອາດ​ນໍາ​ໄປສູ່​ການ​ປ່ຽນ​ແປງ
ໃນວິທີ​ການປິ່ນປົວ​ໂຣກມະ​ເຮັງ ທີ່ໃຊ້ຢູ່ນີ້ຢ່າງສິ້ນ​ເຊີງ. Faith Lapidus ໄດ້ໃຫ້ລາຍ
ລະອຽດກ່ຽວກັບບົດລາຍງານຂອງ Kevin Enochs ຊຶ່ງບົວສະຫວັນ ຈະນໍາມາສະເໜີ
ທ່ານໃນ​ອັນ​ດັບ​ຕໍ່​ໄປ:

ພວກ​ນັກຄົ້ນຄວ້າ ທີ່​ດໍາ​ເນີນ​ການສຶກສາຢູ່​ນະຄອນ Barcelona ​ໄດ້​ຄົ້ນພົບ​ທາດ​ໂປຣຕີນ
ຊື່ວ່າ CD-36 ທີ່​ມີ​ຊີວິດຢູ່ໃນ​ແຊ​ລຂອງ​ມະ​ເຮັງ. ພວກເຂົາ​ເຈົ້າ​ໄດ້​ຄົ້ນພົບ​ທາດ​ດັ່ງກ່າວ​ ໃນ​ຂະນະ​ທີ່ກໍາລັງຊອກ​ຫາ​ເຫດຜົນວ່າ ​ເປັນ​ຫຍັງ​ແຊ​ລມະ​ເຮັງ​ຈຶ່ງຕັດສິນ​ໃຈແຜ່​ກະຈາຍ
ຫລືແຜ່​ລາມໄປ​ທົ່ວ​ຮ່າງກາຍ​.

ທ່ານ Salvador Aznar Benithah, ຜູ້ນໍາພາຄະນະ​ກວດ​ກາທົບ​ທວນຄືນ​ຂອງສະ​ຖາບັນ
ຫລື IRB ຢູ່ Barcelona ກ່າວ​ວ່າ: "ພວກ​ເຮົາຍັງ​ບໍ່ຮູ້​ໄດ້​ຢ່າງຈະ​ແຈ້ງ​ເທື່ອວ່າ ​ແມ່ນ​ແຊ​ລ​ໂຕ​
ໃດແທ້ ໃນຈຳນວນ ເປັນລ້ານໆນັ້ນ ຊຶ່ງ ໃນທີ່ສຸດ ຈ
ມີ​ຄວາມ​ສາມາດ​ທີ່ໜ້າ​ປະຫລາດ​ອັນ​ນີ້ ​
ໃນການອອກຈາກເນື້ອງອກໄປ ແລ້ວໄປກໍ່ຕັ້ງເປັນອະໄວຍະວະຕ່າງຫາກ.

​ທາດ​ໂປຣຕິນ CD-36 ​ແມ່ນ​ວິທີ​ການ​ອັນ​ນຶ່ງ ທີ່ແຊ​ລ​ມະ​ເຮັງ​ເອົາ​ນໍ້າກົດ​ທີ່​ເປັນ​ໄຂມັນ
​ທີ່​ຕົນ​ຕ້ອງການມາ​ໃຊ້ເພື່ອ​ທຳການແຜ່ຂະຫຍາຍ ດັ່ງທີ່ທ່ານ Salvador Aznar
Benithah ອະທິບາຍວ່າ:
"ນໍ້າກົດທີ່​ເປັນໄຂມັນ ຈະສາມາດ​ເຂົ້າ​ໄປ​ໃນ​ແຊ​ລ​ໄດ້ ໂດຍຜ່ານຫລາຍທາງ ສະນັ້ນ
ທາດ​ CD-36 ຊຶ່ງເປັນໜ່ວຍ​ຮັບຂອງມັນນັ້ນ ຈຶ່ງເປັນ​ຄ້າຍໆຄື​ກັບທໍ່ ​ທີ່ເຮັດໃຫ້ນໍ້ກົດ
ທີ່ເປັນ​ໄຂມັນ​ ໄຫຼເຂົ້າ​ໄປ​ໃນ​ແຊ​ລ​."

ແລະຜົນອອກມາກໍຄື ແຊລມະເຮັງຊຶ່ງນໍາເອົາໄຂມັນເຂົ້າໄປ ຜ່ານທາດ CD-36 ຈຶ່ງແມ່ນ
ຈຳພວກທີ່ຈະແຜ່ຂະຫຍາຍໄປທົ່ວຮ່າງກາຍ.

ສະນັ້ນພວກນັກຄົ້ນຄວ້າຈຶ່ງພາກັນສະກັດກັ້ນທາດ CD-36 ໄວ້, ແລະພຽງແຕ່ເຮັດແບບ
ນັ້ນຊື່ໆ ເຊື້ອມະເຮັງກໍຈະຢຸດແຜ່ຂະຫຍາຍອອກໄປ ດັ່ງທີ່ທ່ານ Salvador Aznar ກ່າວເພີ້ມເຕີມວ່າ:
"ມັນຊິເປັນຈັ່ງໃດ ຖ້າຫາກພວກເຮົາຕັນ ທາດ CD-36 ໄວ້ ສິ່ງທີ່ໄດ້ເກີດຂຶ້ນ ກໍຄືວ່າ
ຄວາມສາມາດໃນການລິເລີ້ມແຜ່ກະຈາຍ ແມ່ນຈະໝົດໄປຢ່າງສິ້ນເຊີງ. ມັນບໍ່ຫລາຍ
ແຕ່ຂ້າພະເຈົ້າໝາຍຄວາມວ່າຢ່າງສິ້ນເຊີງອີ່ຫລີ.

ແລະກໍບໍ່ມີພຽງແຕ່ເທົ່ານັ້ນ, ແຕ່ສໍາລັບໜູແລ້ວ, ຖ້າຫາກເຊື້ອມະເຮັງ ໄດ້ແຜ່ລາມໄປແລ້ວ,
ການຕັນທາດໂປຣຕິນນີ້ໄວ້ ທີ່ຈິງແລ້ວ ແມ່ນຈະເຮັດໃຫ້ໂອກາດທີ່ຈະເກີດເນື້ອງອກອັນ
ໃໝ່ນັ້ນຫລຸດລົງ.

ໂດຍທີ່ມີຄວາມຮູ້ອັນນີ້ແລ້ວ, ພວກນັກວິທະຍາສາດ ຈຶ່ງພວມພາກັນຊອກຫາວິທີການ
ແບບທໍາມະຊາດ ແລະທາງເພຊັດສະກຳ ເພື່ອຫັກຫ້າມທາດ CD-36 ໄວ້.

ພວກເພິ່ນພວມພາກັນທົດລອງເບິ່ງເພື່ອຢາກຮູ້ວ່າ ການກິນອາຫານທີ່ມີນໍ້າກົດ ທີ່ເປັນ
ໄຂມັນຕໍ່າ ອາດຈະສະກັດກັ້ນການຂະຫຍາຍໂຕຂອງໂຣກມະເຮັງໄດ້ ທັງຍັງຊອກຫາ
ຢາຊະນິດໃໝ່ນຳ ທີ່ອາດສາມາດລົບລ້າງການມັກທາດໂປຣຕິນ ທີ່ມີໄຂມັນນັ້ນກໍເປັນ
ໄດ້. ທ່ານ Salvador Aznar Benithah ກ່າວຢໍ້າວ່າ:

"ວຽກທີ່ພວກເຮົາກໍາລັງເຮັດຢູ່ໂດຍຮ່ວມມືກັບ ບໍລິສັດ MRCT Medical ຫລື
Research Council Technology ຊຶ່ງເປັນບໍລິສັດທີ່ຕັ້ງຢູ່ອັງກິດ ກໍຄື ການສ້າງທາດ
ຕ້ານທານຮ່າງກາຍໃຊ້ໃນລະດັບການປິ່ນປົວ ທີ່ເຮັດໃຫ້ທາດ CD-36 ບໍ່ໃຫ້ມີປະສິດທິ
ຜົນຫຍັງໄດ້."

ຖ້າການຄົ້ນຄວ້າ ແລະການທົດລອງຂອງພວກເພິ່ນ ຫາກດໍາເນີນໄປໄດ້ດີ ທີມງານດັ່ງ
ກ່າວບອກວ່າ ພວກເພິ່ນກໍຈະສາມາດເຮັດໃຫ້ມີຜະຫລິດຕະພັນທີ່ກຽມພ້ອມໄວ້ໃຫ້ຄົນ
ເຈັບໃນອີກ 5 ປີ ຂ້າງໜ້າ.

XS
SM
MD
LG