ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍົກເລີກ ການຮັບຟັງ ຄຳໃຫ້ການ ກ່ຽວກັບ ຣັດເຊຍ ພາໃຫ້ມີ ການຂັດແຍ່ງໃນກຳມະການ


ປະທານຄະນະກຳມະການສືບລັບ ສະພາຕໍ່າ ທ່ານ Devin Nunes ທີ່ພັກຣີພັບບລິກັນ ຈາກລັດ California.
ປະທານຄະນະກຳມະການສືບລັບ ສະພາຕໍ່າ ທ່ານ Devin Nunes ທີ່ພັກຣີພັບບລິກັນ ຈາກລັດ California.

ບັນດາ​ສະມາ​ຊິກ​ສະພາ​ ຄົນ​ສຳຄັນຂອງ​ສະຫະລັດ ປາກົດ​ວ່າ​ພວມ​ຕໍ່ສູ້​ກັນ​ດ້ວຍສົງ
ຄາມ​ຄຳ​ເວົ້າ ​ເພື່ອ​ຢຸດ​ສືບສວນ​ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງຣັດ​ເຊຍ ​ເຂົ້າ​ໃນ​ການ
ເລືອກ​ຕັ້ງ​ປະ​ທາ​ນາ​ທິບໍດີ​ສະຫະລັດ ໃນ​ປີ 2016 ຊຶ່ງການ​ປະ​ທະ​ກັນ​ເທື່ອ​ຫລ້າ​ສຸດ
ໄດ້​ເຮັດ​ໃຫ້​ມີ​ການ​ຍົກ​ເລີກຢ່າງ​ກະທັນຫັນ ການຮັບ​ຟັງຄຳ​ໃຫ້ການ​ຢ່າງ​ເປັນ​ການ
ເປີດ​ເຜີຍ ທີ່​ກຳນົດ​ໄວ້ ສຳລັບຫົວໜ້າແລະອະດີດ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບລັບ.

ປະທານ​ຄະນະ​ກຳມະການ​ສືບ​ລັບ ຂອງ​ສະພາ​ຕໍ່າທີ່​ສັງກັດພັກຣີພັບ​ບລິ​ກັນ ທ່ານ
Devin Nunes ​ໄດ້​ປະກາດກ່ຽວ​ກັບ​ການ​ເຄື່ອນ​ໄຫວດັ່ງກ່າວ ​ໃນ​ວັນ​ສຸກ​ວານ​ນີີ້
ໂດຍໂຕ້​ຖຽງ​ວ່າ ​ມີ​ຄວາມ​ຈຳ​ເປັນທີ່​ຈະຕ້ອງ​ຮັບ​ຟັງ​ການໃຫ້ການ​ແບບ​ປິດລັບ​ຈາກ ຜູ້ອຳນວຍການ ອົງການ​ສັນຕິ​ບານກາງ FBI ​ແລະ​ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ
​ແທນ​ທີ່​ຈະ​ແມ່ນ​ແບບ​ເປີດ​ເຜີຍ.

ທ່ານ Nunes ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ລະຫວ່າງກອງ​ປະຊຸມ​ນັກ​ຂ່າວ ທີ່​ຈັດຂຶ້ນ
ຢ່າງ​ຮີບ​ຮ້ອນ​ວ່າ “ຄະນະ​ກຳມະການ​ຊອກ​ຫາ​ຂໍ້​ມູນ​ເພີ້​ມ​ເຕີມ ຊຶ່ງ​ນັ້ນ​ແມ່ນ​ສາ​ມາດ​ທີ່​
ຈະ​ແກ້​ໄຂ​ໄດ້ ດ້ວຍ​ການ​ປະຊຸມ​ແບບ​ປິດ​ລັບ​ເທົ່າ​ນັ້ນ.”

ຜູ້ອຳນວຍການອົງການ FBI ທ່ານ James Comey (ຊ້າຍ) ຮ່ວມກັບຜູ້ອຳນວຍການ ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ພົນ​ເຮືອ​ເອກ Mike Rogers (ຂວາ)
ຜູ້ອຳນວຍການອົງການ FBI ທ່ານ James Comey (ຊ້າຍ) ຮ່ວມກັບຜູ້ອຳນວຍການ ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ພົນ​ເຮືອ​ເອກ Mike Rogers (ຂວາ)

ການ​ປ່ຽນ​ແປງດັ່ງກ່າວ​ໄດ້ພາໃຫ້ເກີດ​ການ​ຕ້ອງ​ຕິ ​ຈາກສະມາຊິກ​ລັດຖະສະພາ​ພັກ
​ເດ​ໂມ​ແຄຣັດ ​ທີ່ຊີ້​ໃຫ້​ເຫັນ​ວ່າ ຜູ້ອຳນວຍການ​ອົງການ FBI ທ່ານ James Comey
​ແລະ​ຜູ້ອຳນວຍການ​ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ພົນ​ເຮືອ​ເອກ Mike Rogers
​ໄດ້​ໃຫ້​ການໄປ​ແລ້ວ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ.

ທ່ານ Paul Manafort ຊຶ່ງເວລານັ້ນເປັນຜູ້ຊ່ວຍ ຂັ້ນສູງ ຜູ້ສະໝັກປະທານາທິບໍດີ ທ່ານ Donald Trump.
ທ່ານ Paul Manafort ຊຶ່ງເວລານັ້ນເປັນຜູ້ຊ່ວຍ ຂັ້ນສູງ ຜູ້ສະໝັກປະທານາທິບໍດີ ທ່ານ Donald Trump.

ລະ​ຫວ່າງ​ການໃຫ້ການ​ນັ້ນ ທ່ານ Comey ຢືນ​ຢັນ​ເປັນ​ເທື່ອ​ທຳ​ອິດ​ວ່າ ບັນດາ​ເຈົ້າ​
ໜ້າ​ທີ່ ກຳລັງ​ສືບສວນກ່ຽວ​ກັບ​ຄວາມເປັນ​ໄປ​ໄດ້ ​ໃນການ​ພົວພັນ ​ລະຫວ່າງ ຄະນະ​
ໂຄສະນາ​ຫາ​ສຽງ​ຂອງປະທານາທິບໍດີ Trump ​ແລະຣັດເຊຍ.

ສະມາຊິກສະພາຕໍ່າ ທ່ານ Adam Schiff, ພັກເດໂມແຄຣັດ ຈາກລັດ California
ສະມາຊິກສະພາຕໍ່າ ທ່ານ Adam Schiff, ພັກເດໂມແຄຣັດ ຈາກລັດ California

“ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ​ ຜູ້​ໃດ​ຜູ້​ນຶ່ງຄວນ​ມີ​ຄຳ​ຖາມກ່ຽວ​ກັບ​ວ່າ ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ທີ່​ນີ້”
ນັ້ນ ​ໃນຄະນະ​ກຳມະການ​ສືບ​ລັບຂອງ​ສະພາ​ຕ່ຳ ​ເອີ້ນການ​ຍົກ​ເລີກ ການຮັບ​ຟັງ​ຄຳ​ໃຫ້
ການໂດຍ​ອະດີດ​ຜູ້ອຳນວຍການ ອົງການ​ສືບ​ລັບ​ແຫ່ງ​ຊາດ ທ່ານ James Clapper
ແລະ​ອະດີດ​ຜູ້ອຳນວຍການ​ອົງການ​ສືບ​ລັບ CIA ທ່ານ John Brennen ນັ້ນວ່າ ​ເປັນ
​ການຫາ​ທາງ​ຫລີກ​ເວັ້ນ.

ໂຄສົກທຳນຽບຂາວ ທ່ານ Sean Spicer.
ໂຄສົກທຳນຽບຂາວ ທ່ານ Sean Spicer.

ທ່ານ​ຍັງ​ໄດ້​ອະທິບາຍ​ວ່າ ການ​ປະກາດ​ຂອງ​ທ່ານ Nunes ທີ່ວ່າ ​ອະດີດ​ຜູ້​ຈັດການ
​ໃນ​ການໂຄສະນາ​ຫາ​ສຽງ​ທ່ານ Trump ຄືທ່ານ Paul Manafort ​ໄດ້​ຕົກລົງ ​ທີ່​ຈະ
​ໄປ​ໃຫ້ການ​ຕໍ່​ຄະນະ​ກຳມະການ​ສືບ​ລັບ ​ໃນຖານະ​ທີ່​ເປັນ​ອຸບາຍ​ແນ​ໃສ່ເພື່ອຫັນ​ເຫ
ຄວາມ​ສົນ​ໃຈ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG